ຫົວໜ້າກອງກວດກາປ່າໄມ້, ນະຄອນຫລວງວຽງຈັນ ທ່ານ ແສງອາລຸນ ສຸລິຍະວົງ ເປີດເຜີຍໃນວັນທີ 5 ມິຖຸນາຜ່ານມານີ້ ວ່າ: ຜ່ານການປະຕິບັດຄໍາສັ່ງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ແຕ່ກາງປີ 2016 ເປັນຕົ້ນມາ, ສາມາດກວດເຫັນໄມ້ຜິດກົດໝາຍ ປະເພດ: ໄມ້ດູ່, ແຕ້ຂ່າ, ໄມ້ແຄນ, ໄມ້ຊີ, ໄມ້ແດງ ແລະ ໄມ້ຊະນິດອື່ນໆ ຢູ່ໃນໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ, ສາງເກັບມ້ຽນໄມ້ ແລະ ຮ້ານຂາຍໄມ້ຈໍານວນ 14 ແຫ່ງໃນ 9 ຕົວເມືອງນະຄອນຫລວງວຽງຈັນ, ມີບໍລິມາດຫລາຍກວ່າ 60 ແມັດກ້ອນ ຕົກເປັນມູນຄ່າເກືອບ 200 ລ້ານກີບ.ໂດຍໄມ້ເຫລົ່ານັ້ນ ແມ່ນບໍ່ມີໃບອະນຸຍາດເຄື່ອນຍ້າຍໄມ້, ບໍ່ເສຍພາສີອາກອນ, ບໍ່ຕິດກາປ່ອຍໄມ້ ແລະ ອື່ນໆ, ຊຶ່ງເຈົ້າໜ້າທີ່ກໍໄດ້ດໍາເນີນມາດຕະການທາງດ້ານລະບຽບກົດໝາຍຢ່າງເຂັ້ມງວດຕໍ່ຜູ້ລະເມີດ ແລະ ເຈົ້າຂອງໂຮງງານປຸງແຕ່ງໄມ້ແລ້ວ ເຊັ່ນ: ມີການຍືດໄມ້, ປັບໃໝ ແລະ ສຶກສາອົບຮົມຕາມກໍລະນີຄວາມຜິດໜັກເບົາ. ໄປຄຽງຄູ່ກັນນັ້ນກໍໄດ້ເພີ່ມທະວີວຽກງານໂຄສະນາເຜີຍແຜ່ນິຕິກຳຕ່າງໆ ທີ່ພົວພັນກັບວຽກງານຄຸ້ມຄອງປ່າໄມ້ໃຫ້ບັນດາເມືອງ, ບ້ານທີ່ມີຊາຍແດນຕິດປ່າສະຫງວນແຫ່ງຊາດພູພະນັງ ແລະ ພູເຂົາຄວາຍ ເພື່ອສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆໃນຂົງເຂດປ່າໄມ້ໃຫ້ຫລຸດລົງເທື່ອລະກ້າວ, ທັງເປັນການເພີ່ມທະວີການປົກປັກຮັກສາຊັບພະຍາກອນປ່າໄມ້ໃຫ້ຍືນຍົງ.
ຂອບໃຈຂໍ້ມູນ ລາຍການວຽງຈັນວັນນີ້.
Editor: ຕະວັນ ແສງສະຫວັນ