ພາຍຫລັງຢ້ຽມຢາມ ແລະ ເຮັດວຍກທີ່ແຂວງສາລະວັນ ເປັນທີ່ຮຽບຮ້ອຍແລ້ວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສຶບຕໍ່ລົງເຮັດວຽກ ແລະ ຢ້ຽມຢາມ ທີ່ແຂວງອັດຕະປື ໃນວັນທີ 5 ມີຖຸນາ 2017 ທີ່ຜ່ານມາ. ໂດຍໃຫ້ກຽດຕ້ອນຮັບ ຂອງ ທ່ານ ສຸກສະໄຫມ ຈັນທະມາດ ຮອງເຈົ້າແຂວງອັດຕະປື. ພ້ອມດ້ວຍຄະນະນຳແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.ໂອກາດດັ່ງກ່າວ, ທ່ານ ສຸກສະໄຫມ ຈັນທະມາດ ຮອງເຈົ້າແຂວງອັດຕະປື, ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາຂອງແຂວງ, ໂດຍສະເພາະດ້ານການລົງທຶນ ແມ່ນໄດ້ອະນຸມັດໄປແລ້ວ ໃນ 5 ໂຄງການ ມູນຄ່າ 400 ລ້ານ ໂດລາສະຫາລັດ, ແລະ ພວມສຳຫລວດຄວາມເປັນໄປໄດ້ໃນອີກຫລາຍໂຄງການ. ສະເພາະດ້ານກະສິກຳ ແມ່ນໄດ້ສຸມໃສ່ການຜະລິດເປັນສິນຄ້າ, ໃນນັ້ນການລ້ຽງສັດ ແມ່ນຫັນໄປສູ່ການລ້ຽງແບບເປັນຟາມຫລາຍຂື້ນ. ທັງຟາມລ້ຽງງົວ, ຫມູ, ໄກ່, ແບ້ ລວມ 21 ຟາມ ແລະ ຍັງມີການລ້ຽງປາ ຈຳນວນ 2 ແຫ່ງ. ນອກຈາກນີ້ ຍັງມີຫລາຍຫນ້າວຽກທີ່ແຂວງອັດຕະປືພວມສຸມໃສ່ໃນການຈັດຕັ້ງປະຕິບັດ ຢ່າງເປັນຂະບວນ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານຂອງຄະນະນຳແຂວງອັດຕະປື, ທີ່ຍາດມາໄດ້ ໃນຫລາຍວຽກງານ ແລະ ໃນຕໍ່ຫນ້າກໍ່ຍັງມີສິ່ງທ້າທາຍ ຫລາຍຢ່າງ, ທີ່ເປັນການທົບສອບ ແລະ ຂໍ້ຫຍຸ້ງຍາກ. ຄຽງຄູ່ກັນນັ້ນ ທ່ານຮອງນາຍົກ ຍັງໄດ້ເນັ້ນໃຫ້ແຂວງອັດຕະປື ເອົາໃຈໃສ່ ຜັນຂະຫຍາຍ ໃນ 145 ວຽກງານທີ່ສຳຄັນຂອງລັດຖະບານ ໂດຍສະເພາະວຽກທີ່ຕິດພັນກັບແຂວງ, ເອົາໃຈໃສ່ບັນຫາທີ່ເປັນປະກົດການຫຍໍ້ທໍ້ ພາຍໃນແຂວງ, ທັງບັນຫາດ້ານຢາເສບຕິດ, ການຄ້າຂາຍເຖື່ອນ, ການລັກລອບຕັດໄມ້, ລັກລອບຂຸດຄົ້ນບໍ່ແຮ່, ການນຳໃຊ້ສື່ສັງຄົມອອນລາຍ ເພື່ອຫັນປ່ຽນທິດທາງ ທາງດ້ານແນວຄິດ ເພື່ອສ້າງຄວາມແຕກແຍກ, ຄວາມບໍ່ສະຫງົຍໃນສັງຄົມ. ແລະ ບັນຫາອື່ນໆໃນຫລາຍບັນຫາ. ຫລັງຈາກນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາເບີ່ງໄມ້ ທີ່ນຳມາເກັບໄວ້ໃນພາກສະຫນາມ 2 ແລະ ລົງຢ້ຽມຢາມໂຮງງານ ຜະລິດໄມ້ຝານ-ໄມ້ອັດ ຂອງນັກລົງທຶນຊາວອິນເດຍ ຕື່ມອີກ.
Editer: ກຳປານາດ ລັດຖະເຮົ້າ