ຊຶ່ງງານນີ້ມີງົວເຂົ້າຮ່ວມປະກວດທັງຫມົດ 29 ໂຕ ມີງົວແມ່ 11 ໂຕ ແລະງົວເຖິກ 18 ຕົວ ຊຶ່ງຈັດໂດຍພະແນກກະສິກຳ ແລະປ່າໄມ້ ນະຄອນຫລວງວຽງຈັນ ຮ່ວມກັບ ສະມາຄົມຜູ້ປະກອບການລ້ຽງງົວ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມງານ ພ້ອມທັງຕັດແຖບຜ້າ ເປີດງານຢ່າງເປັນທາງການມີທ່ານ ແກ້ວພິລາວັນ ອາໄພລາດ, ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ຄຳຜາດ ສຸລິນພູມີ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີເຈົ້າເມືອງ, ຫົວຫນ້າພະແນກກົມ, ປະທານສະມາຄົມຜູ້ປະກອບການລ້ຽງງົວ ນະຄອນຫລວງວຽງຈັນ ແລະຈາກປະເທດໄທ ພ້ອມແຂກຖຶກເຊີນເຂົ້າຮ່ວມ
ຊຶ່ງເປົ້າຫມາຍຫລັກຂອງການຈັດງານໃນຄັ້ງນີ້ ແມ່ນແນ່ໃສ່ສົ່ງເສີມ ແລະເປີດກ້ວາງໂຄສະນາ ທຸລະກິດການລ້ຽງງົວໃຫ້ແກ່ພໍ່ແມ່ປະຊາຊົນ ຜູ້ທີ່ມີຄວາມສົນໃຈຢາກຮູ້ຢາກລ້ຽງ ໂດຍສະເພາະແມ່ນຢູ່ໃນ 5 ເມືອງນອກ ຂອງນະຄອນຫລວງວຽງຈັນຄື ເມືອງສັງທອງ, ເມືອງນາຊາຍທອງ, ເມືອງໄຊທານີ, ເມືອງປາກງື່ມ ແລະເມືອງຫາດຊາຍຟອງ
ທັງນີ້ ຍັງເປັນການແລກປ່ຽນບົດຮຽນສ້າງຄວາມສາມັກຄີລະຫວ່າງສະມາຊິກພາຍໃນສະມາຄົມຜູ້ປະກອບການລ້ຽງງົວເອງ ຊຶ່ງໃນເມື່ອກອ່ນແມ່ນມີການລ້ຽງແບບກະແຈກກະຈ່າຍ ໃຫ້ຫັນມາຈັບມືກັນເປັນກຸ່ມ ເພື່ອສ້າງຄວາມເຂັ້ມແຂງໃນຂະແຫນງທຸລະກິດລ້ຽງງົວ ທັງເປັນການຄົ້ນຫາແມ່ພັນ ພໍ່ພັນທີ່ສົມບູນແບບ ເພື່ອມາຂະຫຍາຍພັນຕໍ່ໄປ
ສຳລັບ ງົວງາມທີ່ໄດ້ຮັບລາງວັນຊະເລີດລາງວັນທີ 1 ງົວເພດຜູ້ ໄດ້ແກ່ງົວງາມນ້ຳເບີ 16 ຈາກເມືອງສັງທອງ ແລະງົວງາມເພດແມ່ ແມ່ນນ້ຳເບີ 8 ຈາກເມືອງຫາດຊາຍຟອງ ລາງວັນທີ 2 ງົວງາມເພດຜູ້ ໄດ້ແກ່ງົວງາມນໍ້າເບີ 21 ຈາກເມືອງໄຊທານີ ແລະ ງົວງາມເພດແມ່ ແມ່ນນ້ຳເບີ 10 ຈາກເມືອງປາກງື່ມ ລາງວັນທີ 3 ງົວງາມເພດຜູ້ ໄດ້ແກ່ງົວງາມນ້ຳເບີ 25 ມາຈາກຟາມເອັກພີ xp ແລະ ງົວງາມເພດແມ່ ແມ່ນນ້ຳເບີ 23 ຈາກເມືອງນາຊາຍທອງ
ພ້ອມດຽວກັນນີ້ ໃນສ່ວນຂອງງົວງາມທຸກໂຕທີ່ເຂົ້າຮ່ວມງານປະກວດງົວງາມຄັ້ງທຳອິດ ຍັງໄດ້ຮັບລາງວັນຊົມເຊີຍຕື່ມອີກ