ໃນທ້າຍອາທິດຜ່ານມາ ຄະນະບໍໍລິຫານງານຊາວໜຸ່ມ ແຂວງສາລະວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມວຽກງານອົງການກວດກາພັກ-ລັດ ແລະ ວຽກງານຈັດຕັ້ງຢູ່ທີ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເປັນປະທານໂດຍ ທ່ານ ຈັນເພັງ ສາຍທຳມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີທ່ານ ສຸວຽງທອງ ສຸຂະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຫົວໜ້າຂະແໜງ ຮອງຂະແໜງຕະຫຼອດຮອດພະນັກງານພາຍໃນຫ້ອງການເຂົ້າຮ່ວມທັງໜົດ 24 ທ່ານ ຍິງ 12 ທ່ານ. ກອງປະຊຸມໄດ້ຮັບຟັງເຊື່ອມຊືມເອກະສານທີສໍາຄັນກ່ຽວກັບວຽກງານອົງການກວດກາພັກ-ລັດ ແລະ ວຽກງານຈັດຕັ້ງເຊັ່ນ: ແຈ້ງການເລກທີ 50 ຄກສ ສວ ແຈ້ງການເລກທີ 38 ຄກຂ ສວ ບົດແນະນໍາກ່ຽວກັບການຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການຈັດຕັ້ງທົ່ວປະເທດຄັ້ງທີ 10 ບົດສະຫຼຸບ 3 ປີ ຂອງຫ້ອງການຊາວໜຸ່ມແຂວງ ເອກະສານວ່າດ້ວຍການແກ້ໄຂປະກົດການອາດຍາສິດ ສະກັດກັ້ນ ແລະ ການສໍ້ລາດບັງຫຼວງ ພະນັກງານ ແລະ ການສໍ້ລາດບັງຫຼວງ ບົດໂອ້ລົມຂອງທ່ານ ປະລິນຍາເອກ ບຸນທອງ ຈິດມະນິ ບົດສະຫຼູບຕິລາຄາວຽກງານຈັດຕັ້ງກໍ່ສ້າງພັກ ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໄລຍະ 5 ປີຜ່ານມາ ແລະ ທິດທາງ 5 ປີຕໍໜ້າ ແລະ ເອກະສານອື່່ນໆເຊິ່ງໄດ້ສ້າງຄວາມຮັບຮູ້ເຂົ້າໃຈຕື່ມຕໍ່ວຽກດັ່ງກ່າວ ໂດຍສະເພາະຕໍ່ການຈັດຕັ້ງປະຕິບັດໃນໜ້າທີວຽກງານໃນຕໍ່ໜ້າ ກອງປະຊຸມໄດ້ດໍາເນີນມາເປັນເວລາ 1 ວັນກໍ່ໄດ້ປິດລົງ.
Editor: ດາວໄຊ ສີວິໄລ