ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເລກທີ 334/ຫກ, ລົງວັນທີ 2 ມິຖຸນາ 2017 ເຖິງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ ແລະ ຕໍາຫລວດ ໃນຂອບເຂດ ທົ່ວປະເທດ ໃຫ້ເພີ່ມທະວີຄວາມລະມັດລະວັງ ບໍ່ຫລົງເຊື່ອ ຕໍ່ການໂຄສະນາ ຂອງບໍລິສັດ ພີເອັສ ພາຍຫລັງພົບວ່າ ບໍລິສັດ ພີເອັສ ໄດ້ມີການດໍາເນີນການລະດົມທຶນດ້ວຍຫລາຍຮູບແບບ ບໍ່ຖືກຕ້ອງຕາມລະບຽບກົດໝາຍ.ແຈ້ງການລະບຸວ່າ: ອີງຕາມມະຕິ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນມີນາ 2017, ສະບັບເລກທີ 04/ລບ ລົງວັນທີ 27 ມີນາ 2017; ອີງຕາມການຕົກລົງ ຂອງກອງປະຊຸມນາຍົກ, ຮອງນາຍົກລັດຖະມົນຕີ, ຕາມການແຈ້ງການ ສະບັບເລກທີ 551/ຫສນຍ.ກລຂ, ລົງວັນທີ 10 ເມສາ 2017; ອີງຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການແກ້ໄຂ ຄວາມບໍ່ສະຫງົບ ຂອງບໍລິສັດ ພີເອັສ ແລະ ບັນດາບໍລິສັດ ທີ່ດໍາເນີນທຸລະກິດ ບໍ່ສອດຄ່ອງກັບ ລະບຽບກົດໝາຍ ສະບັບເລກທີ 513/ຫສນຍ.ກລຂ, ລົງວັນທີ 31 ມີນາ 2017 ແລະ ອີງຕາມໜັງສື ທາງລັດຖະການຂອງຫ້ອງວ່າການ ສໍານັກງານນາຍົກ ລັດຖະມົນຕີ ສະບັບເລກທີ 291/ຫສນຍ.ກສສ, ລົງວັນທີ 26 ພຶດສະພາ 2017.ຫ້ອງການທະນາຄານ ແຫ່ງ ສປປ ລາວ ໄດ້ແຈ້ງມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກ ງານ, ທະຫານ ແລະ ຕໍາຫລວດ ໃນຂອບເຂດທົ່ວຊາບວ່າ: ໄລຍະຜ່ານມາ ຈົນເຖິງປັດຈຸບັນ ບໍລິສັດ ພີເອັສ ແມ່ນໄດ້ດໍາເນີນການລະດົມທຶນ ດ້ວຍຫລາຍຮູບແບບ, ໂດຍບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຊຶ່ງໃນໄລຍະຜ່ານມາ ບໍລິສັດດັ່ງກ່າວ ໄດ້ຖືກຂະແໜງການ ກ່ຽວຂ້ອງກ່າວເຕືອນ ແລະ ປັບໄໝຫລາຍຄັ້ງ ແຕ່ບໍລິສັດ ກໍຍັງສືບຕໍ່ພິກປິ້ນຮູບແບບ ການລະດົມທຶນ ຈາກປະຊາຊົນ ດ້ວຍຮູບການທີ່ບໍ່ຖືກຕ້ອງຢູ່. ດ້ວຍເຫດດັ່ງກ່າວ, ເພື່ອປ້ອງກັນຄວາມເສຍຫາຍ ທີ່ອາດເກີດຂຶ້ນ ແກ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດໃນຂອບເຂດ ທົ່ວປະເທດ ທະນາຄານ ແຫ່ງ ສປປ ລາວ ຈຶ່ງອອກແຈ້ງການ ມາຍັງພາກສ່ວນຕ່າງໆດັ່ງນີ້:
1. ບໍ່ໃຫ້ຫລົງເຊື່ອຕໍ່ການໂຄສະນາ ໃຫ້ເຂົ້າຮ່ວມທຶນ ໂດຍຫວັງຈະໄດ້ຮັບ ຄ່າຕອບແທນຈາກການລົງທຶນທີ່ສູງ ແລະ ການໂຄສະນາຊວນເຊື່ອ ໃນທຸກໆຮູບແບບ ຂອງບໍລິສັດ ພີເອັສ ສົ່ງເສີມກະສິກໍາ ແລະ ອຸດສາຫະກໍາ ຄົບວົງຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ;
2. ທະນາຄານ ແຫ່ງ ສປປ ລາວ ແລະ ຂະແໜງການອື່ນໆຂອງລັດ ຈະບໍ່ຊ່ວຍຮັບຜິດຊອບ ທາງການເງິນໃດໆ ທີ່ບໍລິສັດ ພີເອັສ ສ້າງຂຶ້ນ ໂດຍບໍ່ຖືກຕ້ອງ, ທຸກບັນຫາທາງການເງິນ ທີ່ບໍລິສັດ ພີເອັສ ໄດ້ກໍ່ຂຶ້ນກັບສະມາຊິກ ໃນໄລຍະຜ່າມາ ແລະ ໃນຕໍ່ໜ້າແມ່ນ ເປັນຄວາມຮັບຜິດຊອບ ຂອງບໍລິສັດພີເອັສທັງໝົດ ແລະ
3. ຖ້າຫາກຜູ້ຮ່ວມທຶນ ຫລື ສະມາຊິກ ຫາກໄດ້ຮັບຄວາມອັບປະໂຫຍດ ໃຫ້ສະເໜີຫາສານປະຊາຊົນ ຫລື ຕໍາຫລວດເສດຖະກິດ ໃນທ້ອງຖິ່ນຂອງທ່ານ ເພື່ອດໍາເນີນການແກ້ໄຂ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ ທະຫານຕຳຫລວດ ໃນຂອບເຂດທົ່ວໄປເທດ ເພື່ອຊາບ ແລະ ຈົ່ງມີສະຕິ ບໍ່ຫລົງເຊື່ອຕໍ່ການໂຄສະນາ ຊວນເຊື່ອຕ່າງໆ ຂອງບໍລິສັດ ພີເອັສ.
ຂອບໃຈຂໍ້ມູນຂ່າວສານຈາກ: ສໍານັກຂ່າວສານປະເທດລາວ.
Editor: ຕະວັນ ແສງສະຫວັນ