ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 37 ປີ ໂດຍຕິດພັນກັບ ວັນເດັກນ້ອຍສາກົນ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ໂດຍມີບໍລິສັດຮ້າງຮ້ານ ຜູ້ປະກອບການ ເຂົ້າຮ່ວມຫລາຍກວ່າ 60 ຮ້ານ ແລະ ນຳພັນໄມ້ຫລາຍກວ່າ 30 ຊະນິດ ມາວາງສະແດງ. ຊຶ່ງງານດັ່ງກ່າວໄດ້ເປີດຂື້ນໃນວັນທີ 31 ພຶດສະພາ ຜ່ານມາ ທີ່ສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວທ່ານ ຊູຊາດ ໄຊຍະກຸມມານ, ຫົວຫນ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ການຈັດງານ ວາງສະແດງໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການ ເພື່ອວັນປູກຕົ້ນໄມ້ແຫ່ງຊາດ ຕິດພັນກັບການສະເຫລີມສະຫລອງວັນເດັກນ້ອຍສາກົນ, ປູກຈິດສຳນຶກໃຫ້ເຍົາວະຊົນ ແລະ ອະນຸຊົນລຸ້ນຫລັງ ຮູ້ຈັກປະໂຫຍດຂອງປ່າໄມ້ ຫວງແຫນ ແລະ ອະນຸລັກປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ເປັນການປຸກລະດົມ ທົ່ວປວງຊົນ ເຂົ້າໃນວຽກງານປ່າໄມ້ ນັບແຕ່ຂອດການກະກຽມແກ່ນພັນ, ກ້າເບ້ຍໄມ້, ການປູກໄມ້ ຕະຫລອດການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ຍຸດທະສາດປ່າໄມ້ ໃນປີ 2020 ຂອງລັດຖະບານ ຄື: ເພື່ອຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70 ສ່ວນຮ້ອຍ ແລະ ປູກໄມ້ໃຫ້ໄດ້ 5 ແສນເຮັກຕ້າໃນປີ 2020. ສຳລັບ, ງານດັ່ງກ່າວມີຜູ້ເຂົ້າຮ່ວມ ທັງຈາກພາກລັດ, ບັນດາບໍລິສັດຮ້າງຮ້ານ ຜູ້ປະກອບການທັງຫມົດ 27 ພາກສ່ວນ ມີທັງຫມົດ 60 ກວ່າຮ້ານ ເບ້ຍໄມ້ທີ່ນຳມາວາງສະແດງມີຫລາກຫລາຍສາຍພັນ ຫລາຍກວ່າ 30 ຊະນິດ ເປັນຕົ້ນ: ໄມ້ຂະຍຸ່ງ, ໄມ້ດູ່, ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ໄມ້ຍາງ ແລະ ຊະນິດໄມ້ອື່ນໆ ນອກຈາກນັ້ນຍັງມີໄມ້ກິນຫມາກ ແລະ ໄມ້ປະດັບຈຳນວນຫນຶ່ງ. ປີ 2016 ມີເນື້ອທີປູກໄມ້ທັງຫມົດໃນທົ່ວປະເທດເຖິງ 470.200 ກ່ວາເຮັກຕ້າ ເທົ່າກັບ 94 ສ່ວນຮ້ອຍຖ້າທຽບໃສ່ແຜນການປູກໄມ້ຮອດປີ 2020 ໃຫ້ໄດ້ເນື່ອທີ່ 5 ແສນເຮັກຕ່າ ອັນພົ້ນເດັ່ນແມ່ນຂະບວນການປູກໄມ້ສັກ, ໄມ້ພັນພື້ນເມືອງຊະນິດຕ່າງໆ ໄມ້ວິກ ແລະ ໄມ້ຢາງພາລາຂອງຊາວກະສິກອນ ຂອງພະນັກງານ, ທະຫານ, ຕຳຫລວດ ກໍ່ຄືຜູ້ປະກອບການນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.
Editor: ຕະວັນ ແສງສະຫວັນ