ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ທີ່ຈະມາເຖິງນີ້ ທາງບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ຫລື ອີດີແອວ-ເຈນ ໄດ້ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາລົງສູ່ແມ່ນ້ຳ ເພື່ອເປັນການອະນຸລັກຮັກສາຊີວະນາໆພັນໃຫ້ອຸດົມສົມບູນຢູ່ຄູ່ກັບທຳມະຊາດ. ພິທີດັ່ງກ່າວໄດ້ຈັດຂື້ນໃນວັນທີ 27 ພຶດສະພາ ນີ້ ທີ່ເຂື່ອນໄຟຟ້ານ້ຳງື່ມ 1 ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າາຮ່ວມຂອງທ່ານ ປະລິນຍາເອກ ຄຳມະນີ ອິນທິລາດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານສະພາບໍລິຫານບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ, ທ່ານນາງ ສິງຄຳ ວົງສະຫວັນ, ຮອງເຈົ້າແຂວງວຽງຈັນ, ພ້ອມນັ້ນ ຍັງມີຮອງລັດຖະມົນຕີ, ຫົວຫນ້າກົມ, ຮອງກົມ, ຄະນະປະທານສະພາບໍລິຫານ, ຄະນະອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ, ອຳນາດການປົກຄອງແຂວງ, ເມືອງ, ບ້ານ, ພ້ອມດ້ວຍພະນັກງານໃນບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ແລະ ນັກຮຽນເຂດເມືອງແກ້ວອຸດົມເຂົ້າຮ່ວມຢ່າງພ້ອມພຽງ. ທາງດ້ານທ່ານນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ກ່າວວ່າ: ກິດຈະກຳປູກຕົ້ນໄມ້ ທາງບໍລິສັດແມ່ນໄດ້ຈັດຕໍ່ເນື່ອງກັນມາເປັນເວລາ 6 ປີແລ້ວ ໂດຍຈະປູກໃສ່ຂອບເຂດບັນດາເຂື່ອນຕ່າງໆ ທີ່ຢູ່ໃນການຄຸ້ມຄອງ ຊຶ່ງລວມທັງຫມົດສາມາດປູກໄມ້ໄດ້ຫລາຍກວ່າ 25 ພັນຕົ້ນ ກວມເອົາເນື່ອທີ 19 ເຮັກຕ່າ ແລະ ປ່ອຍປາ 1 ແສນໂຕ ລົງສູ່ທຳມະຊາດ ຊຶ່ງໃນນີ້, ຈະບໍ່ນັບກິດຈະກຳ ທີ່ພາຍໃນແຕ່ລະເຂື່ອນຈັດຂື້ນເອງ ຄ່ຽງຄູ່ກັນນັ້ນ ກໍ່ຍັງມີກິດຈະກຳຊ່ວຍເຫລືອສັງຄົມໃນວຽກງານດ້ານຕ່າງໆ ຄິດເປັນມູນຄ່າຫລາຍຮ້ອຍລ້ານກີບ. ສ່ວນທາງດ້ານທ່ານ ປະລິນຍາເອກ ຄຳມະນີ ອິນທິລາດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນປະທານສະພາບໍລິຫານບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ໄດ້ກ່າວວ່າ: ສຳລັບ ກິດຈະກຳ ປູກຕົ້ນໄມ້ ແລະ ປ່ອຍປາໃນຄັ້ງນີ້ ເປັນກິດຈະກຳທີ່ດີ ທີ່ທາງບໍລິສັດ ຜະລິດໄຟ້າລາວ ມະຫາຊົນ ຖືເອົາເປັນວຽກງານຫນຶ່ງທີ່ສຳຄັນ ເພື່ອເປັນປົກປັກຮັກສາ ຊັບພະຍາກອນປ່າໄມ້, ແຫລ່ງນ້ຳ ຊີວະນານາພັນ ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ພ້ອມນັ້ນ ຍັງເປັນການສ້າງໃຫ້ໄດ້ການຜະລິດພະລັງງານໄຟຟ້າ ເປັນປັດໃຈສຳຄັນ ໃນການສົ່ງເສີມເສດຖະກິດແຫ່ງຊາດ ຄ່ຽງຄູ່ກັບການອະນຸລັກສະພາບເເວດລ້ອມ ໃຫ້ອຸດົມສົມບູນຕະຫລອດໄປ. ຊຶ່ງກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ຈະໄດ້ຈັດຫມູນວຽນໄປໃນແຕ່ລະເຂື່ອນທີ່ຢູ່ໃນການຄຸ້ມຄອງ. ນອກນີ້, ກິດຈະກຳດັ່ງກ່າວຍັງເປັນການປູກຈິດສຳນຶກ ກະຕຸ້ນໃຫ້ທຸກຄົນພາຍໃນຊາດ ໂດຍສະເພາະແມ່ນຄົນຮຸ້ນໃຫມ່ ນ້ອງໆນັກຮຽນ ໃຫ້ຮູ້ເຖິງຄຸນປະໂຫຍດ ແລະ ຄວາມສຳຄັນຂອງສະພາບແວດລ້ອມ ທັງເປັນການຕອບສະຫນອງຕາມນະໂຍບາຍຂອງພັກ-ລັດຖະບານ ທີ່ຕ້ອງການເພີ່ມເນື້ອທີ່ປ່າໄມ້ປົກຫຸ້ມໃຫ້ໄດ້ ຫລື ກວມເອົາ 70 ສ່ວນຮ້ອຍ ໃນປີ 2020. ໃນໂອກາດດຽວກັນນີ້, ບໍລິສັດ ຜະລິດໄຟຟ້າລາວມະຫາຊົນ ໄດ້ກຽມອຸປະກອນການສຶກສາຈຳນວນຫນຶ່ງ ເພື່ອນຳໄປມອບໃຫ້ແກ່ໂຮງຮຽນປະຖົມສົມບູນສອງແຫ່ງ ໃນເມືອງແກ້ວອຸດົມ ແຂວງວຽງຈັນ ຊຶ່ງມີມູນຄ່າ ປະມານ 45 ລ້ານກີບ ເພື່ອເປັນການສົ່ງເສີມ ແລະ ຊ່ວຍເຫລື່ອທ້ອງຖິ່ນ ໃນການພັດທະນາຊັບພະຍາກອນມະນຸດຂອງປະເທດເຮົາ. ພ້ອມນັ້ນ ກໍ່ໄດ້ມອບຂອງຂັນ ແລະ ເບ້ຍໄມ້ໃຫ້ກັບບັນດານ້ອງໆນັກຮຽນ ໂຮງຮຽນແສງສະຫວ່າງ, ຮ່ວມກັນປ່ອຍປາ ຈຳນວນ 20 ພັນໂຕ ພ້ອມທັງປູກຕົ້ນໄມ້ 300 ຕົ້ນ ລຽບຕາມແຄມນ້ຳງື່ມ. ຈາກນັ້ນຄະນະໄດ້ໄປຢ້ຽມຢາມ ໂຄງການນ້ຳງື່ມ 1 ພາກຂະຫຍາຍຈັກ ເບີ 6, 7, 8 ຊຶ່ງໄດ້ຮັບຟັງການລາຍງານ ແຜນດຳເນີນງານໂຄງການ ຈາກເເຈົ້າຫນ້າທີ່ໂຄງການ. ສຸດທ້າຍ ຄະນະໄດ້ເດີນທາງໄປມອບເຄື່ອງອຸປະກອນການສຶກສາ ແລະ ອຸປະກອນກີລາ ໃຫ້ແກ່ໂຮງຮຽນປະຖົມບ້ານຫາດທາ ແລະ ບ້ານນາແຊະ ໂດຍໄດ້ຮັບການຕອ້ນຮັບຈາກຄະນະອຳນວຍການ ຄູ-ອາຈານ ແລະ ນ້ອງໆນັກຮຽນຢ່າງອົບອຸ່ນ. ພ້ອມນັ້ນ, ຄະນະກໍ່ໄດ້ຮັບຟັງການລາຍງານສະພາບປະຫວັດຄວາມເປັນມາຂອງບ້ານ ແລະ ໂຮງຮຽນ ແລະ ມີພິທີມອບເຄື່ອງອຸປະກອນການຮຽນ ແລະ ອຸປະກອນກິລາ ໃຫ້ກັບນ້ອງໆ ເນື່ອງໃນໂອກາດວັນເດັກນ້ອຍສາກົນ.
Editor: ຕະວັນ ແສງສະຫວັນ