ກອງປະຊຸມໃຫ່ຍຄັ້ງທີ 6 ຂອງຄະນະບໍລິຫານງານ ສະຫະພັນກໍາມະບານເມືອງເຊໂປນ ໄດ້ໄຂຂື້ນຢ່າງເປັນທາງການ, ໃນທ້າຍເດືອນພຶດສະພາ2017 ຜ່ານມານີ້ ແລະ ອັດລົງດ້ວຍຜົນສຳເລັດອັນດີງາມ,ຢູ່ທີ່ສະໂມສອນຫ້ອງວ່າການເມືອງເຊໂປນ,ໂດຍການເປັນປະທານຂອງ ທ່ານ ຄໍາຟອງ ໄຊທິບຸດ ປະທານສະຫະພັນກໍາມະບານເມືອງເຊໂປນ ແລະ ເຂົ້າຮ່ວມມີ ທ່ານ ວັນນະລາດ ຫົງສາທິລາດ ປະທານສະຫະພັນກໍາມະບານແຂວງສະຫວັນນະເຂດ ແລະ ທ່ານ ວົງໄຊ ໄຊຍະຈັກ ຮອງເຈົ້າເມືອງເຊໂປນ ເຂົ້າຮ່ວມມີບັນດາສະມາຊິກພັກ, ພະນັກງານປະຕິວັດອາວຸດໂສບໍານານ, ສະມາຊີກກໍາມະບານ, ຜູ້ແທນສົມບູນ, ໃນ 3 ເມືອງອອ້ມຂ້າງເມືອງຟີນ,ເມືອງວິລະ,ແລະ ເມືອງນອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ຄໍາຟອງ ໄຊທິບຸດ ປະທານສະຫະພັນກໍາມະບານເມືອງເຊໂປນ ໄດ້ຂື້ນຜ່ານບົດລາຍງານການເມືອງໂດຍຫຍໍ້ວ່າ: ສະຫະພັນກໍາມະບານເມືອງເຊໂປນ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງທີ່ສໍາຄັນ ຂອງຊົນຊັ້ນກໍາມະກອນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ວາງອອກໃນແຕ່ລະໄລຍະ, ນໍາເອົາເນື້ອໃນຈິດໃຈ, ມະຕິຄໍາສັ່ງ, ທິດທາງແຜນການຂອງສະຫະພັນກໍາມະບານເມືອງ, ແຂວງເຜີຍແຜ່ໃຫ້ພະນັກງານ,ລັດຖະກອນ ກໍ່ຄືສະມາຊີກກໍາມະບານພາຍໃນເມືອງຂອງຕົນເພື່ອໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ປະກອບສ່ວນເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ຢ່າງຕໍ່ເນື່ອງ, ສ່ວນວຽກງານດ້ານວີຊາສະເພາະໃນໄລຍະຜ່ານມາຄະນະພັກຂັ້ນຕ່າງໆກໍໄດ້ເພີ່ມທະວີການຊີ້ນໍາ ແລະ ນໍາພາການປັບປຸງບູລະນະການຈັດຕັ້ງທຸກຂັ້ນ ແລະ ໄດ້ປະກາດເປັນເມືອງ 2 ດີ 5 ເປັນເຈົ້າ, ນັບແຕ່ປີ 2014 ມາຮອດປະຈຸບັນ ທົ່ວເມືອງເຊໂປນ ມີ 29 ຮາກຖານ, 59 ໜ່ວຍ, ມີສະມາຊີກທັງໝົດ 834 ສະຫາຍ, ຍີງ 423 ສະຫາຍ, ປັບປຸງແລ້ວ 24 ຮາກຖານ 45 ໜ່ວຍ ເທົ່າກັບ 83 ສ່ວນຮ້ອຍ ,ວຽກງານກອງທຶນປະຈຸບັນໄດ້ມີສະມາຊີກກອງທຶນຊ່ວຍເຫືລອ ເຊີ່ງກັນ ແລະ ກັນ ຈຳນວນ 775 ຄົນ, ເພດຍີງ ຈຳນວນ 394 ຄົນ, ເພີ່ມຂື້ນ 219 ຄົນ ເທົ່າກັບ 39,39 ສ່ວນຮ້ອຍ. ຕະຫລອດໄລຍະ 5 ປີຜ່ານມາ ໄດ້ປະຕິບັດນະໂຍບາຍມອບເງີນທະນຸເຄາະໃຫ້ຄອບຄົວສະມາຊີກທີ່ເສຍຊິວິດ, ມີຄວາມຈໍາເປັນ, ການເກີດລູກ ຈໍານວນ 1 ຕື້ກວ່າກີບ ແລະ ວຽກງານອື່ນໆ ໃນກອງປະຊຸມຕາງໜ້າແຕ່ລະຂົງເຂດວຽກງານ ກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ບົດສະຫລຸບ ແລະ ແຜນເນື້ອໃນຄົບຖ້ວນສົມບູນ, ໃນກອງປະຊຸມຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານສະຫະພັນກໍາມະບານຊຸດທີ 6 ,ເຊີ່ງມີຜູ້ສະໝັກ ຈຳນວນ 21 ສະຫາຍ,ເລືອກເອົາ17 ສະຫາຍ, ມີຜູ້ມາໃຊ້ສິດປ່ອນຕົວຈິງ 89 ສະຫາຍ,ຈາກການລົງຄະນະແນນສຽງ ແລະຜົນຂອງກອງປະຊຸມປະຖົມມະເລິກ ໄດ້ຕົກລົງເຫັນດີເລືອກເອົາ ທ່ານ ຄໍາຟອງ ໄຊທິບຸດ ເປັນປະທານສະຫາພັນກຳມະບານເມືອງເຊໂປນ ອີກຫນຶ່ງສະໄຫມ, ທ່ານ ຄໍາປະສົງ ແລະ ທ່ານນາງ ຕຽງຄໍາ ເປັນຮອງປະທານ, ພ້ອມຄະນະກໍາມະການ ອີກຈຳນວນ 14 ທ່ານ. ສຸດທ້າຍ ທ່ານ ວັນນະລາດ ຫົງສາທິລາດ ປະທານສະຫະພັນກຳມະບານແຂວງສະຫວັນນະເຂດ ໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ໃຫ້ທິດເຍື່ອງທາງແກ່ກອງປະຊຸມ ເຊີ່ງທ່ານໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານສະຫະພັນກໍາມະບານຊຸດໃໝ່ ຈົ່ງພ້ອມກັນເອົາໃຈໃສ່ວຽກງານດ້ານແນວຄິດ, ສຶກສາອົບຮົມເປັນບັນຫາສໍາຄັນ ໃນການປັບປຸງ ຂະຫຍາຍ,ສຶບຕໍ່ປະຕິບັດວຽກງານຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ສໍາເລັດ, ພ້ອມທັງຍົກສູງຄວາມຮັບຜິດຊອບວຽກງານກໍາມະບານ ໃນການຊີ້ນໍາ - ນຳພາຈັດຕັ້ງປະຕິບັດແຜນຍຸດທະສາດ 5 ປີ, ຂອງເມືອງ ໃຫ້ປະກົດຜົນເປັນຈິງໃນອະນາຄົດຕໍ່ໜ້າ.