ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ 45 ປີ. ວັນທີ 5 ມີຖຸນາ ພາຍໃຕ້ຄຳຂວັນທີ່ວ່າ “ພວກເຮົາຢູ່ກັບທຳມະຊາດ” ໄດ້ຈັດຂື້ນໃນຕອນເຊົ້າວັນທີ 2 ມີຖຸນາ 2017 ນີ້, ຢູ່ທີ່ສະໜາມກິລາແຂວງ ເທດສະບານຕົວເມືອງຊຳເໜືອ, ແຂວງຫົວພັນ. ໂດຍການເຂົ້າຮ່ວມຂອງ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງໆຫົວພັນ, ທັງເປັນປະທານສິ່ງແວດລ້ອມຂັ້ນແຂວງ, ມີບັນດາທ່ານຫົວໜ້າພະແນກການ-ກົມກອງ, ການນຳເມືອງຊຳເໜືອ, ພະນັກງານ-ລັດຖະກອນ ແລະ ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ແລະ ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງ ກໍ່ໄດ້ພັດປ່ຽນກັນຂື້ນຜ່ານສານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ໂດຍຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ບັນຫາສິ່ງແວດລ້ອມໃນປະຈຸບັນ ແລະ ຄວາມເປັນຫ່ວງເປັນໄຍຂອງພັກ-ລັດຖະບານ ຕໍ່ຊີວິດການເປັນຢູ່, ບັນຫາສຸຂະພາບຂອງປະຊາຊົນລາວບັນດາເຜົ່າ ຍ້ອນວ່າບັນຫາສິ່ງແວດລ້ອມໃນປະຈຸບັນ ແມ່ນນັບມືເພີ່ມຂື້ນ ອັນເນື່ອງມາຈາກນໍ້າມືຂອງມະນຸດພວກເຮົາ ທີ່ມີການຂຸດຄົ້ນ, ນຳໃຊ້ຊັບພະຍາກອນທຳມະຊາດແບບຟູມເຟືອຍ, ປ່າໄມ້ຖືກທຳລາຍ, ການຄ້າ-ຂາຍສັດນໍ້າ, ສັດປ່າ ແລະ ພຶດພັນປ່າຍັງສືບຕໍ່ຂຸດຄົ້ນແບບຊະຊາຍ, ການປ່ອຍສິ່ງເສດເຫຼືອຈາກໂຮງງານອຸດສາຫະ ກຳ, ຈາກຄົວເຮືອນນັບມື້ເພີ່ມຂື້ນ, ລົດໜາແໜ້ນ, ການຄຸ້ມຄອງໂຄງການລົງທຶນ ຍັງບໍ່ເຮັດໄດ້ດີ ເຮັດໃຫ້ເກີດມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ, ການນຳໃຊ້ສານເຄມີ ເຂົ້າໃນການກະສິກຳ ແລະ ອື່ນໆ, ເຊີ່ງທັງໝົດນີ້ເປັນສາເຫດກໍ່ໃຫ້ເກີດສະພາວະໂລກຮ້ອນ, ການຂາດເຂີນສະບຽງອາຫານ, ສະພາບແວດລ້ອມ ເປັນຕົ້ນແມ່ນນໍ້າ, ດິນ, ອາກາດ ມີມົນລະຜິດ ແລະ ສົ່ງຜົນກະທົບ ຕໍ່ສຸຂະພາບ, ສະພາບດິນຟ້າອາກາດມີການປ່ຽນແປງ.