ສະຖາບັນສົ່ງເສີມພະລັງງານທົດແທນ, ວິສາຫາກິດໄຟຟ້າລາວ, ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ຮ່ວມກັບ ກຸ່ມ ບໍລິສັດ ພີ່ງກ່າວ (Pinggao) ແຫ່ງປະເທດຈີນ, ໄດ້ຮ່ວມກັນ ລົງນາມບົດບັນທຶກການຮ່ວມມືດ້ານວີຊາການ ສຳລັບສຶກສາແຜນພັດທະນາ ໄຟຟ້າ ຊົນນະບົດ ໄລຍະສຸດທ້າຍ, ພາຍໃຕ້ການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍທ່ານ ຫົວຫນ້າກົມ, ຫ້ອງການ, ສະຖາບັນ ແລະ ລັດວິສາຫາກິດ ອ້ອມຂ່້າງກະຊວງພະລັງງານ ແລະ ບໍ່ແຮ່ ລວມທັງບັນດາແຂກ ຈາກຝ່າຍ ສປ ຈີນ. ໂຄງການຮ່ວມມືດັ່ງກ່າວ ແມ່ນຈະສ້າງຜົນປະໂຫຍດຫລາຍດ້ານໃຫ້ຝ່າຍລາວ ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ເພື່ອໃຫ້ບັນລຸໄດ້ຕົວເລກຄາດຫມາຍການຂະຫຍາຍລະບົບຕາຂ່າຍໄຟຟ້າ ໃນຂອບເຂດທົ່ວປະເທດໃຫ້ໄດ້ 95 ສ່ວນຮ້ອຍ, ໃນປີ 2020. ແລະ 98 ສ່ວນຮ້ອຍ ໃນປີ 2025. ພິທີລົງນາມບົດບັນທຶກຮ່ວມມື ຄັ້ງນີ້ ໄດ້ຈັດຂື້ນໃນວັນທີ 2 ມີຖຸນາ 2017 ທີ່ຜ່ານມາທີ່ນະຄອນຫລວງວຽງຈັນ ເຊີ່ງລົງນາມໂດຍ ທ່ານ ຈັນໂທ ມີລັດຕະນະແພງ ວ່າການຫົວຫນ້າສະຖາບັນສົ່ງເສີມພະລັງງານທົດແທນ, ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ບຸນອຸ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ລັດວິສາຫາກິດໄຟຟ້າລາວ ແລະ ທ່ານ ຊູ ຊຽວ ເຟີຍ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ ພີງກ່າວ ສປ ຈີນ. ໂດຍເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍແຂກທີ່ກ່ຽວຂ້ອງ ທັງສອງຝ່າຍ. ໂຄງການຮ່ວມມື ດັ່ງກ່າວນີ້, ມີໄລຍະເວລາ 24 ເດືອນ ພາຍຫລັງທີ່ມີການສຶກສາຄວາມເປັນໄປໄດ້ໃນການຂະຫຍາຍຕາຂ່າຍໄຟຟ້າຊົນນະບົດ, ທັງສອງຝ່າຍ ລາວ ແລະ ຈີນ ຈະຮ່ວມກັນສຶບຕໍ່ຫາແຫລ່ງທຶນທີ່ມີອັດຕາດອກເບ້ຍຕຳ ແລະ ໃຊ້ແທນທຶນ ໄລຍະຍາວ 20 ປີ. ຈຸດປະສົງໂຄງການ -1/ ເພື່ອປັບປຸງ ແລະ ສ້າງຖານຂໍ້ມູນແຜນທີ່ລະບົບໄຟຟ້າຊົນນະບົດທີ່ມີຢູ່ແລ້ວ ແລະ ສຶກສາແຜນຂະຫຍາຍໄຟຟ້າສູ່ເຂດໃຫມ່ ທີ່ບໍ່ທັນມີໄຟຟ້າໃຊ້.-2/ ເພື່ອສືກສາປັບປຸງຖານຂໍ້ມູນ ລະບົບສາຍສົ່ງທີ່ສຳເລັດການກໍ່ສ້າງແລ້ວ, ແລະ ກຳລັງກໍ່ສ້າງ, ລວມທັງມີແຜນກໍ່ສ້າງຢູ່ຊົນນະບົດໃນຂອບເຂດທົ່ວປະເທດ.-3/ ເພື່ອສຶກສາ ແລະ ປັບປຸງຖານຂໍ້ມູນໄຟຟ້າ ນອກລະບົບ ໂດຍຜ່ານການເກັບກຳຂໍ້ມູນໃຫ້ມີຄວາມຊັດເຈນຂື້ນກວ່າເກົ່າ ໃນແຕ່ລະກຸ່ມບ້ານ ທີ່ຢູ່ເຂດຫ່າງໄກສອກຫລີກ ເພື່ອໃຫ້ສາມາດນຳໃຊ້ໄຟຟ້ານອກລະບົບ ເຊັ່ນ: ເຂື່ອນຂະຫນາດນ້ອຍ, ພະລັງງານລົມ, ພະລັງງານແສງຕາເວັນ ແລະ ພະລັງງານທົດແທນອື່ນໆ. ທີ່ມີເງື່ອນໄຂສອດຄ່ອງຕາມສະພາບຕົວຈິງ ຂອງແຕ່ລະທ້ອງຖີ່ນ ຢ່າງເຫມາະສົມ.-4/ ເພື່ອສ້າງບົດສະຫລຸບລາຍງານຜົນການສຶກສາຂໍ້ມູນທັງຫມົດ ໂດຍສະເພາະບັນດາໂຄງການທີ່ມີຄວາມເປັນໄປໄດ້ ເພື່ອກຳນົດເຂົ້າໃນແຜນຍຸດທະສາດການພັດທະນາລະບົບໄຟຟ້າ ຊົນນະບົດ ໃນ ສປປ ລາວ ຮອດປີ 2030.