ພິທີສະເຫຼີມສະຫຼອງ 3 ວັນປະຫວັດສາດຄື: ວັນທີ 1 ມິຖຸນາ ວັນເດັກນ້ອຍສາກົນ,ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນຕ້ານການໃຊ້ແຮງງານເດັກນ້ອຍສາກົນ ໄດ້ຈັດຂື້ນວັນທີ 30 ພຶດສະພາ 2017 ນີ້ ຢູ່ທີ່ສະໂມສອນເມືອງ ທ່າແຕງ ແຂວງ ເຊກອງ ໂດຍມີທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ - ເມືອງ ທ່າແຕງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຖາວອນ ພົມມະໄລລຸນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ເຊກອງ, ມີຄະນະປະຈໍາພັກແຂວງ - ເມືອງ, ກໍາມະການພັກແຂວງ - ເມືອງ, ຫົວໜ້າ-ຮອງພະແນກຂັ້ນແຂວງ, ຂັ້ນເມືອງອ້ອມຂ້າງ, ເຂດພັດທະນາ 6 ເຂດ,ພະນັກງານລັດຖະກອນ, ລັດວິສາຫະກິດ, ນາຍບ້ານ ແລະ ນ້ອງນ້ອຍນັກຮຽນຫຼາຍຮ້ອຍຄົນເຂົ້າຮ່ວມ. ທ່ານນາງ ດວງຈັນ ເທບບົວລະບັດ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າແຕງ ອະນຸເນື້ອໃນຂະບວນການ ຂື້ນຜ່ານປະຫວັດຄວາມເປັນມາຂອງວັນທີ 1 ມິຖຸນາ ວັນເດັກນ້ອຍສາກົນ,ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນຕ້ານການໃຊ້ແຮງງານເດັກນ້ອຍສາກົນໃນແຕ່ລະໄລຍະ ເພື່ອເຮັດໃຫ້ 3 ວັນປະຫວັດສາດດັ່ງກ່າວ ໄດ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ, ນອກນີ້ ຍັງເປັນວັນທີ່ພວກເຮົາຕ້ອງຄໍານຶງເຖິງ ກຸ່ມເດັກນ້ອຍດ້ອຍໂອກາດເຊັ່ນ:ເດັກພິການ, ເດັກກໍາພ້າກໍາພ້ອຍ, ເດັກຖືກປະຖິ້ມ, ເດັກຂ້າງຖະຖົນ, ເດັກຢູ່ໃນກຸ່ມສຽງ, ເດັກຢູ່ເຂດທຸກຍາກ ແລະ ເຂດຫ່າງໄກສອກຫຼີກ ເພື່ອປົກປ້ອງ, ສົ່ງເສີມສິດທິເດັກບໍ່ໃຫ້ເດັກຖືກຈໍາແນກ, ລວມໄປເຖິງການໃຊ້ຄວາມຮຸນແຮງຕໍ່ເດັກ, ຮັບປະກັນໃຫ້ການພັດທະນາ, ການເຕີບໂຕຂອງເດັກໄດ້ຮັບຜົນປະໂຫຍດ,ມີສ່ວນຮ່ວມຢ່າງເຕັມສ່ວນ ໃນທຸກການເຄື່ອນໄຫວປົກກະຕິຂອງເດັກ ໃນຂອບເຂດທົ່ວປະເທດ, ຂະນະດຽວກັນ ກໍ່ໄດ້ຈັດກິດຈະກໍາສະແດງສິນລະປະ, ວັນນະຄະດີຂອງນ້ອງນ້ອຍນັກຮຽນ ນັບແຕ່ອະນຸບານຫາມັດທະຍົມຕອນປາຍ, ກິລາມວນຊົນເຊັ່ນ: ກິລາຢຽບປຸ້ມເປົ້າ, ນຸ່ງເຄື່ອງແຂ່ງກັນ, ກິລາດຶງເຊືອກ, ກິດຈະກໍາສັກຢາ, ຍອດຢາ ແລະ ປູກຕົ້ນໄມ້ຢູ່ຕາມເທດສະບານ, ແຄມທາງເລກທີ 16 ຕໍ່ໜ້າຫ້ອງວ່າການປົກຄອງເມືອງ ແລະ ສະໂມສອນຂອງເມືອງ ໂດຍມີ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າ ແຂວງ ເຊກອງ, ທ່ານ ຄໍາສອນ ກອນເຍີ ເຈົ້າເມືອງ-ເມືອງ ທ່າແຕງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈາກນັ້ນ ກໍ່ໄດ້ໄປຮ່ວມພິທີປູກຕົ້ນໄມ້ ຢູ່ທີ່ ບ້ານ ໂກງຕາຢູນ ເມືອງ ທ່າແຕງ ເປັນກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ບຸນຍົງ ເລຂາພັກບ້ານ ກົງຕາຢູນ, ຂະແໜ່ງການກ່ຽວຂ້ອງ ແລະ ນ້ອງນ້ອຍນັກຮຽນ ໂດຍມີ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງ ເຊກອງ, ທ່ານ ຄໍາສອນ ກອນເຍີ ເຈົ້າເມືອງ-ເມືອງ ທ່າແຕງ ພ້ອມດ້ວຍຄອບຄົວຂອງທ່ານ ຄໍາພັນ ພົມມະທັດເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ທະວີສັກບຸດພຣົມ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ ໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມໝາຍຄວາມສໍາຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາຂອງທຸກໆປີ ເວົ້າລວມເວົ້າສະເພາະ ເມືອງ ທ່າແຕງປີ 2017 ນີ້ ໄດ້ປູກຕົ້ນໄມ້ປະດັບຕາມສາຍທາງ 4 ເລນເທດສະບານເມືອງ ແລະ ບັນດາຫ້ອງການຕ່າງໆມີ 208 ຕົ້ນ, ປູກຢູ່ ຍອດແຫຼ່ງນໍ້າຫົວເລນ ບ້ານໂກງຕາຢູນ ມີ 2 ເຮັກຕາ, ຊະນິດໄມ້ທີ່ປູກມີ: ໄມ້ດູ່ປະດັບ, ໄມ້ກາກະເລົາ, ໄມ້ຈໍາປາປ່າ ໂດຍປະກອບມີພາກສ່ວນລັດ 105 ຕົ້ນ, ລັດວິສາຫະກິດມີ 34 ຕົ້ນ, ຜູ້ປະກອບການມີ 61 ຕົ້ນ ແລະພາກສ່ວນບ້ານອ້ອມຂ້າງມີ 8 ຕົ້ນ, ເຊິ່ງພາຍຫຼັງປູກສໍາເລັດແມ່ນມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເປັນຜູ້ບົວລະບັດຮັກສາ ຕາມຫຼັກວິຊາການ, ນອກນີ້ ຈະຕ້ອງສືບຕໍ່ປູກຕົ້ນໄມ້ ເພື່ອຮັກສາແຫຼ່ງນໍ້າເຂດຍອດຫ້ວຍໂທນ ແລະ ປ່າປ້ອງກັນພູຕະຢືນໃຫ້ໄດ້ 10 ເຮັກຕາ ແລະ ຈະຊຸກຍູ້ໃຫ້ພາກສ່ວນເອກະຊົນໃນທົ່ວເມືອງ ທ່າແຕງປູກໃຫ້ໄດ້ 14 ເຮັກຕາ ເພື່ອທົດແທນຕົ້ນໄມ້ທີ່ຕາຍໄປຕື່ມອີກ. /(ຂ່າວຈາກ: ທີມຂ່າວເມືອງທ່າແຕງ,ແຂວງເຊກອງ).