ບຸນບັ້ງໄຟ ຫລື ບຸນເດືອນຫົກ ເປັນບຸນປະເພນີ ອີກຢ່າງຫນຶ່ງຂອງຄົນລາວເຮົາ, ໃນສະໄຫມກ່ອນພາກັນຈັດຂື້ນເພື່ອເປັນການຈູດບູຊາເທວະດາ, ມະເຫສັກຫັກເມືອງ ຫລື ຟ້າແຖນ. ເຊິ່ງເປັນການເປີດຟ້າເພື່ອຂໍຟ້າຂໍຝົນຕາມລະດູການ ຕາມການເຊື່ອຖືໃນເມື່ອກ່ອນ, ນອກນີ້ ການເຮັດບຸນບັ້ງໄຟ ຄົນບູຮານຍັງມີຄວາມເຊື່ອຖືຢ່າງຫນຶ່ງ ເພື່ອເປັນການບູຊາບັ້ງໄຟໃຫ້ແກ່ ເຈົ້າແມ່ກາລີ ຕາມຄວາມເຊື້ອຖືໃນສາສະຫນາພາມ, ຫລັງຈາກນັ້ນມາ ຈິ່ງໄດ້ນຳເອົາການຈູດບັ້ງໄຟ ມາປະກອບເຂົ້າໃນງານບຸນວິສາຂະບູຊາ ໃນເດຶອນຫົກເພັງ ຂອງທຸກໆປີ ເຊິ່ງກົງກັບວັນປະສູດ, ວັນຕັດສະຮູ້ ແລະ ວັນປະລິນິພານ ຂອງອົງສຳມາສຳພຸດທະເຈົ້າ, ເຊິ່ງຊາວພຸດທະສາສະນິກະຊົນ ເອີ້ນກັນວ່າ: ວັນວິສາຄະບູຊາ. ທັງນີ້ ກໍ່ຍ້ອນວ່າ, ສັງຄົມລາວໃນສະໄຫມກ່ອນ ມີການເຊື່ອຖື ແບບເຄີ່ງໆ, ກາງໆ, ຕົກມາໃນປີ ຄສ 1359 ເປັນຕົ້ນມາ ເຈົ້າຟ້າງຸ່ມມະຫາລາດ ມະຫາກະສັດ ຜູ້ທ້ອນໂຮມແຜນດິນລາວລ້ານຊ້າງ ເຂົ້າເປັນອານາຈັກອັນຫນຶ່ງອັນດຽວ ພ້ອມທັງນຳເອົາພຸດທະສາສະຫນາ ຈາກປະເທດກຳປູເຈຍ ເຂົ້າມາປະດິດສະຖານ ແລະ ເຜີຍແຜ່ຢູ່ໃນແຜ່ນດິນແດນລາວລ້ານຊ້າງ ເພື່ອແນໃສ່ລົບລາງການເຊື່ອຖືແບບງົມງວຍຂອງປະຊາຊົນ ໃນສະໄຫມກ່ອນກ່ອນ. ບຸນບັ້ງໄຟ ຖືໄດ້ວ່າເປັນບຸນປະເພນີທີ່ສຳຄັນ ຄືຕ້ອງໄດ້ໃສ່ບຸນ, ແລະ ຍັງຕ້ອງໄດ້ມີການເຊື້ອເຊີນແຈ້ງຂ່າວບຸນໄປຍັງຫລາຍໆບ້ານ, ເພື່ອໃຫ້ໄດ້ມາຮ່ວມຫລີ້ນຮ່ວມມ່ວນນຳກັນ. ສ່ວນຝ່າຍເຈົ້າພາບກໍ່ມີການປຸກຜາມໄວ້ ຄອຍຕ້ອນຮັບຜູ້ຄົນທີ່ເດີນທາງເຂົ້າມາຮ່ວມງານບຸນ, ເຊິ່ງກໍ່ຄ້າຍຄືກັບງານບຸນພະເຫວດ, ບາງຄັ້ງວັດ ຫລື ບ້ານບາງບ່ອນ ກໍ່ມີການເຮັດງານບຸນພະເຫວດໄປພ້ອມໆກັນ. ການເຮັດບຸນບັ້ງໄຟນີ້ ຍັງມີປະຫວັດເລົ່າອີກຫນຶ່ງສາເຫດ ເຊິ່ງມີສາເຫດມາຈາກປະເທດ ອິນເດຍ ໃນສະໄຫມກ່ອນ ແມ່ນໄດ້ມີການທຳພິທີຈູດບັ້ງໄຟ ເພື່ອເປັນການນຳສົ່ງ ສີວະລຶງຄະ ຂອງພະຊີວະ ສົ່ງຂື້ນໄປໃຫ້ເຈົ້າແມ່ກາລີ ( ຕາມຮິດຄອງໃນສາສະຫນາພາມ ), ສະນັ້ນ, ບັ້ງໄຟແຕ່ລະບັ້ງ ຈິ່ງເຮັດເປັນສີແດງຢູ່ທີ່ຫົວ ນັ້ນຫມາຍເຖິງ ສີວະລິງຄະ ຂອງພະຊິວະ. ນອກຈາກນັ້ນ, ຍັງໄດ້ມີການເຮັດສິ່ງຈຳລອງ ແລ້ວນຳມາຫລີ້ນ ມາແຫ່ ໃນເວລາກຳລັງແຫ່ບັ້ງໄຟໄປຕາມຈຸດຕ່າງໆ, ເຊິ່ງເວລາແຫ່ນັ້ນ ເຮົາມັກຈະສັງເກດເຫັນໃນບາງຂະບວນ ແມ່ນໄດ້ນຳມາແຂວນໃສ່ຄໍ, ແຂວນໃສ່ແອວ ແລ້ວຟ້ອນໂອ່ນແອ່ນໄປມາ ເຊິ່ງຫມາຍເຖິງການນຳເອົາຮູບສີວະລຶງ ຖະຫວາຍແກ່ເຈົ້າແມ່ກາລີ ເພື່ອໃຫ້ປົກປັກຮັກສາ ແລະ ຄຸ້ມຄອງ ຕາມຄວາມເຊື້ອຖືໃນແບບເກົ່າແກ່ ໃນສາດສະຫນາພາມ. ປະເພນີບຸນບັ້ງໄຟ ໃນແຕ່ລະປີ, ແຕ່ລະບ່ອນ, ແຕ່ລະທ້ອງຖິ່ນ ແມ່ນຈະມີຜູ້ຄົນມາເບີ່ງ ແລະ ມ່ວນຊື່ນນຳກັນ ເປັນຈຳນວນຫລວງຫລາຍ, ຄັບຄາຫນາແຫນ້ນ ເພາະເປັນບຸນທີ່ມີຄວາມຄືກຄື້ນທີ່ສຸດ, ມີທັງການສະແດງການຟ້ອນ ຈາກບ້ານຕ່າງໆ, ການເຊີ້ງແຫ່ບັ້ງໄຟ, ລວມໄປເຖິງການປະດັບປະດາ ແລະ ການແຕ່ງຕົວແບບແປກໆ ດ້ວຍການແຕ້ມຄິວ, ແຕ້ມຕາ, ການນຸ່ງຖື ເອ້ຍ້ອງໃນແບບຕ່າງໆ ເພື່ອໃຫ້ເປັນທີ່ສົນໃຈ ຈາກຜູ້ຄົນ ທີ່ມາເບິ່ງມາຊົມ. ເມື່ອເວົ້າເຖິງການແຂ່ງຂັນບັ້ງໄຟ ກໍ່ເຊັ່ນດຽວກັນ, ການຈູດບັ້ງໄຟ ຖ້າຫາກວ່າ ບ້ານໃດຈູດຂື້ນດີ ກໍ່ຈະກາຍເປັນຜູ້ຊະນະ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍ, ໄດ້ເງີນລາງວັນ. ສ່ວນບ້ານໃດ ຫລື ຂອງບຸກຄົນໃດ ຫາກຈູດບໍ່ຂື້ນ ກໍ່ຈະຖືກຫາມລົງຖົມ, ເອົາໄປຖິ້ມລົງຂີ້ຕົມ……….. ສະຫລຸບແລ້ວ ບຸນບັ້ງໄຟນອກຈາກຈະເປັນບຸນປະເພນີສຳຄັນຢ່າງຫນຶ່ງແລ້ວ, ບຸນບັ້ງໄຟ ຍັງເປັນກິລາພື້ນເມືອງ,ພື້ນບ້ານຊະນິດຫນຶ່ງ ທີ່ມີການແຂ່ງຂັນຊ່ວງເສັງກັນ ໃນການຜະລິດ, ເຕັກນິກດ້ານຕ່າງໆ ເພື່ອເອົາຊະນະ ໃຈກຳມະການ ຫລື ມວນຊົນ ໃນນັ້ນປະກອບມີບັ້ງໄຟຫລາຍຊະນິດ ເຊັ່ນ: ບັ້ງໄຟໂດດ, ບັ້ງໄຟຫາງ, ບັ້ງໄຟມ້າ, ບັ້ງໄຟອີຕື້, ບັ້ງໄຟຕະໄລ, ບັ້ງໄຟດອກ, ບັ້ງໄຟຫມື່ນ, ບັ້ງໄຟແສນ ແລະ ບັ້ງໄຟລ້ານ. ການກຳນົດເຮັດບຸນບັງໄຟ ແມ່ນຂ້າງແຮມເດືອນຫົກລາວຂອງທຸກໆປີ ຕົກຢູ່ລະຫວ່າງກາງເດືອນ ຫາ ທ້າຍເດືອນ ພຶດສະພາ, ຕາມເງື່ອນໄຂ ແລະ ຄວາມເຫມາະສົມໃນແຕ່ລະທ້ອງຖີ່ນ.