ເພື່ອເປັນການສ້າງບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ໃນທາມກາງຂອງການສະເຫລີມສະຫລອງວັນເດັກນ້ອຍ ສາກົນ 1 ມີຖາ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ມີບັນຍາກາດ ແລະ ຢູ່ໃນທ່າມກາງການຈັດງານວາງສະແດງສິນຄ້າ ຫນຶ່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ແລະ ສິນຄ້າຈາກຄອບຄົວຕົວແບບ ຂອງໃນນະຄອນຫລວງວຽງຈັນ ຄັ້ງທີ 4 ທີ່ສູນການຄ້າລາວໄອເຕັກ, ນະຄອນຫລວງວຽງຈັນ ດັ່ງນັ້ນ, ພະແນກອຸດສະຫາກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ຈິ່ງໄດ້ຈັດກິດຈະກຳປະກວດແຂ່ງຂັນສີລະປະວັນນະຄະດີ, ຟ້ອນ ແລະ ເຊີ້ງ ໃນຂັ້ນໂຮງຮຽນອະນຸບານ ແລະ ປະຖົມສຶກສາ ດັ່ງທີ່ນຳສະເຫນີໄປໃນມື້ກ່ອນ ແມ່ນຂັ້ນອະນຸບານ ແຕ່ສຳລັບມື້ນີ້ ແມ່ນຂັ້ນປະຖົມສຶກສາ. ການແຂ່ງຂັນປະກວດ ຟ້ອນ-ເຊິ້ງ ຂັ້ນປະຖົມສຶກສາ ມີໂຮງຮຽນເຂົ້າຮ່ວມທັງໝົດ 13 ໂຮງຮຽນ ທັງພາກລັດ ແລະ ເອກະຊົນພາຍໃນນະຄອນຫລວງວຽງຈັນ ຄື:- ໂຮງຮຽນປະຖົມສຶກສາ ວົງຄຳສີ ມາໃນບົດຟ້ອນສຽງແຄນລາວ- ໂຮງຮຽນປະຖົມສຶກສາ ເມືອງວາທົ່ງ ມາໃນບົດຟ້ອນ ເຊີ້ງຊ່ວງເຮືອ- ໂຮງຮຽນປະຖົມ ສຶກສາ ເກສອນ ໄຊສົງຄາມ ( ,,,)- ໂຮງຮຽນປະຖົມສຶກສາ ໂຊກນ້ອຍ ( ເຊິ້ງບຸນບັ້ງໄຟ)- ໂຮງຮຽນປະຖົມສຶກສາ ບ້ານຫມາກນາວ ( 2 ລາຍການ ຟ້ອນສຽງແຄນລາວ ແລະ ຟ້ອນສະຫວັນບ້ານເຮົາ )- ໂຮງຮຽນປະຖົມສຶກສາ ຟ້າສີຄາມ ( 2 ລາຍການ ຄື: ເຊີ້ງບຸນບັ້ງໄຟ ແລະ ຟ້ອນແດນແຫ່ງອິດສະຫລະ )- ໂຮງຮຽນປະຖົມສຶກສາ ຄຳສາຍສຸລິຍາໂລຈັກ (ຟ້ອນ ສາວລາວມ່ວນຊື່ນ)-ໂຮງຮຽນປະຖົມສຶກສາ ກ້າວຫນ້າ ( ຟ້ອນ ອ້າຍຊ່າງແສງ) -ໂຮງຮຽນປະຖົມສຶກສາ ສີວັດທະນາ ( ຟ້ອນ ເຊິ້ງກະໂປະຫມາກພ້າວ)-ໂຮງຮຽນປະຖົມສຶກສາອິນທະລາ (ຟ້ອນ ຊາວລາວສຸດໃຈເທີດທູນບຸນຄຸນພັກ)- ໂຮງຮຽນປະຖົມສຶກສາ ມີນາ ( ຟ້ອນເຊີ້ງບຸນບັ້ງໄຟ)- ໂຮງຮຽນປະຖົມສີບຸນເຮືອງ (ຟ້ອນປະສານເຊີ້ງ ບ້ານແມ່ເຮົາ) -ໂຮງຮຽນປະຖົມສຶກສາ ແສງວິໄລ (,,ຟ້ອນ)ເຊິ່ງແຕ່ລະໂຮງຮຽນ ລ້ວນແລ້ວຄົ້ນຄິດອອກແບບທ່າຟ້ອນໃຫມ່, ການແຕ່ງກາຍຂອງນັກຮຽນ, ລີລາທ່າທາງຄວາມອ່ອນຊ້ອຍ ຕ່າງໆ. ທີ່ສວຍງາມ ແລະ ມ່ວນຊື່ນ. ການສະແດງປະກວດຟ້ອນ ແລະ ເຊີ້ງ ນອກຈາກຈະເປັນການສະແດງໃຫ້ເຫັນເຖິງຄວາມສາມາດທາງດ້ານສີລະປະຂອງນ້ອງນັກຮຽນຂັ້ນປະຖົມແລ້ວ ຍັງເປັນການແລກປ່ຽນຄວາມສາມາດ ທາງດ້ານວັດທະນະທຳ ເຊີ່ງກັນລະກັນ ຂອງແຕ່ລະໂຮງຮຽນແຕ່ລະແຫ່ງ.