ໂຄງການ ໜຶ່ງແລວທາງ ໜຶ່ງເສັ້ນທາງ ສາຍສໍາພັນປະຊາຊົນສອງຊາດ ພາຍໃຕ້ຫົວຂໍ້: ມິດຕະພາບ ລາວ - ຈີນ, ເພື່ອເປັນການສົງເສີມວັດທະນະທໍາ ແລະ ສ້າງສາຍສັນພັນນັກຮຽນຊັ້ນປະຖົມ, ສະມາຄົມໃຫຍ່ການກຸສົນແຫ່ງປະເທດຈີນ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປລາວ ແລະ ສະຖານທູດຈີນ ປະຈໍາລາວ ໄດ້ຮ່ວມກັນເປັນເຈົ້າພາບຈັດກິດຈະກໍາດັ່ງກ່າວຂື້ນ ໃນວັນທີ 31 ພຶດສະພາ 2017 ທີ່ ວິທະຍາໄລເຕັກນິກ ປາກປ່າສັກ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຮອງສາດສະດາຈານ. ປະລິນຍາເອກ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສີ ອີ້ ຊວ່ຽນ ປະທານຜູ້ປະຈໍາການ ຄະນະກໍາມະການ ນັກຂ່າວອາສາສະໝັກເພື່ອການກຸສົນ ປະຈໍາສະມາຄົມການກຸສົນ ແຫ່ງປະເທດຈີນ ພ້ອມດ້ວຍຄະນະ, ແຂກທີ່ຖືກເຊີນ, ຄູອາຈານ, ນ້ອງນັກຮຽນ ແລະ ພາກສວນກ່ວຂ້ອງເຂົ້າຮ່ວມ. ຜ່ານການລາຍງານຂອງ ທ່ານ ສາຍຄໍາ ພັນທະວົງ ຜູ້ອໍານວຍການ ວິທະຍາໄລເຕັກນິກປາກ ປ່າສັກ ໃຫ້ຮູ້ວ່າ: ກິດຈະກໍາດັ່ງກ່າວ ແມ່ນເປັນການຫັດແໜ້ນຄວາມສາມັກຄີ ແລະ ສ້າງສາຍສໍາພັນອັນດີ ສອງຊາດ ລາວ - ຈີນ ໃຫ້ດີຂື້ນເປັນກ້າວໆ, ພາຍໃນງານ ແມ່ນໄດ້ຈັດການປະກວດຮູບແຕ້ມເພື່ອຊິງທືນການສຶກສາ ພາຍໃຕ້ຈຸດປະສົງ ມິດຕະພາບ ແລະ ວັດທະນະທໍາລາວ - ຈີນ, ໃນພິທີໄດ້ມີການມອບລາງວັນໃຫ້ນ້ອງນັກຮຽນ ທີ່ມີຜົນງານດີເດັ່ນຄື: ທ້າວ ສຸກປະເສີດ ວຽງແກ້ວ ຈາກໂຮງຮຽນ ຫ້ອມສະຫວັນ ໄດ້ຮັບລາງວັນຊະນະເລີດ ເປັນທືນການສຶກສາ ມູນຄ່າ 2.400.000 ກີບ. ລາງວັນທີ 2 ໄດ້ຮັບ ທືນການສຶກສາມູນຄ່າ 1.200.000 ກີບ ມີ 5 ລາງວັນ, ລາງວັນທີ 3 ໄດ້ຮັບ ທຶນການສຶກສາ ມູນຄ່າ 600.000 ກີບ ມີ 10 ລາງວັນ ແລະ ລາງວັນຊົມເຊີຍ ໄດ້ຮັບ ທຶນການສຶກສາ ມູນຄ່າ 120.000 ກີບ ມີ 80 ລາງວັນ, ນອກນັ້ນໃນພິທີຍັງໄດ້ມີການມອບອຸປະກອນການສຶກສາ ໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ ທີ່ຮຽນດີ - ຮຽນເກັ່ງໃນ 9 ຕົວເມືອງ ຢູ່ ນະຄອນຫຼວງວງຈັນ ຈໍານວນ 900 ຊຸດ, ເມືອງລະ 100 ຊຸດອີກດ້ວຍ.