ງານວາງສະແດງສິນຄ້າ ຫນຶ່ງເມືອງ-ຫນຶ່ງຜະລິດຕະພັນແຫ່ງຊາດ ແລະ ສິນຄ້າຄອບຄົວຕົວແບບ ໃນນະຄອນຫລວງວຽງຈັນ ຄັ້ງທີ 4 ເຊິ່ງຈັດຂື້ນມາແຕ່ວັນທີ 26 ພຶດສະພາ ໄປຈົນເຖິງວັນທີ 1 ມີຖຸນາ 2017 ນັບວ່າມີຄວາມສຳຄັນ ຕໍ່ຜູ້ປະກອບທາງດ້ານການຜະລິດ ແລະ ຫົວຫນ່ວຍທຸລະກິດຜະລິດຕະພັນຂອງຄົນລາວ ເພື່ອພັດທະນາກ້າວໄປຢ່າງບໍ່ຍຸດຍັ້ງ. ທັງເປັນການສົ່ງເສີມການຜະລິດສິນຄ້ານຳໃຊ້ກາຫມາຍແຫ່ງຊາດ ຫນຶ່ງເມືອງ-ຫນຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບ ໃນນະຄອນຫລວງວຽງຈັນ ໃຫ້ຂະຫຍາຍຕົວ,. ທີຄວາມຍືນຍົງ ແລະ ສາມາດປະຕິບັດໄດ້ຕາມແຜນ ຕິດພັນກັບການສົ່ງເສີມ ແລະ ພັດທະນາສິນຄ້າຂອງພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ, ຕາມທິດຊີ້ນຳຂອງອົງຄະນະພັກນະຄອນຫລວງວຽງຈັນ ແລະ ຕິດພັນກັບວຽກງານສົ່ງເສີມການຜະລິດສິນຄ້າໃນຂອບເຂດທົ່ວປະເທດ ຂອງກະຊວງອຸດສາຫະກຳ ແລະ ການຄ້າ. ກ້າວໄປເຖິງການສ້າງສິນຄ້າໃຫ້ເປັນເອກະລັກ, ມີຄວາມຍືນຍົງ ແລະ ເປັນສິນຄ້າແຫ່ງພູມປັນຍາທີ່ສຶບທອດມູນເຊື້ອຈາກການຜະລິດຂອງຄົນຮຸ້ນເກົ່າ ສູ່ຄົນຮຸ້ນໃຫມ່, ສ້າງຜະລິດຕະພັນໃຫ້ມີມູນຄ່າເພີ່ມສູງຂື້ນ ໂດຍຜ່ານຂະບວນການປຸງແຕ່ງ ແລະ ຫຸ້ມຫໍສອດຄ່ອງກັບການຕະຫລາດ ໃນຍຸກແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.