ທ່ານ ປະລິນຍາເອກ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ເຊິ່ງເປັນກຽດຕ້ອນຮັບຂອງ ທ່ານ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ, ຫົວຫນ້າພະແນກການເງິນ ແຂວງວຽງຈັນ, ພ້ອມດ້ວຍຄະນະ ພ້ອມນັ້ນກໍໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດວຽກງານຮ່ວມກັນ ທ່ານ ດາວເຮືອງ ນັນທະວົງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນວຽກງານການຈັດຕັ້ງປະຕິບັດ ການເກັບລາຍຮັບ, ການຄຸ້ມຄອງຕິດຕາມ-ກວດກາການປະຕິບັດຫລັງກນາຈ່າຍ, ການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ ແລະ ເລັ່ງທວງຫນີ້ສິນຄ້າງມອບທີ່ຕິດພັນກັບລາຍຮັບ ກໍຄືການຈັດຕັ້ງປະຕິບັດຄຳແນະນຳຂອງກະຊວງການເງິນ ສະບັບເລກທີ 3905/ກງ ວ່າດ້ວຍ: ການເກັບກຳຂໍ້ມູນ ແລະ ສຳຫລວດລາຍຮັບງົບປະມານຄືນໃຫມ່ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ແຈ້ງແຜນລາຍຮັບ-ລາຍຈ່າຍງົບປະມານໃຫ້ບັນດາພະແນກການ, ກົມກອງ, ບັນດາເມືອງ, ຄຸ້ມຄອງເບີກຈ່າຍງົບປະມານໃຫ້ໄປຕາມແຜນໂດຍສະເພາະ ແມ່ນໄດ້ສຸມໃສ່ອະນຸມັດເບີກຈ່າຍເງິນເດືອນ, ເງິນອຸດຫນູນຂອງພະນັກງານລັດຖະກອນທົ່ວແຂວງເປັນບູລິມະສິດ ອັນດັບ 1 ຕາມນະໂຍບາຍຂອງລັດຖະບານ. ການຈັດຕັ້ງປະຕິບັດຕາມຕົວເລກແຜນລາຍຮັບປະຈຳປີ 2017 ແຂວງວຽງຈັນ ໄດ້ຮັບຕົວເລກທັງຫມົດ 163 ລ້ານກວ່າກີບມາຮອດປະຈຸບັນຕົວເລກແຕ່ວັນທີ 1 ມັງກອນ 2017-30 ເມສາ 2017 ສາມາດປະຕິບັດລາຍຮັບໄດ້ທັງຫມົດ 49 ລ້ານກວ່າກີບ ເທົ່າກັບ 30,49 ສ່ວນຮ້ອຍ ສ່ວນການປະຕິບັດຕົວເລກລາຍຈ່າຍງົບປະມານປີ 2017 ມີທັງຫມົດ 625 ລ້ານກວ່າກີບ, ການອະນຸມັດເບີກຈ່າຍປະຕິບັດໄດ້ທັງຫມົດ 253 ລ້ານກວ່າກີບ ເທົ່າກັບ 40,50 ສ່ວນຮ້ອຍ ສຳລັບການດຸ່ນດ່ຽງ ແຂວງວງຈັນ ຍັງຂາດດຸ່ນທັງຫມົດ 462 ລ້ານກວ່າກີບ, ມາຮອດປະຈຸບັນໄດ້ຮັບການດຸ່ນດ່ຽງຈາກສູນກາງແລ້ວ 147 ລ້ານກວ່າກີບ, ເທົ່າກັບ 31,79 ສ່ວນຮ້ອຍ. ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ປະລິນຍາເອກ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງເນັ້ນຫນັກໃຫ້ບັນດາທ່ານຜູ້ທີ່ເຮັດວຽກການເງິນຈົ່ງເອົາໃຈໃສ່ປະຕິບັດຕາມ 13 ວຽກໃຫຍ່ ທີ່ກະຊວງການເງິນ ໄດ້ວາງອອກ,ເອົາໃຈໃສ່ໃນການປະສານສົມທົບກັບບັນດາສາຍຕັ້ງທີ່ກ່ຽວຂ້ອງ ທາງຂັ້ນເທິງ ແລະ ທ້ອງຖິ່ນເພື່ອສ້າງແຜນການ ແລະ ແຜນງານ ໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນ ເພື່ອບັນລຸໄດ້ຕາມເປົ້າຫມາຍກໍຄືການປະຕິບັດລາຍຮັບ, ລາຍຈ່າຍໃຫ້ໄດ້ຕາມແຜນການ ຫລື ຕາມຕົວເລກມອບຫມາຍທີ່ໄດ້ຮັບ ພ້ອມນັ້ນກໍໄດ້ເນັ້ນຫນັກໃຫ້ເອົາໃຈໃສ່ຄວາມສາມັກຄີທັງພາຍໃນ ແລະ ພາຍນອກເພື່ອຮັກສາໄດ້ຄວາມສະຫງົບປອດໄພ້ອມກັນປະຕິບັດວຽກງານໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດຫມາຍຂອງລັດ ທີ່ວາງໄວ້.