ການສອບເສັງຈົບຊັ້ນປະຖົມສຶກສາ ປໍ 5 ທົ່ວເມືອງປາກຊັນ ປະຈໍາສົກຮຽນ 2016-2017 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ່ 23 ພຶດສະພາ 2017 ນີ້ຢູ່ທີ່ສູນສອບເສັງໂຮງຮຽນປະຖົມສົມບູນໂພນໄຊເໜືອ ເມືອງປາກຊັນ,ແຂວງບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອາຈານ ບຸນໂຮມ ແກ້ວມະນີສັກ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ ມີບັນດາຄູອາຈານ ຄະນະກຳມະການຮັບຜິດຊອບ ແລະ ນັກສອບເສັງເຂົ້າຮ່ວມ ສໍາລັບການສອບເສັງຈົບຊັ້ນປະຖົມສຶກສາ ປໍ 5 ທົ່ວເມືອງປາກຊັນ ປະຈຳສົກຮຽນ 2016-2017 ໃນປີນີ້, ມີທັງໝົດ 4 ສູນສອບເສັງ ຄື: ສູນສອບເສັງໂຮງຮຽນປະຖົມສົມບູນໄຊມຸງຄຸນ ປະກອບມີ 9 ໂຮງຮຽນປະຖົມສົມບູນ ຄື ໂຮງຮຽນປະຖົມສົມປາກຊັນໃຕ້, ໂຮງຮຽນປະຖົມປາກປຶງ, ໂຮງຮຍນປະຖົມ ໄຊມຸງຄຸນ, ໂຮງຮຽນປະຖົມສີວິໄລ, ໂຮງຮຽນປະຖົມສວນສະຫວັນ, ໂຮງຮຽນປະຖົມ ສີສະອາດ, ປະຖົມໂພນສະອາດ, ປະຖົມປາກຊັນໃໝ່, ປະຖົມຮຸ່ງອາລຸນ ມີນັກສອບເສັງທັງໝົດ 194 ຄົນ, ຍິງ 99 ຄົນ, ແບ່ງອອກເປັນ 8 ຫ້ອງສອບເສັງ ແຕ່ລະຫ້ອງບັນຈຸນັກສອບ 25 ຄົນ, ສູນສອບເສັງໂຮງຮຽນປະຖົມສົມບູນໂພນໄຊເໜືອ ປະກອບມີ 9 ໂຮງຮຽນປະຖົມສົມບູນຄື ໂຮງຮຽນປະຖົມສົມບູນຫາງຊິງ, ປະຖົມບ້ານກ້ວຍດ ປະຖົມແສນອຸດົມ, ປະຖົມໂພນສີ, ປະຖົມ ຊະນະໄຊ, ປະຖົມໄຊສົມບຸນ, ປະຖົມໂພນໄຊເໜືອ, ປະຖົມຫ້ວຍສຽດ ແລະ ໂຮງຮຽນປະຖົມສົມບູນແຕ່ງທອງ ມີນັກສອບເສັງທັງໝົດ 241 ຄົນ, ຍິງ 109 ຄົນ, ແບ່ງອອກເປັນ 9 ຫ້ອງສອບເສັງ ແຕ່ລະຫ້ອງບັນຈຸນັກສອບ 26-27 ຄົນ ສູນສອບເສັງໂຮງຮຽນປະຖົມສົມບູນໝອງບົວ ປະກອບມີ 12 ໂຮງຮຽນປະຖົມສົມບູນ ຄື: ປະຖົມສົມບູນປັດຊຸມ,ປະຖົມທ່າບໍ່, ປະຖົມສອງຄອນ,ປະຖົມໜອງບົວ ປະຖົມໜອງແວງ, ປະຖົມນາຫົວພູ, ປະຖົມນາຂາມ, ປະຖົມ ນາອ້ອຍໜູ, ປະຖົມ ນາເຂົ້າລົມ, ປະຖົມຄຳບອນ, ປະຖົມໂນນອຸດົມ ແລະ ປະຖົມສົມບູນນາໄໝ ມີນັກສອບເສັງທັງໝົດ 201 ຄົນ, ຍິງ 107 ຄົນ, ແບ່ງອອກເປັນ 9 ຫ້ອງສອບເສັງ ແຕ່ລະຫ້ອງບັນຈຸນັກສອບເສັງ 22-23 ຄົນ. ສູນສອບເສັງໂຮງຮຽນປະຖົມສົມບູນໂພນໄຊໃຕ້ ປະກອບມີ 13 ໂຮງຮຽນປະຖົມສົມບູນ ຄື: ໂຮງຮຽນປະຖົມສົມບູນນາສົ້ມມໍ, ປະຖົມໂພນສະຫວ່າງ, ປະຖົມສິນໄຊ, ປະຖົມທ່ານາ , ປະຖົມຫາດຊາຍຄູນ, ປະຖົມແກ້ງສະດອກ, ປະຖົມໂພນໄຊໃຕ້, ປະຖົມບ້ານໂດນ ປະຖົມໜອງສາມານດ ປະຖົມທົ່ງຫວ້ານ, ປະຖົມໂພນໂຮມ, ປະຖົມນາມວ່ງ ແລະ ປະຖົມສົມບູນບ້ານບົງ. ມີນັກສອບເສັງທັງໝົດ 177 ຄົນ, ຍິງ 91 ຄົນແບ່ງອອກເປັນ 7 ຫ້ອງສອບເສັງ ແຕ່ລະຫ້ອງບັນຈຸນັກສອບ 26 ຄົນ. ການສອບເສັງນີ້ປະກອບມີ 3 ວິຊາສອບເສັງຄື ວິຊາຄະນນິດສາດ ໂລກອ້ອມຕົວ ແລະ ວິຊາພາສາລາວ ແຕ່ລະວິຊາຈະໃຊ້ເວລາ 90 ນາທີ, ການສອບເສັງແມ່ນດຳເນີນໄປຮອດວັນທີ່ 24 ພຶດສະພາຈຶ່ງຈະສໍາເລັດ.