ໃນວັນທີ 24 ຕຸລາ 2017 ທີ່ສະໜາມບິນສາກົນວັດໄຕ, ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນວັດໄຕ ຮ່ວມກັບ ເຈົ້າໜ້າທີ່ປ່າໄມ້, ປກສ, ໂດຍການເຂົ້າຮ່ວມຂອງທ່ານ ສົມພິດ ແສງມະນີວົງ ຮອງຫົວໜ້າກົມພາສີກະຊວງການເງິນ ໄດ້ຖະແຫຼ່ງຜົນການຢຶດ ນໍແຮດ ທີ່ຊາວຈີນຈຳນວນ 2 ຄົນ ນ້ຳເຂົ້າມາ ສປປ ລາວ ໂດຍການຜ່ານສາຍການບິນsilkair ລວມນ້ຳ 11.10 ກິໂລກະຣາມ, ຄິດເປັນມູນຄ່າເບື້ອງຕົ້ນເກືອບ 2 ແສນໂດສະຫະລັດ.
ທ່ານ ບົວສອນ ໄຊຍະສຸກ ຫົວໜ້າດ່ານພາສີສາກົນສະໜາມບິນວັດໄຕ ຖະແຫລ່ງວ່າ: ໃນຕອນຄໍ່າຂອງວັນທີ 23 ຕຸລາ 2017 ໄດ້ຮັບການລາຍງານວ່າຈະມີການລັກລອບນໍາເຂົ້າສິ່ງຂອງຜິດກົດໝາຍປະເພດ ນໍແຮດ ໂດຍຜ່ານສາຍການບິນ silkairline ຖ້ຽວບິນ MI 788 ເຊິ່ງຕົ້ນທາງມາຈາກສິງກະໂປ ໂດຍມີຈຸດໝາຍປາຍທາງທີ່ແຂວງຫລວງພະບາງ ໂດຍຜ່ານສະໜາມບິນສາກົນວັດໄຕ ດັ່ງນັ້ນ, ທາງເຈົ້າໜ້າທີ່ພາສີ ຈຶ່ງໄດ້ປະສານສົມທົບກັບບັນດາພາກສ່ວນກ່ຽວຂ້ອງຕິດຕາມຢ່າງໃກ້ຊິດພາຍຫລັງເຄື່ອງບິນມາຮອດສະໜາມບິນສາກົນວັດໄຕ, ຈິ່ງໄດ້ພົບຜູ້ຕ້ອງສົງໃສ ຈຳນວນ 2 ຄົນ (ສັນຊາດຈີນ) ຜ່ານການກວດກາ ແລະ ສືບສວນສອບສວນເບື້ອງຕົ້ນຜູ້ຕ້ອງຫາ ແລະ ໄດ້ທຳການກວດຄົ້ນກະເປົາ ພົບເຫັນສິ່ງຂອງຜິດກົດໝາຍປະເພດນໍແຮດ ຈຳນວນ 5 ຊິ້ນ ລວມນ້ຳໜັກ 11.10 ກິໂລກະຣາມ ແລະ ຈາກການປະເມີນມູນຄ່າເບື້ອງຕົ້ນຈາກອົງການສັດນ້ຳ-ສັດປ່າສາກົນ, ນໍແຮດດັ່ງກ່າວນີ້ມີມູນຄ່າ 1 ກິໂລເທົ່າກັບ 16.000 ໂດລາສະຫະລັດ, ຖ້າຄິດໄລ່ມູນຄ່າລວມທັງໝົດ ປະມານ 170.000 ໂດລາສະຫະລັດ.
ປັດຈຸບັນທາງເຈົ້າໜ້າພາສີສາກົນປະຈຳສະໜາມບິນວັດໄຕ ໄດ້ຢຶດຂອງກາງປະເພດ ນໍແຮດ ແລະ ກັກຕົວຜູ້ຕ້ອງຫາ ພ້ອມທັງໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫລວດສິ່ງແວດລ້ອມ ກະຊວງ ປກສ ເພື່ອທຳການສືບສວນ-ສອບສວນຕາມວິຊາສະເພາະ ແລະ ລະບຽບການ ເພື່ອທໍາການສືບສວນ-ສອບສວນຫາຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ສ່ວນ ນໍແຮດ ທາງເຈົ້າໜ້າພາສີສາກົນສະໜາມບິນວັດໄຕໄດ້ຢຶດເປັນການຊົ່ວຄາວ ເພື່ອທຳການສືບສ່ວນສອບສ່ວນດຳເນີນຄະດີທາງພາສີ, ພາຍຫລັງສຳເລັດການດຳເນີນຄະດີທາງພາສີແລ້ວ ຈະໄດ້ມອບຂອງກາງ ຈຳນວນດັ່ງກ່າວໃຫ້ພາກສ່ວນກ່ຽວຂ້ອງດຳເນີນການໃນຂັ້ນຕອນຕໍ່ໄປຕາມລະບຽບກົດໝາຍ.
Editor: ຫນັງສືພິມເສດຖະກິດ-ສັງຄົມ