ລາຍງານຜົນກະທົບຈາກພະຍຸໂຊນກາ ( Sonca) ໃນວັນທີ 26/7/2017 ທີ່ພັດຜ່ານມາໄປທາງທິດໃຕ້ ຂອງ ສປປ ລາວ ໄດ້ເຮັດໃຫ້ຝົນຕົກໜັກຕໍ່ເນື່ອງທາງພາກໃຕ້ຂອງ ສປປລາວ ເປັນເວລາ 2-3 ວັນ ຕິດຕໍ່ກັນ, ແລະ ໃນບາງພຶ້ນທີ່ຂອງແຂວງສາລະວັນ ກໍ່ເກີດເຫດມີນ້ຳຖ້ວມຂັງ ເຮັດໃຫ້ພໍ່ແມ່ປະຊາຊົນ ພົບຄວາມລຳບາກໃນການສັນຈອນ ຕາມເສັ້ນທາງຕ່າງໆ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຊາວກະສິກອນ ໂດຍສະເພາະຊາວນາອີກດວ້ຍ.
ມາໃນວັນທີ 27 ກໍລະກົດ ພະຍຸໄດ້ອ່ອນກຳລັງລົງ ສູ່ຄວາມເປັນປົກກະຕິ ແຕ່ກໍ່ຂໍໃຫ້ຢູ່ໃນຄວາມລະມັດລະວັງ ມີສະຕີຕື່ນຕົວ ແກ່ປະຊາຊົນ ທີ່ຢູ່ລຽບແຄມແມ່ນ້ຳໃຫຍ່ ເພາະອາດເຮັດໃຫ້ມີນ້ຳໄຫລລາກ ກໍ່ເປັນໄດ້. ສຳລັບພາກກາງ ປະຈຸບັນ ແມ່ນຍັງບໍ່ທັນມີລາຍງານ ກ່ຽວກັບນ້ຳຖ້ວມເທື່ອ ພະຍຸ ອາດເຄື່ອນຕົວພັດຜ່ານມາທາງພາກກາງ ຂື້ນສູ່ພາກເຫນືອ ສະນັ້ນ ພໍ່ແມ່ປະຊາຊົນ ທາງພາກເຫນືອ ເຊັ່ນ: ຫລວງພະບາງ, ໄຊຍະບູລີ, ໄຊສົມບູນ ແລະ ຊຽງຂວາງ ກໍ່ໃຫ້ລະມັດລະວັງໄດ້.
Editor: ກຳປານາດ ລັດຖະເຮົ້າ