ກຸ່ມບໍລິສັດຊັ່ງຈ່ຽງ ໄດ້ຈັດພິທີຖະແຫຼງຂ່າວຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ 2017 ນີ້, ທີ່ໜ້າສູນການຄ້າສາກົນຊັ່ງຈ່ຽງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຕິ່ງ ກົວຈ່ຽງ ຕາງໜ້າກຸ່ມບໍລິສັດ ຊັ່ງຈ່ຽງ. ມີບັນດາແມ່ຄ້າຊາວລາວ ແລະ ຈີນຂອງຕະຫຼາດັ່ງກ່າວ ແລະ ສື່ມວນຊົນລາວແລະ ຕ່າງປະເທດເຂົ້າຮ່ວມ. ທ່ານ ຕິ່ງ ກົວຈ່ຽງ ຕາງໜ້າກຸ່ມບໍລິສັດ ຊັ່ງຈ່ຽງ ປະທານສູນການຄ້າຕະຫລາດສາກົນ ຊັງຈຽງ ກ່າວວ່າ: ໃນເຫດໄຟໄໝ້ສູນການຄ້າສາກົນຊັ່ງຈ່ຽງ ເວລາ 5 ໂມງ 35 ນາທີ, ຂອງວັນທີ 14 ກໍລະກົດ 2017 ນີ້, ໄດ້ສ້າງຄວາມເສຍຫາຍໃຫ້ແກ່ກຸ່ມບໍລິສັດຊັ່ງຈ່ຽງ ແລະ ບັນດາພໍ່ຄ້າແມ່ຄ້າທັງໝົດ 269 ຮ້ານ, ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ. ສ່ວນເນື່ອທີ່ທີ່ຖືກໃໝ້ທັງໝົດ 18.000 ແມັດກາເລ້, ສ່ວນສາເຫດທີ່ພາໃຫ້ເກີດມີໄຟໄໝ້ ແລະ ມູນຄ່າການເສຍຫາຍທັງໝົດນີ້ ທາງກຸ່ມບໍລິສັດຊັ່ງຈ່ຽງ ຈະພະຍາຍາມສົມທົບກັບຕໍາຫຼວດ ປກສ ມອດໄຟ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລັດ ເພື່ອກວດກາຊອກຮູ້ ແລະ ແຈ້ງໃຫ້ສັງຄົມຮັບຊາບຕື່ມພາຍຫຼັງ. ທ່ານ ຕິ່ງ ກົວຈ່ຽງ ປະທານຕະຫລາດຊັ່ງຈ່ຽງ ກ່າວອີກວ່າ: ພວກຂ້າພະເຈົ້າໂດຍຢູ່ໃຕ້ການຊີ້ນໍານໍາພາຂອງລັດຖະບານລາວ ແລະ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ຈະແຕ່ງ ຕັ້ງຄະນະສະເພາະກິດຂຶ້ນເພື່ອຈັດການບໍລິການຫຼັງໄຟໄໝ້ ຕາມແຜນການເທື່ອລະກ້າວ. ກຸ່ມບໍລິສັດຊັ່ງຈ່ຽງ ຈະຮ່ວມທຸກກັບບັນດາພໍ່ຄ້າແມ່ຄ້າທີ່ຮັບເຄາະໄຟໃໝ້ ຮ່ວມກັນປະເຊີນໜ້າຮັບມືກັບໄພພິບັດຄັ້ງນີ້ ແລະ ຈະເລີ່ມກໍ່ສ້າງແລະ ຟຶ້ນຟູຕະຫຼາດຊັ່ງຈ່ຽງໃຫ້ໄດ້ດີຂຶ້ນກວ່າເກົ່າໃຫ້ໄວເທົ່າທີ່ຈະໄວໄດ້.
ພາຍຫລັງສີ້ນສຸດການຖະແຫລງຂ່າວ ຊາວຄ້າຂາຍ ຄົນລາວ ແລະ ຊາວຈີນ ໄດ້ພ້ອມກັນທວງຖາມເຖິງການຊົດເຊີຍຕໍ່ຜົນເສຍຫາຍ ທີ່ເກີດຂື້ນ ແຕ່ກໍ່ຍັງບໍ່ມີຄຳຕອບທີ່ຊັດເຈນ. ເຮັດໃຫ້ແມ່ຄ້າຫລາຍຄົນ ບໍ່ຄ່ອຍພໍ່ໃຈ ຕໍ່ການຖະແຫລງຂ່າວ ໃນຄັ້ງນີ້.
Editor: ກຳປານາດ ລັດຖະເຮົ້າ