ເພື່ອຕິດຕາມຄວາມເສຍຫາຍ ແລະ ຮັບຟັງການລາຍງານສາເຫດ ໄຟໄຫມ້ຕະຫລາດ ສາກົນຊັ່ງຈຽງ ທີ່ເກີດຂື້ນໃນຕອນແລງວັນທີ 14 ກໍລະກົດ ຜ່ານມານັ້ນ ສະນັ້ນ, ຕອນເຊົ້າວັນທີ 15 ກໍລະກົດ 2017 ນີ້, ທີ່ນະຄອນຫລວງວຽງຈັນ ທ່ານ ຫວາງ ເວີນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ຄົນໃຫມ່ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ພະນັກງານສະຖານທູດຈີນ ປະຈໍາ ສປປ ລາວ ໄດ້ລົງຕິດຕາມສະພາບຄວາມເປັນຈິງ ສະຖານທີ່ໄດ້ຮັບຄວາມເສຍຫາຍ, ພ້ອມທັງໃຫ້ຂວັນກຳລັງໃຈ ຕໍ່ເຈົ້າຂອງ ແລະ ຊາວຄ້າຂາຍ ທັງຄົນລາວ ແລະ ຄົນຈີນ. ເຊີງຄວາມເສຍຫາຍ ຖືວ່າ ໃຫຍ່ຫລາຍ. ມະຫາສານ ບັນດາສິນຄ້າພາຍໃນ ລວມທັງອາຄານ ແລະ ສີ່ງຂອງຕ່າງໆ ທີ່ໃກ້ຄຽງ ສູນເສຍ ຈົນຫມົດ.
Editor: ກຳປານາດ ລັດຖະເຮົ້າ