"ພິທີເປີດໂຄງການຄຸ້ມຄອງປ່າໄມ້ແບບຍືນຢົງ SUFORD-SU ແລະ ການສຳມະນາກ່ຽວກັບການຄຸ້ມຄອງທຶນພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ເມືອງ ວັງວຽງ, ແຂວງ ວຽງຈັນ"
ຕອນເຊົ້າຂອງວັນທີ່ 15 ສິງຫາ 2016 ຜ່ານມານີ້, ຢູ່ທີ່ສະໂມສອນຂອງ ເມືອງ ວັງວຽງ, ແຂວງ ວຽງຈັນ. ໄດ້ມີພິທີເປີດໂຄງການຄຸ້ມຄອງປ່າໄມ້ແບບຍືນນານ SUFORD-SU ແລະ (ສຳມະນາ ກ່ຽວກັບການຄຸ້ມຄອງທຶນ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ). ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ພູວົງ ບຸນຊູ ຫົວຫນ້າ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ. ມີບັນດາທ່ານຫົວຫນ້າ-ຮອງຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ ພາຍໃນ 6 ເມືອງ ແລະ ພະນັກງານ ວິຊາການທີ່ກ້ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ພູວົງ ບຸນຊູ ຫົວຫນ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ຂຶ້ນກ່າວເປີດໂຄງການຄຸ້ມຄອງປ່າໄມ້ແບບຍືນນານ SUFORD-SU ແລະ (ສຳມະນາກ່ຽວກັບການຄຸ້ມຄອງທຶນພັດທະນາຊີວິດການເປັນຢູ່ຂອງປະຊາຊົນ) ວ່າ: ໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ເປັນອີກໜື່ງໂຄງການທີ່ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດ ໂດຍສະເພາະແມ່ນ ຄຸ້ມຄອງປ່າຜະລິດ ແລະ ການພັດທະນາຊີວິດການເປັນຢູ່ຂອງຊາວບ້ານ ພາຍໃນ 6 ເມືອງ ທົ່ວແຂວງວຽງຈັນ, ເຊິ່ງໄດ້ຈັດຕັ້ງໃນໄລຍະຜ່ານມາ ແລະ ໄດ້ກໍານົດຄາດໝາຍ-ຍຸດທະສາດ ໃນປີ 2020 ສູ້ຊົນໃຫ້ມີ ປ່າໄມ້ປົກຫົ່ມກວມ 70% ຂອງເນື້ອທີ່ທັງໝົດພາຍໃນແຂວງວຽງຈັນ ແລະ ສປປລາວ
ວິຊາທີ່ນຳມາສຳມະນາໃນຄັ້ງນີ້ ແມ່ນໄດ້ມີການແນະນໍາໃຫ້ຮູ້ຈັກ ໂຄງການຄຸ້ມຄອງປ່າໄມ້ແບບຍືນນານ, ແນະນໍາໃຫ້ຮູ້ລະບົບການເຮັດວຽກຂອງ Windows 8, ການນຳໃຊ້ຄອມພິວເຕີ, ການນຳໃຊ້ໂປຼແກມພິມເອກະສານເວີດ, ສ້າງຕາຕະລາງ ຊອບແວ ເອັກແຊວ, ການນຳໃຊ້ໂປຼແກມ ທີ່ກ່ຽວຂ້ອງ ແລະ ສະຫຼຸບ, ກິດຈະກຳຂອງທຶນພັດທະນາ, ສັນຍາກອງທຶນ, ການຖອນເງິນ-ການທະນາຄານ ແລະ ຄຸ້ມຄອງເງິນສົດ, ການຈັດຊື້ ຂອງທຶນພັດທະນາ, ວິທີເກັບກຳຂໍ້ມູນ-ການຕິດຕາມທຶນພັດທະນາ ແລະ ການກະກຽມບົດລາຍງານປະຈຳເດືອນ.
ໃນຕອນທ້າຍຍັງໄດ້ ມອບເຄື່ອງໃຊ້ຫ້ອງການ ປະກອບມີຄອມພີວເຕີຕັ້ງໂຕະ 25 ຊຸດ, ຄອມພີວເຕີໂນ໊ດບຸກ 28 ໜ່ວຍ, ຫາດດີດ 28 ເຄື່ອງ, ຍູເອດບີ 38 ເຄື່ອງ ລວມມູນຄ່າທັງໝົດ 72,664 ໂດລາສະຫາລັດ,ຫລື ປະມານ 580 ກວ່າລ້ານກີບ. ໃຫ້ກັບ 6 ເມືອງຄື: ເມືອງວັງວຽງ, ເມືອງກາສີ, ເມືອງແມດ, ເມືອງເຟືອງ, ເມືອງໝື່ນ ແລະ ເມືອງຊະນະຄາມ. ໃຫ້ກຽດມອບໂດຍແມ່ນ ທ່ານ ພູວົງ ບຸນຊູ ຫົວຫນ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ແລະ ກ່າວຮັບມີບັນດາຫົວຫນ້າຫ້ອງການກະສິກຳເມືອງ, ຫ້ອງການແມ່ຍິງເມືອງ, ແນວລາວສ້າງຊາດເມືອງ ແລະ ຜູ້ຊ່ວຍວຽກປະຈຳຂອງໂຄງການ ໃນ 6 ເມືອງ. ການສໍາມະນາ ຈະໄດ້ດໍາເນີນໄປເປັນເວລາ 5 ວັນເຕັມນັບແຕ່ວັນທີ່ 15-19 ສິງຫາ ປີ 2016 ນີ້.