"ກອງປະຊຸມເຜີຍແຜ່ ເອກະສານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຂອງເມືອງວັງວຽງ"
ໃນຕອນເຊົ້າ ຂອງວັນທີ່ 17 ມິຖຸນາ 2016 ຜ່ານມານີ້, ຢູ່ທີ່ສະໂມສອນຂອງເມືອງວັງວຽງ ແຂວງວຽງຈັນ, ໄດ້ມີ "ກອງປະຊຸມເຜີຍແຜ່ເອກະສານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ" ຂອງເມືອງວັງວຽງ. ໂດຍການເຂົ້າຮ່ວມຂອງ "ທ່ານ ບຸນຈັນ ມາລາວົງ" ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆວັງວຽງ, ມີບັນດາທ່ານຫົວຫນ້າຫ້ອງການ, ປະທານກຳມະບານຮາກຖານ, ເລຂາຊາວໜຸ່ມໜ່ວຍ, ປະທານສະຫະພັນແມ່ຍິງໜ່ວຍອ້ອມຂ້າງເມືອງ ຕະຫລອດຮອດສະມາຊິກທີ່ກ່ຽວຂ້ອງເຂົ້າຮ່ວມ. "ທ່ານ ບຸນຈັນ ມາລາວົງ" ຮອງເຈົ້າເມືອງໆວັງວຽງ ພ້ອມທັງເປັນປະທານສະພາບໍລິຫານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຂອງເມືອງ ໄດ້ຂຶ້ນກ່າວເປີດ ກອງປະຊຸມວ່າ: ວຽກງານການຄຸ້ມຄອງ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ຫຼື (ສສງ) ເປັນວຽກງານໜຶ່ງທີ່ພັກ-ລັດ ໄດ້ໃຫ້ຄວາມສຳຄັນເປັນພິເສດ ໂດຍການວາງນະໂຍບາຍສະເພາະ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆ ເພື່ອສະໜັບສະໜູນໃຫ້ແກ່ການປະຕິບັດ ແຜນການຫຼຸດຜ່ອນຄວາມທຸກຍາກ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງແຫຼ່ງທຶນ ກໍ່ຄືການບໍລິການດ້ານການເງິນໃຫ້ນັບມື້ຫຼາຍຂຶ້ນສະດວກຂຶ້ນ. ທັງເປັນທີ່ເພິ່ງຂອງຊາວບ້ານ, ທະນາຄານເພື່ອຊຸມຊົນ, ສະມາຊິກທຸກຄົນມີສະຫວັດດີການ, ເນັ້ນການອ້ອມ, ພ້ອມນໍາອົງກອນສູ່ຍຸກໄອທີ ແລະ ບໍລິການດີເລີດ. ກອງປະຊຸມຍັງໄດ້ຜ່ານ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບວຽກງານສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດເມືອງວັງວຽງ ພ້ອມທັງຂຶ້ນຜ່ານບັນດາເງື່ອນໄຂ ການເຂົ້າເປັນສະມາຊິກ ແລະ ເງື່ອນໄຂການຮັບສະຫວັດດີການ ຕື່ມອີກ.