Cheerlao, ລາຍການເຊຍລາວ ເປັນລາຍການທີ່ນຳສະເໜີຂ່າວຄາວການເຄື່ອນໄຫວກ່ຽວກັບແວດວົງກິລາທຸກປະເພດ, ທັງພາຍໃນປະເທດ ແລະຕ່າງປະເທດ, ອັບເດດຄວາມພ້ອມ, ຕາຕະລາງການແຂ່ງຂັນອອກອາກາດທຸກວັນອັງຄານ ເວລາ : 20:00-20:30 ໂມງ.
ໄລຍະທີ 1 : ຕິດຕາມການເຄື່ອນໄຫວຕ່າງໆ ບໍ່ວ່າຈະເປັນກອງປະຊຸມຂອງແຕ່ລະສະຫະພັນ ພິທີເປີດ-ປິດ ການ ແຂ່ງຂັນໃນນະຄອນຫລວງ ແລະ ຕ່າງແຂວງ.
ໄລຍະທີ 2 : ຜົນການແຂ່ງຂັນຕ່າງໆຂອງແຕ່ລະປະເພດ, ໂປແກຣມການແຂ່ງຂັນຕ່າງໆ.
ໄລຍະທີ 3 : ສຳພາດກອງເຊຍ, ໄວໜຸ່ມ ເພື່ອປຸກລະດົມໃຫ້ຫັນມາຫຼິ້ນກິລາ.
ພິທີກອນລາຍການ :
ນ. ສຸດາພອນ ສີຊົມຊື່ນ(ຫຍຸຍ)
ທ. ພຸດດາມອນ ຈັນທະລາສີ(ຈ່ອຍ)