Concept: ເປັນລາຍການທີ່ນຳສະເໜີກ່ຽວກັບເລື່ອງຂອງການອອກແບບ, ປຸກສ້າງທີ່ຢູ່ອາໄສ, ບ້ານພັກ, ອາພາດເມັ່ນ, ຕຶກ, ອາຄານຫ້ອງການສຳນັກງານຕ່າງໆ ກັບສະຖາປານິກ ແລະ ນັກວິສາວະກອນມືອາຊີບ ທີ່ຈະມາໃຫ້ຄຳແນະນຳເພື່ອໃຫ້ເກີດປະໂຫຍດກັບທ່ານຜູ້ຊົມ.
● ໄລຍະທີ 1: ເປີດລາຍການ ພິທີກອນນຳສະເໜີ້ ແລະ ເຂົ້າສູ່ສະກຸບໃນເລື່ອງຂອງວັດສະດຸຕ່າງໆທີ່ໃຊ້ກໍ່ສ້າງອອກແບບຕົບແຕ່ງເຮືອນ.
● ໄລຍະທີ 2: ເປັນໄລຍະທີ່ຖາມຕອບກ່ຽວກັບບັນຫາຂອງເຮືອນ ມີທັງຮັກສາເຮືອນ, ແກ້ໄຂບັນຫາເຮືອນ, ຖາມ-ຕອບກັບທ່ານຜູ້ຊົມທີ່ສົ່ງຂໍ້ຄວາມ ຫຼື ຄຳຖາມມາໃນລາຍການ.
● ໄລຍະທີ 3: ເປັນໄລຍະ ມູມສະບາຍ. ເຊີ່ງຈະໄປເປີດເຮືອນຂອງຄົນດັງ ບໍ່ວ່າຈະເປັນດາລາ, ສິນລະປິນ ແລະ ນັກທຸລະກິດທີ່ມີຊື່ສຽງໃນປະທີ່ມີຊື່ສຽງໃນປະເທດລາວເຮົາ ລວມໄປເຖິງການໄປເບີ່ງການຕົບແຕ່ງອອກແບບຂອງຮ້ານອາຫານ ແລະ ໂຮງຮຽນ.
Target:
● ຄົນທີ່ຕ້ອງການຢາກຮູ້ວິທີການຮັກສາເຮືອນໃຫ້ສວຍງາມ, ຄົງສະພາບ ແລະ ຖືກວິທີ.
● ກຸ່ມປະຊາຊົນທົ່ວໄປ ທຸກເພດ-ທຸກໄວ.
MC.
● ທ.ອານຸສອນ ຊະນະໄພຍໍ (ເລ້)
Airtime:
● ອອກອາກາດທຸກວັນເສົາ: 12:30-13:00 ໂມງ