Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ປກສ ແຂວງບໍ່ແກ້ວ ກວດຄົ້ນສວນຢາງ ພົບຢາບ້າ 2.495 ມັດ ແລະ ເຮໂລອິນ 180 ເເທ່ງ.

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 5740

ໃນວັນທີ 10 ກໍລະກົດ 2018 ນີ້ ພະແນກສະກັດກັ້ນ ແລະ ຕ້ານຢາເສບ ປກສ ແຂວງບໍ່ແກ້ວໄດ້ຮັບແຈ້ງຂ່າວຈາກພົນລະເມືອງດີ ວ່າ: ມີການຄ້າຂາຍຢາເສບຕິດຢູ່ສວນຢາງພາລາ ເຂດບ້ານຫ້ວຍດິນຈີ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ລົງຕິດຕາມ-ກວດກາເປົ້າໝາຍ ເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ປະກອບສຳນວນສົ່ງໃຫ້ອົງການໄອຍະການ ປະຊາຊົນ ແຂວງບໍ່ແກ້ວ ເພື່ອຂໍອານຸຍາດທຳການກວດຄົ້ນ. ໂດຍສົມທົບກັບ ອໍານາດການປົກຄອງບ້ານຫ້ວຍດິນຈີ່ ແລະ ປກສ ກຸ່ມບ້ານ ເຂົ້າທຳການກວດຄົ້ນສະຖານທີ່ຕາມຄໍາສັ່ງກວດຄົ້ນເຄຫະສະຖານຂອງໄອຍະການປະຊາຊົນແຂວງ ສະບັບເລກທີ 36/ອຍກ.ບກ ລົງວັນທີ 9 ກໍລະກົດ 2018.
ຜ່ານການກວດຄົ້ນຊ່ອງໜ້າກັບເຈົ້າຂອງເຄຫະສະຖານ ແລະ ອໍານາດປົກຄອງບ້ານ ໄດ້ພົບເຫັນຢາເສບຕິດປະເພດເຮໂລອິນ ຈໍານວນ 90 ຄູ່ ເທົ່າກັບ 180 ແທ່ງ ມີນໍ້າໜັກ 69,5 ກິໂລກຼາມ ແລະ ຢາເສບຕິດປະເພດຢາບ້າ ຈໍານວນ 2.495 ມັດ ເທົ່າກັບ 4.990.000 ເມັດ ມີນໍ້າໜັກ 538,8 ກິໂລກຼາມ ຊຸກເຊື່ອງຢູ່ໃນຖັງຢາງທີ່ຝັງດິນໄວ້ຢ່າງດີ ຢູ່ໃນຄອກຈອດລົດຂອງເຈົ້າຂອງເຄຫະສະຖານ ຊື່ທ້າວ ເນັງຍົງທໍ່ ອາຍຸ 36 ປີ ຊົນເຜົ່າມົ້ງ ອາຊີບເຮັດສວນຢາງ ຢູ່ບ້ານ ພູຂຽວ ເມືອງໄຊ ແຂວງອຸດົມໄຊ ເຊິ່ງໄດ້ມາເຮັດວຽກສວນຢາງຢູ່ບ້ານຫ້ວຍດິນຈີ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນຜູ້ກ່ຽວຮັບສາລະພາບ ວ່າ: ຢາເສບຕິດຈໍານວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້ ເຊິ່ງເອົາມາຈາກຄົນສັນຊາດຈີນ ຢູ່ເຂດຊາຍແດນປະເທດມຽນມາ ແລະ ຈະເອົາໄປສົ່ງໃຫ້ຜູ້ຮ່ວມຂະບວນການຢູ່ເຂດຊາຍແດນປະເທດເພື່ອນບ້ານ. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວ ພ້ອມຂອງກາງຢາເສບຕິດ ປະເພດ ເຮໂລອິນ ຈໍານວນ 180 ແທ່ງ ແລະ ຢາບ້າ ຈໍານວນ 2.495 ມັດ ໄວ້ເພື່ອທຳການສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຄ້າຂາຍຢາເສບຕິດລາຍນີ້ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

Editor: ປກສ ແຂວງບໍແກ້ວ


  • Click to enlarge image 2018-07-24_11-36-30.jpg
  • Click to enlarge image 2018-07-24_11-37-14.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top