Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ປກສ ແຂວງ ບໍລິຄໍາໄຊ ແລະ ອົງການຜູ້ຕ່າງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ພົບປະ ແລກ ປ່ຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 781

ກອງປະຊຸມພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ສປປ ລາວ ແລະ ອົງການຜູ້ຕາງໜ້າກະຊວງຕໍາຫຼວດ ສ.ສ ຫວຽດນາມ ໄດ້ຈັດຂື້ນ ໃນຕອນເຊົ້າ ວັນທີ 12 ກໍລະກົດ 2018 ນີ້ ຢູ່ທີກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ຝ່າຍລາວ ນໍາໂດຍ ທ່ານ ພັນເອກ ທອງໃບ ລໍວັນໄຊ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ຝ່າຍ ສ.ສ ຫວຽດນາມ ນໍາໂດຍ ທ່ານ ພົນຈັດຕະວາ ຮວ່າງ ກວາງ ເຫືອງ ຫົວໜ້າອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສ.ສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ໃນທີ່ປະຊຸມທັງສອງຝ່າຍ ຕ່າງກໍ່ໄດ້ລາຍງານສະພາບທີ່ຕັ້ງຈຸດພິເສດ ແລະ ການເຄື່ອນໄຫວວຽກງານດ້ານຕ່າງໆໃຫ້ກັນຊາບ ເປັນຕົ້ນແມ່ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພທໍາລາຍຄວາມສະຫງົບສຸກຂອງທັງສອງປະເທດ ກໍ່ຄືສອງກໍາລັງ, ວຽກງານພົວພັນຮ່ວມມື ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໃນໄລຍະຜ່ານມາ ທັງສອງກໍາລັງ ປກສ ໄດ້ປະສານສົມທົບກັນຮ່ວມມືແກ້ໄຂສະພາບການຕ່າງໆ ເປັນຕົ້ນແມ່ນບັນຫາການຍົກຍ້າຍຕັ້ງພູມລໍາເນົ່າທີ່ບໍ່ຖືກຂອງປະຊາຊົນ, ການລັກລອບເຂົ້າ-ອອກເມືອງຜິດກົດໝາຍ, ການແຕ່ງດອງຂອງປະຊາຊົນທັງສອງປະເທດທີ່ບໍ່ຖືກຕ້ອງ ແລະ ສະພາບປະກົດການຫຍໍ້ທໍ້ຕ່າງໆທີເກີດຂື້ນເຊັ່ນ: ການກໍ່ອາຊະຍາກໍາ, ຄ້າ-ຂາຍຢາເສບຕິດ, ຄ້າ-ຂາຍສິນຄ້າເຖື່ອນ, ການຄ້າມະນຸດ ແລະ ອື່ນໆ ເຊິ່ງສະແດງອອກໃນໄລຍະ 1 ປີຜ່ານມາ ປກສ ແຂວງ ບໍລິຄໍາໄຊ ໄດ້ສົມທົບກັບເຈົ້າໜ້າທີ່ທະຫານຊາຍແດນ ແຂວງຮ່າຕິ່ງ ສສ ຫວຽດນາມ ມ້າງລາຍຄະດີຄ້າ-ຂາຍຢາເສບຕິດລາຍໃຫຍ່ໄດ້ 2 ລາຍ, ຍຶດຂອງກາງປະເພດກັນຊາ ໄດ້ 1.028 ກິໂລກຼາມ, ປະເພດຢາບ້າ ຈໍານວນ 60 ມັດ, ເຮໂລອິນ 40 ແທ່ງ, ກັກຕົວຜູ້ກະທໍາຜິດໄດ້ 7 ຄົນ, ປະສານສົມທົບຮ່ວມກັບພາກສ່ວນທີ່ກ່ຽວຂ້ອງມອບ-ສົ່ງປະຊາຊົນເຜົ່າມົ້ງຫວຽດນາມກັບຄືນປະເທດ ມີ 1 ຄອບຄົວ ຈໍານວນ 6 ຄົນ, ຍິງ 2 ຄົນ, ທັງນີ້ກໍ່ເພື່ອແນ່ໃສ່ ເປັນການແລກປ່ຽນ,ຖອດຖອນບົດຮຽນຮ່ວມກັນ ກ່ຽວກັບວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ແລະ ຄວາມສະຫງົບທາງສັງຄົມຂອງທັງສອງປະເທດ, ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງກັນໃຫ້ແໜ້ນແຟ້ນຂື້ນກວ່າເກົ່າ, ປະສານສົມທົບໃຫ້ການຊ່ວຍເຫຼືອເຊິ່ງ ແລະ ກັນຢ່າງສະໝໍ່າສະເໝີ ບໍ່ວ່າຈະເປັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງທັງສອງປະເທດໃຫ້ພັດທະນາກ້າວຂື້ນໄປເລື້ອຍໆ.
ໃນໂອກາດດຽວກັນທັງສອງຝ່າຍກໍ່ໄດ້ມອບຂອງຂວັນໃຫ້ເຊິ່ງກັນ ແລະ ກັນ ເພື່ອເປັນທີ່ລະນຶກ ໃນໂອກາດພົບປະຢ້ຽມຢາມ ແລະ ແລກປ່ຽນວຽກງານໃນຄັ້ງນີ້ອີກດ້ວຍ.

Editor: ຄຳໄຊ


  • Click to enlarge image 2018-07-17_15-56-48.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top