Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ເມືອງໂພນທອງ ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈໍາປີ 2017

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 772

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈໍາປີ 2017 ຂອງເມືອງໂພນທອງ, ຫລວງພະບາງ ໄດ້ຈັດຂື້ນ ໃນວັນທີ່ 9 ກໍລະກົດ 2018 ນີ້ ທີ່ສະໂມສອນໃຫ່ຍຂອງເມືອງ ໂດຍການເປັນປະທານ ຂອງສະຫາຍ ສີແພງ ສຸອຸໄທ, ກໍາມະການພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີ ສະຫາຍ ສົມມາລີ ຄໍາເກັ່ງ, ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ-ເມືອງໂພນທອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍພະນັກງານລັດຖະກອນທົ່ວເມືອງເຂົ້າຮ່ວມ.
ສະຫາຍ ສີແພງ ສຸອຸໄທ ກຳມະການພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໂພນທອງ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ທົບທວນຄືນກ່ຽວກັບ ການຈັດຕັ້ງປະຕິບັດ ແນວທາງຂອງພັກ ເປັນຕົ້ນ ບັນດາມະຕິຄໍາສັ່ງ, ຂໍ້ກໍານົດຕ່າງໆ ຂອງວຽກງາານຈັດຕັ້ງໃນ 1 ປີຜ່ານມາ ທີ່ພົ້ນເດັ່ນ, ເພື່ອຊອກໃຫ້ເຫັນບັນຫາຢ່າງສັດຈະວິພາກ, ຮອບດ້ານ ແລະ ຄົບຖ້ວນ, ນັບທັງດ້ານຕັ້ງໜ້າ ແລະ ສິ່ງຫຍໍ້ທໍ້ຕ່າງໆ ລວມໄປເຖິງຄວາມຮັບຜິດຊອບ ຂອງຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກ, ພະນັກງານ, ພ້ອມທັງຊອກໃຫ້ເຫັນ ບັນດາສາເຫດທີ່ຕັ້ງໜ້າ ແລະ ປັດໄຈໃໝ່ ເພື່ອເສີມຂະຫຍາຍອັນດີ ແລະ ແກ້ໄຂຈຸດອ່ອນທີ່ຄົງຄ້າງ ພ້ອມກັນຫາວິທາງແກ້ໄຂຢ່າງເລິກເຊິ່ງ ແລະ ທັນການ. ຄົ້ນຄ້ວາ, ປຶກສາຫາລື ແລະ ປະກອບຄວາມຄິດເຫັນ ໃຫ້ເປັນເອກະພາບ ຕໍ່ທິດທາງແຜນການທີ່ຈະໄດ້ສຸມໃສ່ປະຕິບັດ ໃນປີຕໍ່ໄປ ແລະ ຄົ້ນຄ້ວາປະກອບຄວາມຄິດເຫັນ ໃສ່ຮ່າງເອກະສານຈໍານວນໜຶ່ງ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ. ຈາກນັ້ນ ສະຫາຍ ສົມມາລີ ຄໍາເກັ່ງ ໄດ້ເຜີຍແຜ່ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກ ແໜ້ນ ແລະ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫ່ຍ ອົງຄະນະພັກກະຊວງ ອົງການ ແຂວງ-ນະຄອນຫລວງ, ເມືອງ ແລະ ກະກຽມກອງປະຊຸມ ຂອງອົງຄະນະພັກໃນທົ່ວປະເທດ,ເວົ້າລວມ ເວົ້າສະເພາະ ກໍ່ຄື ການຫ້າງຫາກະກຽມກອງປະຊຸມໃຫ່ຍ ຄັ້ງທີ 2 ຂອງອົງຄະນະພັກເມືອງໂພນທອງ,
ໂອກາດນີ້ ສະຫາຍ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ຈົ່ງປະກອບຄວາມຄິດເຫັນ ຕາມຄຳຖາມເຈາະຈີ້ມ ແລະ ລົງເລິກບັນຫາຕ່າງໆ ເປັນຕົ້ນແມ່ນລົງເລິກວຽກງານ ຜັນຂະຫຍາຍຜົນສຳເລັດຂອງບັ້ນດໍາເນີນຊີວິດການເມືອງ ໃນປີ 2017 ທີ່ສັງຄົມໄດ້ສ່ອງແສງ ຕໍ່ອັນລວມຂອງເມືອງ ຕ້ອງພ້ອມກັນຕັ້ງໜ້າແກ້ໄຂ ໃຫ້ມີຜົນສໍາເລັດ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າ, ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍພັກໃຫ້ສອດຄ່ອງ ເພື່ອເຮັດໃຫ້ວຽກງານກໍ່ສ້າງພັກ-ພະນັກງານມີຄຸນນະພາບ ກໍ່ສ້າງໜ່ວຍພັກແຂງຮູ້ນໍາພາຮອບດ້ານ ໃຫ້ໄດ້ຮັບຜົນສໍາເລັດ ຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍຫັນເອົາພະນັກງານລົງສູ່ຮາກຖານ ຢ່າງແທດເໝາະກັບທ້ອງຖີ່ນ. ກອງປະຊຸມ ໄດ້ດໍາເນີນເປັນເວລາ 2 ວັນຈິ່ງສໍາເລັດ.

Editor: ເມືອງໂພນທອງ


  • Click to enlarge image 2018-07-13_16-29-41.jpg
  • Click to enlarge image 2018-07-13_16-30-06.jpg
  • Click to enlarge image 2018-07-13_16-30-22.jpg
  • Click to enlarge image 2018-07-13_16-30-41.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top