Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ລັດຖະບານ ຈະສະໜອງທຶນໃຫ້ ເພື່ອຍົກລະດັບການຜະລິດ ຂອງຊາຍກະສິກອນ

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 711

ຂະແໜງກະສິກຳ ເປັນອີກຂະແໜງການທີ່ລັດຖະບານ ໄດ້ລົງທຶນໃສ່ຫຼາຍສົມຄວນ ເພື່ອຍົກປະສິດທິພາບ ແລະ ຄຸນນະພາບການຜະລິດຂອງຊາວກະສິກອນ ຢ່າງຕໍ່ເນື່ອງ, ພ້ອມນີ້, ກໍ່ສົ່ງເສີມ ແລະ ເຜີຍແຜ່ການຄົ້ນຄວ້າວິໄຈກ່ຽວກັບການປູກ-ການລ້ຽງ ເພື່ອຍົກຜະລິດຕະພາບ ແລະ ສ້າງຄວາມອາດສາມາດແຂ່ງຂັນໃຫ້ແກ່ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ. ເຊິ່ງຫຼ້າສຸດ ໃນ 6 ເດືອນຕົ້ນປີຜ່ານມາ ຂະແໜງກະສິກຳມີທ່າອ່ຽງເພີ່ມຂຶ້ນລື່ນຄາດໝາຍເລັກໜ້ອຍ ແລະ ເພື່ອເຮັດໃຫ້ການເຕີບໂຕໄດ້ຢ່າງຕໍ່ເນື່ອງນັ້ນ ລັດຖະບານ ຈະສືບຕໍ່ລົງທຶນໃສ່ຂະແໜງດັ່ງກ່າວໃຫ້ເພີ່ມຂຶ້ນ ຄຽງຄູ່ກັບລົງຕິດຕາມ ແລະ ນຳພາເຮັດຕົວຈິງຢ່າງແທດເຖິງ.
ອີງໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 4 ເດືອນ, ຄາດຄະເນປະຕິບັດແຜນ 6 ເດືອນຕົ້ນປີ 2018 ແລະ ທິດທາງວຽກງານຈຸດສຸມ ປະຈຳ 6 ເດືອນທ້າຍປີ ຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍສະເພາະແມ່ນທິດທາງຈຸດສົມໃນ 6 ເດືອນທ້າຍປີ 2018 ວ່າ: ລັດຖະບານຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍ ສ້າງການເຕີບໂຕທາງເສດຖະກິດ ໂດຍອີງໃສ່ກຳລັງແຮງ ສັງລວມ ທົ່ວຂົງເຂດເສດຖະກິດ-ສັງຄົມ ເພື່ອໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ເຕີບໂຕ ຢ່າງຕໍ່ເນື່ອງ ການພັດທະນາໂດຍລວມ ໄປຕາມທິດສີຂຽວ ແລະ ຍືນຍົງ. ໃນນັ້ນ: ແມ່ນຈະໄດ້ສືບຕໍ່ຊຸກຍູ້ ຢ່າງແຂງແຮງ ໃຫ້ຂະແໜງການ ແລະ ທ້ອງຖິ່ນ ສູ້ຊົນ ແລະ ຮັບຜິດຊອບຫຼາຍກວ່າເກົ່າ ໃນການປະຕິບັດແຜນຜະລິດ ຕາມລະດູການ ແລະ ຕາມໄຕມາດ ເພື່ອໃຫ້ສາມາດບັນລຸຕາມຄາດໝາຍ ທີ່ວາງໄວ້ໃນປີ 2018 ໂດຍລົງຕິດຕາມ ແລະ ນຳພາເຮັດຕົວຈິງ ຢ່າງແທດເຖິງ;
ກວດຄືນ ແລະ ແກ້ໄຂຂໍ້ຄົງຄ້າງ ທີ່ກີດຂວາງຕໍ່ປະສິດທິພາບ ແລະ ປະສິດທິຜົນ ຂອງການຜະລິດໃຫ້ທັນການ; ຮີບຮ້ອນຈັດສັນຄຸ້ມຄອງການນຳໃຊ້ ແລະ ພັດທະນາທີ່ດິນກະສິກຳ; ຂະຫຍາຍການຜະລິດເປັນກຸ່ມເປັນສະຫະກອນ ຫຼື ຮູບການຮ່ວມມືຂອງປະຊາຊົນແບບອື່ນ; ຍົກປະສິດທິພາບ, ຄຸນນະພາບ ຂອງການຜະລິດ; ກວດເບິ່ງຄືນກົນໄກການຈັດຕັ້ງປະຕິບັດ ການຜະລິດກະສິກຳຕາມສັນຍາທີ່ຫຍຸ້ງຍາກ ລະຫວ່າງ ຊາວກະສິກອນ ແລະ ຜູ້ປະກອບການ; ກະກຽມແຫຼ່ງສິນເຊື່ອຈາກທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິກຳ ໃຫ້ຄອບຄົວຊາວກະສິກອນ ຫຼື ຜູ້ປະກອບການ ທີ່ມີຄຸນນະພາບ.
ສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຜະລິດເປັນສິນຄ້າໃນຂະແໜງກະສິກຳ ເພື່ອໃຫ້ປະຊາຊົນ ແລະ ແຮງງານສ່ວນໃຫຍ່ ຢູ່ໃນຂະແໜງກະສິກຳ ໄດ້ມີການເຄື່ອນໄຫວ, ມີວຽກເຮັດງານທຳ ແລະ ມີລາຍຮັບເພີ່ມຫຼາຍຂຶ້ນ; ສືບຕໍ່ສົ່ງເສີມການພັດທະນາອຸດສາຫະກຳປຸ່ງແຕ່ງກະສິກຳ ໂດຍສະເພາະອຸດສາຫະກຳ ອາຫານ ທີ່ມີຄຸນນະພາບ ເພື່ອຫຼດຜ່ອນການນຳເຂົ້າ ແລະ ສົ່ງເສີມການສົ່ງອອກໃຫ້ຫຼາຍຂຶ້ນ; ພ້ອມນີ້, ກໍ່ສົ່ງເສີມ ແລະ ເຜີຍແຜ່ການຄົ້ນຄວ້າວິໄຈກ່ຽວກັບການປູກ-ການລ້ຽງ ເພື່ອຍົກຜະລິດຕະພາບ ແລະ ສ້າງຄວາມອາດສາມາດແຂ່ງຂັນໃຫ້ແກ່ຜະລິດຕະພັນພາຍໃນ.

Editor: ໜັງສືພິມເສດຖະກິດການຄ້າ


  • Click to enlarge image 2018-07-06_15-28-34.jpg
  • Click to enlarge image 2018-07-06_15-29-07.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top