Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ປກສ ເມືອງ ປາກຊັນ ສະຫຼຸບການລົງຝຶກງານຂອງ ນັກຮຽນ ປກສ ຊັ້ນຕົ້ນ ເລກ 4 ຮຸ້ນ VII

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 638

ທ້າຍອາທິດທີ່ຜ່ານມາ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີປິດສະຫຼຸບຜົນການລົງຝຶກງານຂອງ ນັກຮຽນ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ຮຸ້ນ VII ຂື້ນ ຢູ່ທີ່ຫ້ອງປະຊຸມ ປກສ ເມືອງ ປາກຊັນ, ໂດຍການເປັນປະທານຂອງ ທ່ານ ພັນໂທ ທົນທະວີ ໂພຄໍາ ຄະນະພັກຮາກຖານ, ຮອງຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ, ມີບັນດາພະແນກ, ປກສ ບໍລິການປະຊາຊົນ, ຄູ-ອາຈານ ຕະຫຼອດນັກຮຽນລົງຝຶກງານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຮ້ອຍໂທ ວິໄລສັກ ທອງວິໄລ ຄະນະຊີ້ນໍານັກຮຽນລົງຝຶກງານ ໄດ້ຂື້ນຜ່ານບົດສະຫຼຸບຜົນສໍາເລັດການລົງຝຶກງານຂອງນັກຮຽນ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ຮຸ້ນ VII ຢູ່ ປກສ ເມືອງປາກຊັນ ໃນວັນທີ 28 ພຶດສະພາ ຫາ 29 ມິຖຸນາ 2018 ທີ່ຜ່ານມາ ເຊິ່ງມີນັກຮຽນລົງຝຶກງານທັງໝົດ ຈໍານວນ 70 ສະຫາຍ, ຍິງ 13 ສະຫາຍ ຜ່ານການຈັດຕັ້ງລົງຝຶກງານ ປະຕິບັດວຽກງານຕົວຈິງເຫັນວ່າ: ແຕ່ລະສະຫາຍແມ່ນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອ ໝັ້ນຕໍ່ການນໍາພາຂອງພັກ-ລັດ, ມີຄວາມບຸກບືນຫ້າວຫັນຕໍ່ອຸປະສັກໃນການປະຕິບັດໜ້າທີ່ວຽກງານ, ມີຄວາມສາມັກຄີເປັນປຶກແຜ່ນລະຫວ່າງຂັ້ນເທິງ ແລະ ຫມູ່ເພື່ອນດ້ວຍກັນ. ໃນໄລຍະ 1 ເດືອນຜ່ານມາສາມາດກວດກາປຶ້ມຮ່າງໃຫຍ່-ຮ່າງນ້ອຍ ໄດ້ 18 ຫົວ, ອານາໄມລວມຫ້ອງການ ແລະ ອ້ອມຂ້າງກົມກອງ ໄດ້ 76 ຄັ້ງ, ກວດກາເອກະສານປ່ຽນຊື່ ແລະ ນາມສະກຸນ, ເອກະສານຍົກຍ້າຍມາຕ່າງເມືອງ, ຕ່າງແຂວງ ໄດ້ 26 ຄົນ, ຈໍ້າກາຍ້າຍອອກຈາກສໍາມະໂນຄົວມີ 22 ຄົນ, ກວດກາໃບອານຸຍາດຮັບເອົາ ຫຼື ບຸກຄົນທີ່ຍ້າຍມາ 6 ຊຸດ, ຂຽນບິນຮັບເງິນຫ່ວງສໍາມະໂນຄົວ ແລະ ບິນຖອນເງິນນໍ້າມັນເຄື່ອນໄຫວວຽກງານໄດ້ 136 ໃບ, ລົງເກັບກໍາຂໍ້ມູນນໍາພະນັກງານຫ້ອງການເມືອງ ຢູ່ 5 ກຸ່ມບ້ານ, ສົມທົບກັບ ພະແນກຄຸ້ມຄອງສໍາມະໂນຄົວ ແລະ ອໍານາດການປົກຄອງບ້ານ ຫ່າງຊິງສະຫວ່າງລົງຂຽນປຶ້ມ 5 ຊະນິດ ຈໍານວນ 2 ຄັ້ງ, ລົງວຽກຮ່ວມກັບພະແນກສັນຕິບານເມືອງ ແລະ ແຂວງ ກ່ຽວກັບວຽກງານຄຸ້ມຄອງຄົນຕ່າງປະເທດໄດ້ 5 ຄັ້ງ, ເຂົ້າຮ່ວມຮັບຟັງເຊື່ອມຊຶມບັນດາເອກະສານຈາກຂັ້ນເທິງໄດ້ 2 ຄັ້ງ, ເຂົ້າຮ່ວມແກ້ໄຂຄະດີຂາຍຫວຍເຖື່ອນ ໄດ້ 4 ຄັ້ງ, ລົງຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 2 ຄັ້ງ, ກວດກາ, ສໍາຫຼວດ ສະຖິຕິພົນລະເມືອງ ແລະ ຄົນພັກເຊົາຊົ່ວຄາວໄດ້ 16 ບ້ານ ຈໍານວນ 14 ຄັ້ງ, ກວດກາເອກະສານຂໍເຮັດປຶ້ມສໍາມະໂນຄົວໃໝ່ 12 ຫົວ, ລົງເກັບກໍາສະຖິຕິຮ້ານກິນດື່ມ ແລະ ກວດກາລາດຕະເວນ, ເຂດຈຸດຫຼໍ່ແຫຼມໄດ້ 37 ຄັ້ງ, ປ້ອງກັນງານບຸນບັ້ງໄຟປະຈໍາປີໄດ້ 1 ຄັ້ງ, ເຂົ້າຮ່ວມແກ້ໄຂຄະດີເສດຖະກິດໄດ້ 5 ເລື່ອງ, ສຶກສາອົບຮົມຜູ້ລະເມີດກົດໝາຍບ້ານເມືອງໄດ້ 04 ຄັ້ງ, ປະຈໍາການ 30 ຄັ້ງ, ເຂົ້າຮ່ວມເອົາຄໍາໃຫ້ການ 4 ຄັ້ງ ລົງກວດກາສະຖານທີ່ເກີດເຫດອື່ນໆໄດ້ 10 ຄັ້ງ, ເຂົ້າຮ່ວມຈັບກຸມເປົ້າໝາຍຄະດີຢາເສບຕິດໄດ້ 4 ລາຍ, ຜູ້ຖືກຫາ 19 ຄົນ, ຂອງກາງຢາບ້າ 1,621 ເມັດ, ລົດຈັກ 05 ຄັນ, ໂທລະສັບມືຖື 05 ເຄື່ອງ, ອາວຸດລ່າເນື້ອ 04 ກະບອກ.
ໃນພິທີ ຍັງໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງປາກຊັນ ສະບັບເລກທີ 254/ມປຊ, ລົງວັນທີ 28 ມິຖຸນາ 2018 ວ່າດ້ວຍການຍ້ອງຍໍ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການລົງຝຶກງານ ຢູ່ກອງບັນຊາການ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ຈໍານວນ 70 ສະຫາຍ, ຍິງ 13 ສະຫາຍ.

Editor: ຄຳໄຊ


  • Click to enlarge image 2018-07-05_11-31-31.jpg
  • Click to enlarge image 2018-07-05_11-31-56.jpg
  • Click to enlarge image 2018-07-05_11-32-13.jpg
  • Click to enlarge image 2018-07-05_11-32-34.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top