Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ເມືອງພູຄູນ ສະເຫຼີມສະຫຼອງວັນແພດລາວ ຄົບຮອບ 53 ປີ

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 682

ພິທີສະເຫຼີມສະຫຼອງວັນແພດລາວ ວັນທີ 18 ມິຖຸນາ 1965 ຫາ ວັນທີ 18 ມີຖຸນາ 2018 ຄົບຮອບ 53 ປີ ທີ່ເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະໂມສອນໃຫ່ຍຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ, ແຂວງຫລວງພະບາງ ມີຄະນະນຳຂອງເມືອງ, ຫົວໜ້າຫ້ອງການອອ້ມຂ້າງ, ພະນັກງານພາຍໃນຫ້ອງການສາທາລະນະສຸກທົ່ວເມືອງເຂົ້າຮ່ວມ.
ໃນພິທີທ່ານ ຄໍາສີ ນວນສະລອຍ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ເລົ່າເຖິງປະຫວັດການກຳເນີດ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງວຽກງານການແພດສາກົນ ແລະ ສປປ ລາວ ເຊິ່ງການແພດລາວກໍ່ເລີ່ມຂຶ້ນຈາກຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບເສນາຮັກ ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ ແລະ ອີງໃສ່ແນວທາງນະໂຍບາຍການປຽນແປງໃໝ່ຂອງພັກ, ສູນກາງແນວລາວຮັກຊາດ ຈຶ່ງມີມະຕິຕົກລົງສ້າງຕັ້ງພະແນກສາທາລະນະສຸກ ສູນກາງແນວລາວຮັກຊາດ ຂຶ້ນໃນວັນທີ 18 ມິຖຸນາ 1965 ແລະ ໄດ້ກຳນົດເອົາວັນດັ່ງກ່າວ ເປັນວັນແພດລາວ ເພື່ອລະນຶກເຖິງຜົນງານ ແລະ ສັນລະເສີນຄຸນງາມຄວາມດີຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືສະໄໝປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອປຸກລະດົມມວນຊົນໃຫ້ເຫັນໄດ້ຄວາມສຳຄັນ, ເຂົ້າໃຈ ແລະ ເປັນເຈົ້າການໃນການກັນພະຍາດ, ສົ່ງເສີມສຸຂະພາບ ແລະ ຮັກສາສຸຂະພາບຂອງຕົນເອງ, ຄອບຄົວ ແລະ ສັງຄົມ.
ໂອກາດນີ້ ທ່ານເຈົ້າເມືອງພູຄູນ ໄດ້ຮຽກຮ້ອງມາຍັງບັນດາແພດໝໍໃນທົ່ວເມືອງ ຈົ່ງຕັ້ງໜ້າປະຕິບັດວິຊາສະເພາະ ພ້ອມທັງເອົາໃຈ ໃສ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານທັດສະນະຮັບໃຊ້, ຕັດສິນໃຈສູ້ຊົນຍົກລະດັບຄວາມຮູ້ຄວາມສາມາດ ເພື່ອໃຫ້ສາມາດຕອບໂຕ້ບັນດາພະຍາດທີ່ເກີດຂຶ້ນໃໝ່ ຄຽງຄູກັບຈັນຍາທຳ-ຈັນຍາບັນຂອງແພດໝໍ ໃນການບໍລິການປິ່ນປົວຄົນເຈັບ ໂດຍເອົາໃຈໃສ່ປະຕິບັດ 5 ດີ 1 ພໍໃຈ ໃຫ້ປະກົດຜົນເປັນຈິງ ຕາມສະຖານທີ່ບໍລິການສຸຂະພາບພາຍໃນເມືອງ. ປະຈຸບັນ ເມືອງພູຄູນ ມີໂຮງໝໍຊຸມຊົນຂອງເມືອງ 1 ແຫ່ງ, ສຸກສາລາ 4 ແຫ່ງ ເພື່ອບໍລິການກວດ, ປີ່ນປົວ ໃຫ້ແກ່ພໍ່ແມ່ປະຊາຊົນ, ມີບັນດາພະນັກງານແພດ, ໝໍ, ພະຍາບານ ຄອຍບໍລິການຕະຫຼອດເວລາ ເພື່ອຮັບປະກັນທາງດ້ານສຸຂະພາບຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.

Editor: ນັກຂ່າວເມືອງພູຄູນ


  • Click to enlarge image 2018-07-05_11-24-27.jpg
  • Click to enlarge image 2018-07-05_11-24-51.jpg
  • Click to enlarge image 2018-07-05_11-25-12.jpg
  • Click to enlarge image 2018-07-05_11-25-39.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top