Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ປກສ ແຂວງບໍລິຄໍາໄຊ ປິດຊຸດຝືກອົບ ຮົມວິຊາສະເພາະໄລຍະສັ້ນ ຂອງກຳລັງໃໝ່ - ກຳລັງທົດແທນ ປະຈໍາປີ 2018.

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 664

ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປິດຊຸດຝືກອົບຮົມວິຊາສະເພາະໄລຍະສັ້ນ ຂອງກຳລັງໃໝ່-ກຳລັງທົດແທນທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງ ບໍລິຄຳໄຊ ປະຈຳປີ 2018 ຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ມີຖຸນາ 2018 ນີ້ ໂດຍການເປັນປະທານຂອງທ່ານ ພັນໂທ ທອງໄຫຼ ໄຊຍະລາດ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ປກສ ເມືອງ , ບັນດາຄະນະຮັບຜິດຊອບ ຕະຫລອດຮອດນັກສໍາມະນາກອນເຂົ້າຮ່ວມ ຈໍານວນ 140 ກວ່າສະຫາຍ.
ທ່ານ ພັນໂທ ບຸນນິດ ໂຮມຄະສິດ ຮອງຫົວໜ້າຫ້ອງການເມືອງ ທັງເປັນຄະນະຮັບຜິດຊອບບັ້ນຝືກອົບຮົມ ໄດ້ຜ່ານບົດສະຫຼຸບ ບັ້ນຝືກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງໃໝ່-ກຳລັງທົດແທນ ເຊີ່ງມີຜູ້ເຂົ້າຝືກ ອົບຮົມຄັ້ງນີ້ ຈໍານວນ 127 ສະຫາຍ,ຍິງ 38 ສະຫາຍ,ໃຊ້ເວລາ 15 ວັນ ເລີ່ມແຕ່ວັນທີ 4-22 ມິຖຸນາ 2018 ຜ່ານການຈັດຕັ້ງປະຕິບັດສາມາດຕີລາຄາດ້ານດີຫຼາຍດ້ານ ເຊັ່ນ: ຍ້ອນມີຄະນະພັກ-ຄະນະກອງບັນຊາການ ໄດ້ລົງໃກ້ສິດຕິດແທດໃຫ້ທິດຊີ້ນໍາ ຈື່ງເຮັດໃຫ້ບັ້ນຝືກອົບຮົມຄັ້ງນີ້ສໍາເລັດຕາມຄາດໝາຍ, ຍ້ອນບັນດານັກສໍາມະນາກອນແຕ່ລະສະຫາຍ ມີແນວຄິດອຸ່ນອ່ຽນທຸນທ່ຽງ, ມີຄວາມຕັດສີນໃຈສູງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບໂຮງຮຽນກໍ່ຄື ລະບຽບຂອງກຳລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ມີຄວາມກະຕືລືລົ້ນຕໍ່ການຮໍ່າຮຽນ ເຊີ່ງສະແດງອອກ ໃນເວລາຂື້ນຫ້ອງຮຽນພາກທິດສະດີ ແລະ ລົງເດີ່ນຫັດແອບຕົວຈິງແຕ່ລະສະຫາຍ ໄດ້ເອົາໃຈໃສ່ຟັງຄໍາບັນຍາຍ ແລະ ການສາທິດຕົວຈິງຂອງຄູ, ອາຈານ ເຮັດໃຫ້ນັກສໍາມະນາກອນສ່ວນຫຼາຍແມ່ນມີຄວາມຮັບຮູ້, ເຂົ້າໃຈ ແລະ ເກັບກຳບົດຮຽນໄດ້ດີ, ນອກນັ້ນ ບັນດານັກສໍາມະນາກອນ ຍັງໄດ້ມີການແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນກັບບັນດາຄູ, ອາຈານ ແລະ ນັກສໍາມະນາກອນດ້ວຍກັນຕື່ມອີກ. ທ່ານຍັງໄດ້ຍົກໃຫ້ເຫັນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ ທີ່ຈະຕ້ອງນໍາໄປເປັນແນວທາງໃນການຈັດຕັ້ງປະຕິບັດຄັ້ງຕໍ່ໄປໃຫ້ໄດ້ຮັບຜົນດີຂື້ນກວ່າເກົ່າ. ຜ່ານການຮຽນພາກສະດີ ແລະ ພາກປະຕິບັດຕົວຈິງ ຈື່ງສາມາດຕີລາຄາ ແລະ ຈັດປະເພດຢ່າງລະອຽດ ໃນນັ້ນ ປະເພດດີເດັ່ນມີ 80 ສະຫາຍ, ຍິງ 32 ສະຫາຍ, ປະເພດດີ 40 ສະຫາຍ, ຍິງ 02 ສະຫາຍ, ປະເພດກາງ 07 ສະຫາຍ, ຍິງ 04 ສະຫາຍ.
ໂອກາດດຽວກັນກໍ່ໄດ້ມອບໃບຢັ້ງຍືນ ຜົນສໍາເລັດການຮຽນລະບຽບ ແລະ ວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ບັນດານັກສໍາມະນາກອນ ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ພັນໂທ ທອງໄຫຼ ໄຊຍະລາດ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ . ຕອນທ້າຍ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຈາກທ່ານຕື່ມອິກ.

Editor: ປກສ ແຂວງບໍລິຄໍາໄຊ


  • Click to enlarge image 2018-06-27_10-38-29.jpg
  • Click to enlarge image 2018-06-27_10-38-52.jpg
  • Click to enlarge image 2018-06-27_10-39-17.jpg
  • Click to enlarge image 2018-06-27_10-39-38.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top