Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ພິທີມອບ-ຮັບໃບຢັ້ງຢືນນາມມະຍົດໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017.

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 657

ຄະນະພັກກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນນາມມະຍົດໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017 ຂື້ນໃນຕອນເຊົ້າ ວັນທີ 14 ມີຖຸນາ 2018 ທີ່ສະໂມສອນກອງບັນຊາການ ປກສ ແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ພອນໄຊ ເລືອງມີໄລ ກຳມະການພັກແຂວງ ຫົວໜ້າໂຄສະນາ-ອົບຮົມແຂວງ ບໍລິຄຳໄຊ, ມີສະຫາຍ ພັນໂທ ຜາຂົງ ດອກມະນີຈັນ ປະທານກວດກາ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ເລຂາໜ່ວຍພັກ , ແຂກຖືກເຊີນ ຕະຫຼອດຮອດພະນັກງານສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ເຄນພອນ ຄຳພະໄຊ ເລຂາໜ່ວຍພັກຮາກຖານຫົວໜ້າຫ້ອງ ຫ້າສູນສີ່ 504 ໄດ້ຕາງໜ້າ 10 ໜ່ວຍພັກທີ່ຂື້ນກັບ, ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານປະຈໍາປີ 2017 ແລະ ທິດທາງແຜນການປີ 2018, ເຊີ່ງສະຫາຍໄດ້ຍົກໃຫ້ເຫັນຫຼາຍດ້ານ ເຊັ່ນ: ໜ່ວຍພັກຮາກຖານ ໄດ້ຖືເອົາວຽກງານສືກສາອົບຮົມການເມືອງ-ແນວຄິດເປັນຕົ້ນຕໍສຳຄັນ ຕໍ່ພະນັກງານ-ນັກຮົບ, ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບເຮັດໜ້າທີ່ວຽກງານວິຊາສະເພາະ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນສັງຄົມ, ເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຮອບດ້ານ, ຄຽງຄູ່ກັນກັບວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ. ຜ່ານການປະເມີນດ້ານດີໃນໃນການຈັດຕັ້ງປະຕີບັດ ຂໍ້ແຂ່ງຂັນ 4 ດ້ານ ແລະ 5 ເນື້ອໃນ ສາມາດຕີລາຄາດ້ານດີຄື: 1. ດ້ານການເມືອງ ບັນລຸໄດ້ 94% 2. ດ້ານແນວຄິດບັນລຸໄດ້ 93% 3. ດ້ານການຈັດຕັ້ັງປະຕິບັດ ບັນລຸໄດ້ 95% 4. ດ້ານແບບແຜນການນໍາພາ ບັນລຸໄດ້ 92% ແລະ 5 ເນື້ອໃນ ຄື: 1. ການນໍາພາວຽກງານການເມືອງ-ແນວຄິດ ບັນລຸໄດ້ 95% 2. ດ້ານການນຳພາວຽກງານວິຊາສະເພາະ-ອົງການຈັດຕັ້ງມະຫາຊົນ ບັນລຸໄດ້ 96% 3. ນຳພາດ້ານວຽກງານປະຕິບັດນະໂຍບາຍ-ແກ້ໄຂຊີວິດການເປັນຢູ່ ບັນລຸໄດ້ 95% 4.ນໍາພາວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍພາຍໃນບັນລຸໄດ້ 94% 5. ນໍາພາວຽກງານກໍ່ສ້າງພັກ-ປັບປຸງກົມກອງ ບັນລຸໄດ້ 93% . ຜ່ານການສະຫຼຸບການຈັດຕັ້ງປະຕິບັດຄືດັ່ງກ່າວ ຈື່ງຮັບຮອງໄດ້ 10 ໜ່ວຍພັກຮາກຖານ ທີ່ຂື້ນກັບຄະນະພັກ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017 . ສະຫາຍຍັງໄດ້ຍົກໃຫ້ເຫັນ ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າຕື່ມອີກ.
ໂອກາດດັ່ງກ່າວ ສະຫາຍ ພັນໂທ ຄຳໄມ ແກ່ນຄຳຈັນ ຮອງປະທານກວດກາຄະນະພັກ ຮັກສາການຫົວໜ້າຫ້ອງການເມືອງໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ປະຈຳປີ 2017 ໃຫ້ກຽດຂື້ນມອບໃບຢັ້ງຢືນນາມມະຍົດໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໂດຍ ສະຫາຍ ນາງ ພອນໄຊ ເລືອງມີໄລ ກຳມະການພັກແຂວງ ຫົວໜ້າໂຄສະນາ-ອົບຮົມແຂວງບໍລິຄຳໄໍຊ.

Editor: ປກສແຂວງບໍລິຄຳໄຊ


  • Click to enlarge image 2018-06-15_15-00-17.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top