Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ໂຮງຮຽນ ມັດທະຍົມສົມບູນໂພນທອງ ເມືອງໂພນທອງ ສະຫຼຸບການຈັດຕັ້ງ ການຮຽນ-ການສອນ ປະຈຳສົກຮຽນ 2017-2018 ແລະ ປິດສົກຮຽນຢ່າງເປັນທາງການ.

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 615

ໃນຕອນເຊົ້າຂອງວັນທີ 8 ມິຖຸນາ 2018 ນີ້ ທີ່ໂຮງຮຽນມັດທະຍົມສົມບູນໂພນທອງ ເມືອງໂພນທອງ, ແຂວງຫລວງພະບາງ ໄດ້ຈັດພິທີສະຫຼຸບວຽກງານ ການຮຽນ-ການສອນ ປະຈຳສົກຮຽນ 2017-2018 ແລະ ປິດສົກຮຽນຂື້ນຢ່າງເປັນທາງການ ໂດຍປະທານຂອງ ທ່ານ ທອງພັນ ແກ້ວມະນີ ອຳນວຍການໂຮງຮຽນມັດທະຍົມສົມບູນໂພນທອງ ,ມີ ທ່ານ ອຳຄາ ແກ້ວອໍາພອນ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ທ່ານ ສິງຄໍາ ແກ້ວອໍາພອນ ສະມາຄົມພໍ່ແມ່ນັກຮຽນ , ພ້ອມດ້ວຍແຂກຮັບເຊີນ, ອົງການປົກຄອງເມືອງ, ຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.
ທ່ານ ພົງສະຫວັນ ອິນດາລັກ ຮອງອໍານວຍການໂຮງຮຽນ ມສ ໂພນທອງ ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນການຮຽນ-ການສອນ ປະຈຳສົກຮຽນ 2017-2018 ທາງດ້ານພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ໃຫ້ຮູ້ວ່າ: ໂຮງຮຽນ ມສ ໂພນທອງ ມີຄະນະອຳນວຍການ 3 ທ່ານ, ມີອາຈານສອນທັງໝົດ 38 ຄົນ, ຍິງ 21 ຄົນ ມີນັກຮຽນ 847 ຄົນ, ຍິງ 384 ຄົນ, ຕະຫຼອດໄລຍະ 1 ປີຜ່ານມາ ໄດ້ປະຕິບັດໜ້າທີ ຕາມຈັນຍາບັນຂອງຄູ ໃນການສຸມໃສ່ ຕາມ 3 ຫຼັກສະນະ 5 ຫຼັກມູນຂອງການສຶກສາ ພ້ອມທັງຍົກລະດັບການສຶກສາ ດ້ວຍການບຳລຸງຍົກລະດັບຄວາມຮູ້ຄວາມສາມາດຂອງຄູອາຈານ ຍົກລະດັບຄຸນນະພາບການຮຽນ ຂອງນັກຮຽນໃຫ້ສູງຂື້ນ ແລະເອົາໃຈໃສ່ຕໍ່ການແຕ່ງບົດສອນໃຫ້ຕໍ່ເນື່ອງ ຖືກຕາມແຜນການສອນ, ສາມາດຍາດໄດ້ຜົນງານ ໃນການບັນລຸຄຳຂວັນ ຄູສອນດີ-ນັກຮຽນຮຽນເກັ່ງ ຜົນການຮຽນປະຈຳພາກຮຽນທີ 2 ຂອງນັກຮຽນມີອັດຕາເສັງໄດ້ 100% ແລະ ສ້າງຄູປະສົບການໄດ້ຈໍານວນໜຶ່ງ, ນອກນີ້ ໄດ້ນໍາພານັກຮຽນໃນໜ່ວຍສີລະປະວັນນະຄະດີ ແລະ ນັກກິລາຂອງໂຮງຮຽນເຂົ້າຮ່ວມງານຕ່າງໆຂອງເມືອງຢ່າງເປັນປະຈຳ. ໃນຕໍ່ໜ້າ ຈະສືບຕໍ່ສ້າງຄູ-ອາຈານປະສົບການ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານການສຶກສາໃນໄລຍະໃໝ່, ສ້າງສື່ການຮຽນ-ການສອນໃຫ້ມີຄຸນນະພາບ ແລະ ສ້າງໃຫ້ເປັນໂຮງຮຽນແບບຢ່າງ ທາງດ້ານການສຶກສາ. ຈາກນັ້ນ ໄດ້ມອບຂອງຂັວນໃຫ້ກັບນັກຮຽນເກັ່ງປະຈໍາປີ 2017-2018 ຈຳນວນ 6 ນ້ອງ ຍິງ 2 ນ້ອງ ເປັນກຽດຂຶ້ນມອບຂອງ ທ່ານ ທອງພັນ ແກ້ວມະນີ.
ຕອນທ້າຍພິທີ ທ່ານ ອໍາຄາ ແກ້ວອໍາພອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກໍ່ໄດ້ມີຄໍາເຫັນໂອລົມ ກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍ ຕໍ່ພະນັກງານຄູ-ອາຈານແລະ ນັກຮຽນ ທີ່ສອບເສັງໄດ້ປະເພດເດັ່ນ, ປະຕິບັດວຽກງານ ການຮຽນການສອນຕະຫຼອດໄລຍະ 1 ປີຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື່ອອັນດີງາມໄວ້ໃຫ້ໜັ້ນຄົງ.

Editor: ເມືອງໂພນທອງ


  • Click to enlarge image 2018-06-14_14-37-39.jpg
  • Click to enlarge image 2018-06-14_14-38-02.jpg
  • Click to enlarge image 2018-06-14_14-38-34.jpg
  • Click to enlarge image 2018-06-14_14-38-53.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top