ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ສະບັບເລກທີ 932/ກປທ, ລົງວັນທີ 14 ພືດສະພາ 2018 ວ່າດ້ວຍການແຕ່ງຕັ້ງພະນັກງານໄປວຽກລັດຖະການ ຢູ່ ປກສ ແຂວງບໍລິຄໍາໄຊ, ປກສ ແຂວງຄໍາມ່ວນ ແລະ ປກສ ແຂວງສະຫວັນນະເຂດ; ສະນັ້ນ ມາໃນຕອນເຊົ້າວັນທີ 11 ມີຖຸນາ 2018 ນີ້ ທ່ານ ພັນເອກ ໄກສອນ ແກ້ວມະນີ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງຊີ້ນໍາວຽກງານຢູ່ ປກສ ແຂວງບໍລິຄໍາໄຊ, ມີທ່ານ ພັນໂທ ບົວເຄືອ ລັດຕະນະວົງສາ ຮອງເລຂາອົງຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະຫ້ອງ, ປກສເມືອງປາກຊັນ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກອງພັນປ້ອງກັນເຄື່ອນທີ່ເຂົ້າຮ່ວມ.
ທ່ານ ພັນໂທ ສີທັດ ຂົວທິຈັກ ຮັກສາການຫົວໜ້າກອງພັນປ້ອງກັນເຄື່ອນທີ່ ໄດ້ຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານວຽກງານວິຊາສະເພາະໄລຍະ 1 ປີຜ່ານ. ເຊີ່ງໄດ້ຍົກໃຫ້ເຫັນ ຄະນະພັກໄດ້ຖືເອົາການສືກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ໄດ້ຊີ້ນໍາ-ນໍາພາ ພະນັກງານ-ນັກຮົບເຄື່ອນໄຫວເຮັດວຽກງານວິຊາສະເພາະ ແລະ ຍາດໄດ້ຜົນງານຫຼາຍດ້ານ ເຊັ່ນ: ໄດ້ນໍາພາພະນັກງານສະມາຊິກພັກ, ພະນັກງານ-ນັກຮົບ ປະຈໍາການຢ່າງປົກກະຕິຕະຫຼອດ 24 ຊົ່ວໂມງ, ອອກເຄື່ອນໄຫວລາດຕະເວນປ້ອງກັນຄວາມສະຫງົບໃນເທດສະບານ ໄດ້ 58 ຄັ້ງ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ ໄດ້ 21 ຄັ້ງ, ອອກເຄື່ອນໄຫວວຽກງານວິຊາສະເພາະນໍາພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ 2 ຄັ້ງ, ຍືດເຮໂລອິນໄດ້ 42 ແທ່ງ, ຢາບ້າ 120.000 ເມັດ, ລົດໃຫ່ຍ 2 ຄັນ, ສົມທົບກັບຫ້ອງຕໍາຫຼວດກອບກູ້ຊິງຕົວປະກັນໄດ້ 1 ຄັ້ງ, ມີ 1 ຄົນໄດ້ສໍາເລັດ ແລະ ປອດໄພ ຈັບຕົວຜູ້ກະທໍາຜິດໄດ້ 3 ຄົນ ມອບໃຫ້ພະແນກຕໍາຫຼວດດໍາເນີນຄະດີຕາມລະບຽບກົດໝາຍ, ຊອກແຫຼ່ງລາຍຮັບເຂົ້າກົມກອງ ໂດຍການເກັບເງີນຈາກຈຸດຍາມຕ່າງໆທີ່ເອົາພະນັກງານໄປປະຈໍາ ມາເປັນເງີນບໍລິຫານຂອງກົມກອງ ຈໍານວນທັງໝົດ 31.440.000 ກີບ ສາມສິບເອັດລ້ານ ສີແສນ ສີສິບພັນ ກີບ, ຮັບ ແລະ ເບີກຈ່າຍເຄື່ອງນຸ່ງຮົມ ໃຫ້ພະນັກງານ-ນັກຮົບ ໄດ້ 1 ຄັ້ງ.
ນອກນັ້ນ ຍັງໄດ້ຝືກອົບຮົມວຽກງານວິຊາສະເພາະ, ຝືກຊ້ອມຫັດແອບວິຊາສະເພາະໃຫ້ພະນັກງານ-ນັກຮົບ ຢ່າງປົກກະຕິ ເພື່ອຄວາມພ້ອມໃນການຮັກສາຄວາມສະຫງົບ, ສ່ວນວຽກງານດ້ານອື່ນໆ ກໍ່ແມ່ນສາມາດເຮັດສໍາເລັດຕາມການມອບໝາຍຂອງຂັ້ນເທິງ, ຫຼັງຈາກນັ້ນ ບັນດາຜູ້ແທນກອງບັນປະຊຸມ ກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຕົວຈິງໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ.
Editor: ປກສ ແຂວງບໍລິຄໍາໄຊ