Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ອາຊຽນ-ການາດາ ກຽມຄວາມພ້ອມສ້າງຄວາມເຂັ້ມແຂງ ຂອງຈຸດຜ່ານແດນ

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 767

ໃນວັນທີ 24 ພຶດສະພາ 2018 ທີ່ນະຄອນຫລວງວຽງຈັນ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ພ້ອມຄູ່ຮ່ວມງານ ໄດ້ຈັດກອງປະຊຸມ ໂຄງການຮ່ວມມື ອາຊຽນ-ການາດາ ໃນການກຽມພ້ອມ ຂອງຈຸດຜ່ານແດນ, ໂດຍການເປັນປະທານ ຂອງ ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ Hermann Lee-Anne ອຸປະທູດ ການາດາ ປະຈຳ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກ ປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ຈຸດປະສົງ ຂອງກອງປະຊຸມ, ເພື່ອສ້າງຕາໜ່າງວິຊາການ ແລະ ກົນໄກການປະສານງານ, ພ້ອມທັງສ້າງຄວາມເຂັ້ມແຂງ ໃນການກຽມຄວາມພ້ອມ ຂອງຈຸດຜ່ານແດນຢູ່ອາຊຽນ, ເສີມສ້າງຄວາມເຂົ້າໃຈ ໃນການປະເມີນຄວາມສ່ຽງຂອງພະຍາດໂດຍຜ່ານໂຄງການອາຊຽນ ໄບໂອດາຍແອສໂພຣາ (ASEAN Biodiaspora) ແລະ ເພື່ອກໍານົດແນວທາງ ໃນການປັບປຸງຄວາມອາດສາມາດ ຂອງພະນັກງານແພດ ປະຈຳຈຸດຜ່ານແດນ ໃນຂົງເຂດ ຂອງການຄົ້ນຫາ, ການສອບສວນ ແລະ ຕອບໂຕ້ພະຍາດຊຶມເຊື້ອ ທີ່ເກີດຂຶ້ນໃໝ່ ແລະ ພະຍາດຊຶມເຊື້ອ ທີ່ກັບຄືນມາເກີດອີກ ຢູ່ທີ່ຈຸດຜ່ານແດນ.
ທ່ານ ນາງ Hermann Lee-Anne ໄດ້ກ່າວວ່າ: ການກະກຽມຄວາມພ້ອມນີ້, ແມ່ນທ່ວງທັນກັບສະພາບການ ເປັນຕົ້ນແມ່ນໄລຍະທີ່ມີການລະບາດ ຂອງພະຍາດອີໂບລາ ຢູ່ໃນປະເທດອາຟຣິກາ ຕາເວັນຕົກ ໃນປີ 2014, ແລະ ໃນປີນີ້ ພະຍາດອີໂບລາ ໄດ້ກັບຄືນມາລະບາດອີກເທື່ອໃໝ່ ໃນຂົງເຂດທີ່ມີການບົ່ມຊ້ອນຂອງ ເຊື້ອພະຍາດ. ນອກຈາກນີ້, ຍັງມີພະຍາດອັກເສບລະບົບຫາຍໃຈ ຮຸນແຮງຕາເວັນອອກກາງ ຍ້ອນເຊື້ອຈຸລະໂລກໂກໂລນາ, ຊີກາ, ເອັດໄອວີ/ເອດສ, ກໍລະນີໃໝ່ຂອງພະຍາດວັນນະໂລກ ແລະ ການລະບາດຂອງພະຍາດ ໄຂ້ຫວັດສັດປີກ. ຄວາມຮຽກຮ້ອງຕ້ອງການ ຢູ່ຈຸດຜ່ານແດນ ບໍ່ພຽງແຕ່ການກັ່ນກອງ ຜູ້ທີ່ຕິດເຊື້ອພະຍາດ ແລະ ກັກກັນ ໃນກໍລະນີສົງໄສເທົ່ານັ້ນ ແຕ່ຈະຕ້ອງມີສະພາບແວດລ້ອມ ທີ່ປອດໄພ ສຳລັບຜູ້ເດີນທາງທີ່ຊົມໃຊ້ສະໜາມບິນ ຫລື ຈຸດຜ່ານແດນສາກົນເຊັ່ນກັນ ລວມທັງນ້ຳດື່ມທີ່ສະອາດ, ອາຫານທີ່ປອດໄພ, ຫ້ອງນ້ຳສາທາລະນະທີ່ສະອາດ ແລະ ມີການກຳ ຈັດຂີ້ເຫຍື້ອທີ່ຖືກຕ້ອງ.
ທ່ານ ລັດຕະນະໄຊ ເພັດສຸວັນ ກ່າວວ່າ: ສປປ ລາວ ແມ່ນປະເທດໜຶ່ງ ທີ່ມີຊາຍແດນເຊື່ອມຕໍ່ ແລະ ມີຊາຍແດນຕິດຈອດກັບປະເທດຈີນ, ມຽນມາ, ຫວຽດນາມ, ກຳປູເຈຍ ແລະ ໄທ ທັງມີເສັ້ນທາງເຊື່ອມຕໍ່ ສູ່ບັນດາປະເທດໃນຂົງເຂດນີ້. ນອກຈາກນີ້, ສປປ ລາວ ມີຖ້ຽວບິນໂດຍກົງ ແລະ ຖ້ຽວບິນທີ່ບໍ່ບິນກົງ ຈາກປະເທດຕົ້ນທາງ ທີ່ມີການລະບາດຂອງພະຍາດ, ສປປ ລາວ ກໍແມ່ນປະເທດໜຶ່ງທີ່ມີຄວາມສ່ຽງ ຖ້າຫາກວ່າຄວາມຮຽກຮ້ອງຕ້ອງການ ທັງໝົດຂອງລະບຽບສາກົນ ທາງດ້ານສາທາ ລະນະສຸກ ໂດຍສະເພາະ ວຽກຈຸດຜ່ານແດນ ບໍ່ໄດ້ຖືກປະຕິບັດຢ່າງໜ້າເພິ່ງພໍໃຈ .
ທ່ານ ລັດຕະນະໄຊ ເພັດສຸວັນ ກ່າວຕື່ມວ່າ: ລາວເຮົາຈະຕ້ອງມີຄວາມພ້ອມ ໃນການນຳໃຊ້ມາດຕະການຄວບຄຸມ ເປັນຕົ້ນແມ່ນ ການທຳຄວາມສະອາດ, ການຂ້າເຊື້ອ, ການຄວບຄຸມ ໜູ ແລະ ແມງໄມ້ ເພື່ອປ້ອງກັນ ການແຜ່ກະຈາຍຂອງເຊື້ອພະຍາດຢູ່ຈຸດຜ່ານແດນ, ພ້ອມທັງຮັກສາອະນາໄມຢ່າງຖືກຕ້ອງ, ມີສຸຂະອະນາໄມທີ່ດີ ແລະ ສະພາບແວດລ້ອມ ປອດຈາກພາຫະນະນຳເຊື້ອ.

Editor: ດາວໄຊ ສີວິໄລ


  • Click to enlarge image 2018-05-28_15-24-21.jpg
  • Click to enlarge image 2018-05-28_15-25-22.jpg
  • Click to enlarge image 2018-05-28_15-25-39.jpg
  • Click to enlarge image 2018-05-28_15-26-03.jpg
  • Click to enlarge image 2018-05-28_15-26-40.jpg
  • Click to enlarge image 2018-05-28_15-29-01.jpg
  • Click to enlarge image 2018-05-28_15-29-29.jpg
  • Click to enlarge image 2018-05-28_15-29-59.jpg
  • Click to enlarge image 2018-05-28_15-30-19.jpg
  • Click to enlarge image 2018-05-28_15-30-47.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top