Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ຄັດເລືອກນາງສາວສຸຂະພາບດີ ເຂົ້າຮອບ 30 ຄົນ

Details
ທະວີສັກ ໃບລາສີ
Category: Health & Beauty
Hits: 618

ໃນວັນທີ 19 ພຶດສະພາ ທີ່ຜ່ານມານີ້ ທີ່ສູນການຄ້າວຽງຈັນເຊັນເຕີ້ ໄດ້ຈັດພິທີຄັດເລືອກເອົານາງສາວສຸຂະພາບດີ ໂດຍການເຂົ້າຮ່ວມຂອງທ່ານ ສຸລິຍາ ແກ້ວພິລາວົງ, ຫົວໜ້າກົມຂະບວນການຊາວໜຸ່ມ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຜູ້ຕາງໜ້າບໍລິສັດ ຢູນິຊາມ ປະເທດໄທ ຈໍາກັດ, ຜູ້ຕາງໜ້າບໍລິສັດທີ່ນໍາເຂົ້າຜະລິຕະພັນ ໂຊຟີ ລາວ Sofy Lao ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເປົ້າຫມາຍຂອງການຈັດກິດຈະກຳ ເພື່ອຄັດເລືອກເອົາຊາວໜຸ່ມຍິງທີ່ມີບຸກຄະລິກດີ ມີຄວາມສາມາດ ມາເປັນພີເຊັນເຕີ້ຂອງຜະລິດຕະພັນໂຊຟີ ຫຼື ເພື່ອພັດທະນາສັກກະຍະພາບຂອງໄວໜຸ່ມໃນ ສປປ ລາວ ດ້ວຍການຈັດກິດຈະກໍານີ້ ເພື່ອຄົ້ນຫາໄວໜຸ່ມຍິງທີ່ມີ ອາຍຸ 15-20 ປີ ມາເປັນ Brand Ambassador ເພື່ອເປີດໂອກາດ ແລະ ທັງເປັນການສົ່ງເສີມໃຫ້ຊາວໜຸ່ມຍິງ ຜູ້ມີບຸກຄະລິກກະພາບໂດດເດັ່ນ ກ້າສະແດງອອກ ຮູ້ຈັກໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ເພື່ອເປັນການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ເສີມໃຫ້ບັນດາຊາວໜຸ່ມຍິງ, ເພື່ອເຜີຍແຜ່ເອກະລັກດ້ານສິລະປະ, ວັດທະນະທໍາ, ການແຕ່ງກາຍຊຸດປະຈໍາຊາດທີ່ສວຍງາມຂອງແມ່ຍິງລາວຕໍ່ສັງຄົມ. ທັງເປັນການຊຸກຍູ້ ແລະ ອົບຮົມໃຫ້ແມ່ຍິງລາວບັນດາເຜົ່າ ໄດ້ຮັບຮູ້ວິທີການຮັກສາສຸຂະພາບຈະເລີນພັນ ພ້ອມທັງເປີດໂອກາດ ໃຫ້ຍິງໜຸ່ມໄດ້ມີເວທີສະແດງອອກເຖິງຄວາມຮູ້ຄວາມສາມາດຕ່າງໆ.
ຈໍານວນຜູ້ເຂົ້າຮອບຄັດເລືອກຄັ້ງນີ້ ທັງໝົດ 100 ຄົນ, ເຊິ່ງໄດ້ຍ່າງເທິງເວທີ ເພື່ອຄະນະກໍາມະການຈະໄດ້ໃຫ້ຄະແນນ ຈາກການແນະນໍາໂຕ ແລະ ຍ່າງສະແດງບຸກຄະລິກກະພາບ ແລະ ຄວາມສາມາດຂອງຕົນ ເພື່ອຄັດເລືອກໃຫ້ເຫຼືອ 30 ຄົນ ແລະ ຜູ້ທີ່ຖືກຄັດເລືອກໃນ 30 ຄົນແມ່ນຕິດຕາມ ແລະ ໃຫ້ຄະແນນໂຫວດທາງ Facebook Sofy Lao ຫຼື ສົ່ງ SMS ກໍ່ໄດ້.
ສ່ວນການປະກວດໃນຮອບຊິງຊະນະເລີດ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ 2018 ທີ່ສູນການຄ້າວຽງຈັນເຊັນເຕີ້. ສຳລັບ ລາງວັນຊະນະເລີດແມ່ນ ທຶນການສຶກສາ 26 ລ້ານກີບ, ລາງວັນຮອງຊະເລີດອັນດັບ 1 ທຶນການສຶກສາ 13 ລ້ານກີບ, ລາງວັນຮອງຊະເລີດອັນດັບ 2 ທຶນການສຶກສາ 7.800.000 ກີບ ແລະ ຂັວນໃຈຊ່າງພາບ ທຶນການສຶກສາ 2.600.000 ກີບ ພ້ອມຮັບຜະລິດຕະພັນໂຊຟີຄູລິ້ງເຟດ 1 ປີ.

Editor: ດາວໄຊ ສີວິໄລ


  • Click to enlarge image 2018-05-23_10-16-36.jpg
  • Click to enlarge image 2018-05-23_10-17-00.jpg
  • Click to enlarge image 2018-05-23_10-17-21.jpg
  • Click to enlarge image 2018-05-23_10-17-39.jpg
  • Click to enlarge image 2018-05-23_10-18-21.jpg
  • Click to enlarge image 2018-05-23_10-18-48.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top