ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດພິທີການເຜີຍແຜ່ກົດໝາຍສາທາລະນະສຸກ ແລະ ນິຕິກໍາທີ່ສໍາຄັນຕ່າງໆ ໂດຍເປັນປະທານຂອງ ທ່ານ ດ໋ອກເຕີ ນິພອນ ສີມພາລີ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດ້ວງ ສີທິວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຫ້ອງການ, ອໍານວຍການ, ຫົວໜ້າ, ຮອງຫົວໜ້າໜ່ວຍງານ, ຫົວໜ້າສຸກສາລາທັງ 9 ແຫ່ງທົ່ວເມືອງເຂົ້າຮ່ວມ.
ການເຜີຍແຜ່ກົດໝາຍສາທາລະນະສຸກ ແລະ ນິຕິກໍາທີ່ສໍາຄັນຕ່າງໆໃນຄັ້ງນີ້ ທ່ານ ດ໋ອກເຕີ ນີພອນ ສີມພາລີ ໄດ້ນໍາເອົາບັນດາກົດໜາຍ, ນິຕິກໍາ, ພາລະບົດບາດ, ສິດ ແລະ ໜ້າທີ ກ່ຽວກັບວຽກງານສາທາລະນະສຸກ ມາເຜີຍແຜ່ໃຫ້ກັບບັນດາ ພະນັກງານ-ລັດຖະກອນ ສາທາລະນະສຸກພາຍໃນເມືອງໂພນໄຊ ແຂວງຫຼວງພະບາງ ເປັນຕົ້ນແມ່ນ ພະນັກງານ-ລັດຖະກອນແພດ ຕ້ອງມີຄວາມຮັບ ຜິດຊອບສູງ ມີນໍ້າໃຈເສຍສະຫຼະ, ຮັບໃຊ້ປະຊາຊົນ ໃຫ້ບໍລິການວອງໄວທັນກັບເຫດການ ສະພາບຕົວຈິງ ເອົາໃຈໃສ່ການລົງໂຄສະນາສຸຂະສຶກສາໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈໃນການຮັກສາສຸຂະພາບຂອງຕົນເອງ ເພື່ອຕ້ານຕໍ່ກັບພະຍາດທີ່ລະບາດໃນສັງຄົມ ບໍ່ໃຫ້ເກີດຂຶ້ນຢູ່ໃນແຕ່ລະບ້ານທົ່ວເມືອງ ເຮັດໃຫ້ປະຊາຊົນມາຮັບໃຊ້ບໍລິການຢູ່ໃນໂຮງຫມໍ ແລະ ສຸກສາລາ ໃຫ້ຖືກຕ້ອງຕາມລະບຽບຫຼັກການ.
Editor: ນັກຂ່າວເມືອງໂພນໄຊ