Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Health & Beauty
Follow @laostartv_la

ພິທີຖະແຫຼງຂ່າວ ການປະກວດນາງສາວສຸຂະພາບດີ

Details
Category: Health & Beauty
Hits: 655

ເມື່ອບໍ່ດົນມານີ້ ຢູ່ທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ຈັດພິທີຖະແຫຼງຂ່າວ ການປະກວດນາງສາວສຸຂະພາບດີ ປະຈໍາປີ 2018 ຂື້ນ, ໂດຍການເປັນປະທານຖະແຫຼງຂອງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ມີ ທ່ານນາງ ສີລິດາ ກັນລະຍານະຊາດ ຜູ້ຕາງໜ້າບໍລິສັດ ຢູນີຊາມ ປະເທດໄທ ຈໍາກັດ, ມີບັນດາພະແນກອ້ອມຂ້າງກົມ ພ້ອມດ້ວຍສື່ມວນຊົນລາວເຂົ້າຮ່ວມ.

ຈຸດປະສົງໃນຄັ້ງນີ້, ເພື່ອຄັດເລືອກເອົາຊາວໜຸ່ມຍິງມີບຸກຄະລິກດີ ມີຄວາມສາມາດ ມາເປັນພີເຊັນເຕີ້ຂອງຜະລິດຕະພັນໂຊຟຣີ, ເພື່ອເປີດໂອກາດ ແລະ ທັງເປັນການສົ່ງເສີມໃຫ້ຊາວໜຸ່ມຍິງຜູ້ມີບຸກຄະລິກກະພາບໂດດເດັ່ນ ກ້າສະແດງອອກ ຮູ້ຈັກໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ຮຽນຮູ້ທີ່ຈະເຮັດກິດຈະກໍາຮ່ວມກັນເປັນໝູ່ຄະນະ, ເພື່ອເປັນການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ເສີມໃຫ້ບັນດາຊາວໜຸ່ມຍິງ, ເພື່ອເຜີຍແຜ່ເອກະລັກດ້ານສິລະປະ, ວັດທະນະທໍາ, ການແຕ່ງກາຍຊຸດປະຈໍາຊາດທີ່ສວຍງາມຂອງແມ່ຍິງລາວຕໍ່ສັງຄົມ. ເພື່ອເປັນການຊຸກຍູ້ ແລະ ອົບຮົມໃຫ້ແມ່ຍິງລາວບັນດາເຜົ່າໄດ້ຮັບຮູ້ວິທີການຮັກສາສຸຂະພາບຈະເລີນພັນ ພ້ອມທັງເປີດໂອກາດ ໃຫ້ຍິງໜຸ່ມໄດ້ມີເວທີສະແດງອອກເຖິງຄວາມຮູ້ຄວາມສາມາດຕ່າງໆ.

ສ່ວນຄຸນສົມບັດຂອງຜູ້ເຂົ້າປະກວດ ແມ່ນເປັນເພດຍິງ ສັນຊາດລາວ ມີອາຍຸ ນັບແຕ່ 15-20 ປີ, ລວງສູງ 155 ຊັງຕີແມັດຂຶ້ນໄປ, ບໍ່ມີສັນຍາຜູກພັນ ກັບໜ່ວຍງານອື່ນທີ່ໃກ້ຄຽງໃນສາຍງານ ນາງແບບ ແລະ ການສະແດງ, ຕ້ອງເປັນໂສດ ບໍ່ເຄີຍຜ່ານການແຕ່ງງານ ແລະ ບໍ່ເຄີຍຖືພາມາກ່ອນແຕ່ຢ່າງໃດ, ຕ້ອງບໍ່ເຄີຍຖ່າຍຄິບໂປ້ເປືອຍ ຫຼື ແຜ່ພາບຜ່ານສື່ອີເລັກໂຕນິກມາກ່ອນ, ຕ້ອງບໍ່ເຄີຍປະກອບອາຊີບ ຮັບງານພິເສດ ຫຼື ມີຄວາມປະພຶດຕົນ ອັນເປັນທີ່ລັງກຽດເຊື່ອມເສຍຕໍ່ຮີດຄອງປະເພນີອັນດີງາມຂອງສັງຄົມ, ການສະໝັກເຂົ້າປະກວດແມ່ນສະໝັກຟຣີ ບໍ່ເສຍຄ່າ, ພຽງແຕ່ຂຽນລາຍລະອຽດການສະໝັກຟອມໂຫລດຮູບຖ່າຍທີ່ຖ່າຍຄູ່ກັບສິນຄ້າ ໂຊຟຣີ ຢ່າງໃດຢ່າງໜຶ່ງ ແລະ ສົ່ງໄປທີ່ Facebook Sofy Lao ພ້ອມລາຍລະອຽດຂອງຕົນ ແລະ ຫຼັກຖານ ຄື: ບັດປະຈຳຕົວ ເພື່ອຢືນຍັນການສະໝັກເຂົ້າປະກວດ ແລະ ຜູ້ທີ່ສົ່ງລາຍອຽດຜ່ານທາງ Facebook ຈະມີສິດເຂົ້າຮັບການຄັດເລືອກກ່ອນ. ສ່ວນການປະກວດໃນຮອບຊິງຊະນະເລີດ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ 2018 ທີ່ ວຽງຈັນເຊັນເຕີ້, ເຊິ່ງເປີດຮັບສະຮັກຕັ້ງແຕ່ມືນີ້-14 ພຶດສະພາ 2018 ສາມາດດາວໂຫລດ ໃບສະໝັກ ແລະ ຕິດຕາມລາຍລະອຽດໄດ້ທາງ Facebook Sofy Lao ແລະ ສາມາດຂໍໃບສະໝັກ ແລະ ສົ່ງໃບສະໝັກໄດ້ທີ່ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ. ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03new.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top