Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ມອບ-ຮັບ ໂຮງຮຽນສາມັນສຶກສາ ມິດຕະພາບ ລາວ-ຫວຽດນາມ...

Details
Souphatta
Category: Education
Hits: 6049

ໃນວັນທີ 24 ກໍລະກົດ 2019 ນີ້ ໄດ້ມີພິທີມອບ-ຮັບໂຮງຮຽນສາມັນສຶກສາມິດຕະພາບ ລາວ-ຫວຽດນາມ ຂື້ນໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ມີ ທ່ານ ຖາວອນ  ຕາງໜ້າກະຊວງສຶກສາ ແລະ ກິລາ, ທ່ານ ຫງຽນ ຫ້າຍ ແທັງ ຕາງໜ້າ ກະຊວງສຶກສາ ແລະ ບຳລຸງສ້າງ ສັງຄົມນິຍົມ ຫວຽດນາມ. 

ໂຮງຮຽນສາມັນສຶກສາມິດຕະພາບລາວ-ຫຽດນາມ ເລີ່ມລົງມືກໍ່ສ້າງມາ ແຕ່ວັນທີ 16 ພະຈິກ 2017 ເຖີງວັນທີ  31 ມິຖຸນາ 2019 ຈິ່ງສຳເລັດ, ລວມມູນຄ່າລົງທຶນທັງໝົດ 39.573 ຕຶ້ດົງ,     ( 3 ຫມື່ນ 9 ພັນ 5 ຮ້ອຍ 7 ສີບ 3 ຕື້ດົງ ) ແລະ ຈະເປີດຮຽນທາງການເລີ່ມແຕ່ ວັນທີ 4 ກັນຍາ 2019 ພ້ອມທັງມີລົດຮັບສົ່ງ. ໂດຍແມ່ນຄະນະຄຸ້ມຄອງບັນດາໂຄງການ ກະຊວງສຶກສາ    ທິການ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມເປັນເຈົ້າຂອງໂຄງການ ແລະ ບໍລິສັດ ເປັນຜູ້ຮັບ ເໝົາກໍ່ສ້າງ, ມີຫຼາຍຊັ້ນຮຽນ ແຕ່ຊັ້ນປະຖົມສຶກສາ, ຊັ້ນມັດທະຍົມຕົ້ນ ແລະ ຊັ້ນມັດທະຍົມປາຍ ລວມທັງໝົດ 24 ຫ້ອງຮຽນ, ນອກນັ້ນ ໂຄງການຍັງມີຫ້ອງເສີມທັກສະເພື່ອຮັບໃຊ້ແກ່ການຮຽນຂອງນັກຮຽນເຊັ່ນ: ຫ້ອງປະຕິບັດຕົວຈິງວິຊາຄອມພິວເຕີ, ຫ້ອງທົດລອງຊີວະ, ຫ້ອງທົດລອງເຄມີ, ຫ້ອງທົດລອງຟີຊິກ, ຫ້ອງຮຽນພາສາຕ່າງປະເທດ, ຫ້ອງພະນັກງານຄູ-ອາຈານ, ບໍລິຫານຄຸ້ມຄອງ ແລະ ຫ້ອງປະຖົມພະຍາບານ ພ້ອມນັ້ນ ຍັງມີບ່ອນຈອດລົດ ແລະ ສິ່ງອໍານວຍຄວາມສະດວກຄົບຊຸດ

ຈາກນັ້ນ ທ່ານ ໂພໄຊ ໄຊຍະສອນ  ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ສະແດງຄວາມຂອບໃຈມາຍັງຕໍ່ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມທີ່ຍາມໃດກໍ່ໄດ້ເອົາໃຈໃສ່ອູ້ມຊູ່ຊ່ວຍເຫຼືອປຽບດັ່ງອ້າຍນ້ອງຮ່ວມອຸທອນດຽວກັນຕໍ່ ສປປ ລາວກໍ່ຄືຊາວແຂວງສະຫວັນນະເຂດຂອງພວກເຮົາ ແລະ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະຊີ້ນຳ ພະແນກການ, ອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງໂດຍສະເພາະແມ່ນ ສະມາຄົມຫວຽດນາມ ແຂວງສະຫວັນນະເຂດ ຊ່ວຍກັນປົກປັກຮັກສາ, ຖະນຸຖະໝອມນຳໃຊ້ໂຮງຮຽນທີ່ສວຍງາມແຫ່ງນີ້ໃຫ້ເກີດປະໂຫຍດສູງສຸດ.

 

 

 

 

 

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top