Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກປີ 2017-2018

Details
Category: Education
Hits: 928

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງໄຊຍະບູລີ ປະຈຳສົກປີ 2017-2018 ແລະ ເຜີຍແຜ່ຍຸດທະສາດ ການພັດທະນາຊັບພະຍາກອນມະນຸດ ຂັ້ນແຂວງ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ່ 10 ກໍລະກົດ 2018 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມມີ ທ່ານນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ ມີກໍາມະການພັກແຂວງ ຕາງໜ້າກະຊວງສຶກສາທິການ ແລະ ກິລາ, ສະມາຊິກສະພາປະຊາຊົນ, ມີເຈົ້າເມືອງ-ຮອງເຈົ້າເມືອງ 11 ເມືອງ ທົ່ວແຂວງ, ມີຫົວໜ້າພະແນກ ຮອງພະແນກການ ກົມກອງ, ອົງການຜູ້ອໍານວຍການໂຮງຮຽນ ຄູອາຈານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງຮ່າງບົດສະຫຼຸບແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2017-2018 ແລະ ທິດທາງແຜນການ 2018-2019 ຈາກ ທ່ານ ອ່ອນຕາ ພົມມະຈິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ບົດວິໄຈສະພາບການຈັດຕັ້ງປະຕິບັດຕົວຊີ້ບອກແຜນພັດທະນາການສຶກສາ ແລະ ກິລາສົກຮຽນ 2017-2018 ການກະກຽມຄວາມພ້ອມ ເຂົ້າຮ່ວມກິລາແຫ່ງຊາດ ແລະ ແຜນການກະກຽມເປັນເຈົ້າພາບກິລາແຫ່ງຊາດ ຄັ້ງທີ່ 12 ປີ, 2021 ສະພາບການປະຕິບັດຍຸດທະສາດກິລາກາຍະກໍາ ແລະ ກອງທຶນກິລາກາຍະກໍາ ມາດຕະການປະຕິບັດ ຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ວ່າດ້ວຍການແກ້ໄຂການປະລະ ແລະ ປະຕິບັດຂໍ້ແຂ່ງຂັນຂະແໜງສຶກສາ ແລະ ກິລາ ມາດຕະການແກ້ໄຂປະກົດການຫຍໍ້ທໍ້ ຂອງຄູ ແລະ ນັກຮຽນໂດຍສະເພາະແມ່ນສິ່ງເສບຕິດຕ່າງໆ ສົມທຽບກັບປີຜ່ານມາການສ້າງໂຮງຮຽນຕາມມາດຖານຄຸນນະພາບ ແລະ ໂຮງຮຽນຕົວແບບຕິດພັນກັບຂະບວນການຍົກສູງຄຸນນະພາບການສອນຂອງຄູ ບົດຮຽນໃນການຄຸ້ມຄອງເງິນບໍລິຫານ ແລະ ນຳໃຊ້ງົບປະມານປະຈຳປີ ແລະ ການບຳລຸງຍົກລະດັບການສຶກສາໃຫ້ແກ່ປະຊາຊົນ ພະນັກງານ ແລະ ບັນຫາທ້າທາຍໃນການຮ່ວມມືກັບອົງການຈັດຕັ້ງສາກົນສະພາບການຈັດຕັ້ງປະຕິບັດຫຼັກສູດ ແລະ ການຝຶກອົບຮົມວິຊາອາຊີບຂອງໂຮງຮຽນເຕັກນິກວິຊາອາຊີບແບບປະສົມ ບັນຫາທ້າທາຍໃນການປັບປຸງຄຸນນະພາບ ການຮຽນການສອນ ແລະ ການບໍລິຫານຄຸ້ມຄອງວິທະຍາໄລເອກະຊົນບັນຫາທ້າທາຍໃນການປັບປຸງຄຸນນະພາບການຮຽນ ແລະ ການບໍລິຫານຄຸ້ມຄອງໂຮງຮຽນ

ພ້ອມດຽວກັນນີ້ ຫົວນ້າ ຮອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາບັນດາເມືອງ ພະແນກການ ຫ້ອງການ ອົງການ ຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ ຂອງວຽກງານການສຶກສາ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານການສຶກສາ ຢູ່ແຂວງໄຊຍະບູລີ ໄດ້ຮັບການປັບປຸງ ໃຫ້ດີຂື້ນໄປເລື້ອຍໆ ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນເຄິງຈື່ງຈະສຳເລັດ

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 00new.jpg
  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top