Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ຮອງເຈົ້າເມືອງ-ເມືອງໂພນທອງ ລົງກວດກາໂຄງການກໍ່ສ້າງໂຮງຮຽນປະຖົມສຶກສາ 3 ຫ້ອງ, ທີ່ບ້ານຫ້ວຍລານ

Details
Category: Education
Hits: 689

ໃນວັນທີ 3 ກໍລະກົດ 2018 ຜ່ານມານີ້, ຄະນະກຳມະການຄຸ້ມຄອງການລົງທຶນຂອງລັດຂັ້ນເມືອງໂພນທອງ, ແຂວງຫລວງພະບາງ ນໍາໂດຍ ທ່ານນາງ ວັນເພັງ ພະຫົງຈັນ ຮອງເຈົ້າເມືອງໂພນທອງ, ທ່ານ ບຸນລອດ ຫົວໜ້າຜູ້ປະສານງານໂຄງການ ຫຼຸດຜ່ອນຄວາມທຸກຍາກປະຈໍາເມືອງໂພນທອງ, ທ່ານ ບຸນຍົງ ຮອງປະດິດ ຕາງໜ້າບໍລິສັດ ໂຊກແສງຄໍາ ກໍ່ສ້າງເຄຫະສະຖານ, ພ້ອມດ້ວຍ ຜູ້ຕາງໜ້າຂະແໜງການທີກ່ຽວຂ້ອງ ຕະຫຼອດຮອດອົງການ ປົກຄອງບ້ານຫວ້ຍລານ ໄດ້ລົງຢ້ຽມຢາມກວດກາໂຄງການກໍ່ສ້າງໂຮງຮຽນ ປະຖົມສຶກສາ 3 ຫ້ອງຢູ່ບ້ານ ຫ້ວຍລານ, ກຸ່ມນາຊອນ ເມືອງໂພນທອງ.

ໂຄງການການກໍ່ສ້າງ ໂຮງຮຽນປະຖົມສຶກສາ 3 ຫ້ອງຢູ່ບ້ານຫ້ວຍລານ, ກຸ່ມນາຊອນເປັນອາຄານຊັ້ນດຽວ ຂະໜາດກ້ວາງ 9 ແມັດ, ຍາວ 24 ແມັດ, ມີ 1 ຫ້ອງນໍ້າ 3 ຫ້ອງຮຽນ ໂຄງສ້າງເບຕົງເສີມເຫຼັກ, ພື້ນປູດ້ວຍຊີມັງ, ຫຼັງຄາມຸງດ້ວຍສັງກະສີອາລຸນຊິງ, ຝາກໍ່ດ້ວຍດ້ວຍດິນບ໊ອກອັດແຮງ, ເລີ່ມລົງມືກໍ່ສ້າງແຕ່ ວັນທີ 24 ເມສາ 2018 ເຖິງປັດຈຸບັນແມ່ນສໍາເລັດ 40 ສ່ວນຮ້ອຍ, ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການ ກອງທືນຫຼຸດຜ່ອນຄວາມທຸກຍາກ ໃນຮອບວຽນ ທີ 15 ປະຈໍາປີ 2018 ມອບໃຫ້ບໍລິສັດ ໂຊກແສງຄໍາ ກໍ່ສ້າງ-ເຄຫາສະຖານ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າການກໍ່ສ້າງທັງໝົດ 337 ລ້ານກວ່າກີບ.

ຄາດວ່າການກໍ່ສ້າງຈະສຳເລັດ ໃນທ້າຍ ເດືອນ ກໍລະກົດ 2018 ນີ້, ໃນໂອກາດດັ່ງກ່າວ ທ່ານຮອງເຈົ້າເມືອງໂພນທອງ ໄດ້ຮຽກຮ້ອງໃຫ້ຄະນະກຳມະການຄຸ້ມຄອງການລົງທຶນຂອງລັດຂັ້ນເມືອງ ແລະ ພາກສ່ວນທີກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຊີ້ນໍາກວດກາໃຫ້ຖືກຕ້ອງຕາມເຕັກນິກ ຮັບປະກັນມາດຖານ ໃຫ້ມີຄຸນນະພາບດີ, ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ໂຄງການກອງທືນຫຼຸດຜ່ອນຄວາມທຸກຍາກ ທີ່ໃຫ້ການຊ່ວຍເຫຼືອກໍ່ສ້າງໂຮງຮຽນດັ່ງກ່າວ.

ແຫລ່ງຂ່າວ ທີມຂ່າວເມືອງໂພນທອງ

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.jpg
  • Click to enlarge image 02new.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top