ສະມາຄົມສົ່ງເສີມການອະນຸລັກສີລະປະວັນນະຄະດີ ( ສອສວ) ຮ່ວມກັບ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ພ້ອມກັນຈັດງານບຸນມະໂຫລານ ສັງສິນໄຊ ຄັ້ງທີ 2 ປະຈໍາສົກປີ 2017-2018 ຂື້ນ ຢ່າງສວຍງາມ ໃນວັນທີ 30 ມີຖຸນາ 2018 ນີ້ ຢູ່ທີ່ສູນກິລາບູໂດ ນະຄອນຫລວງວຽງຈັນ ເພື່ອເປັນການເສີມຂະຫຍາຍ ການອ່ານກາບກອນ ແລະ ຂັບລໍາສັງສິນໄຊ ແກ່ນັກຮຽນ-ນັກສຶກສາ ແລະ ເຍົາວະຊົນ ຮຸ້ນສຶບທອດ ໃນການຮູ້ຈັກອະນຸລັກວັດທະນະທໍາ ວັນນະຄະດີເອກຂອງລາວ ໃຫ້ຍືນຍາວ.
ພາຍໃນງານ ຄັ້ງນີ້ ໂດຍໄດ້ຮັບກຽດເຂົ້າຮ່ວມ ຂອງ ທ່ານນາງ ແມ່ປ້າ ຄໍາເມີງ ວໍລະຈິດ ປະທານຄອບຄົວການນໍາ, ມີ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບົວລານ ສີຣິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ອາລຸນໄຊ ສູນນະລາດ ເລຂາ ຄະນະບໍລິຫານງານ ສູນກາງຊາວຫນຸ່ມ ປະຊາຊົນ ປະຕິວັດລາວ, ພ້ອມນີ້ຍັງມີບັນດາແຂກ ສໍາຄັນ, ສະຖາບັນ, ສະມາຄົມ, ຜູ້ປົກຄອງ ທັງພາກລັດ ແລະ ເອກະຊົນລວມທັງໂຮງຮຽນ ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ ເປັນຈໍານວນຫລວງຫລາຍ.
ທ່ານນາງ ສຸນັນທາ ກັນລະຍາ ປະທານສະມາຄົມສົ່ງເສີມການອະນຸລັກສີລະປະວັນນະຄະດີ ( ສອສວ) ກ່າວວ່າ: ໂຄງການເສີມຂະຫຍາຍການອ່ານກາບກອນ ແລະ ຂັບລໍາສັງສິນໄຊ ແມ່ນໄດ້ຮັບການອຸປະຖໍາຫລັກ ຈາກຫ້ອງການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດເຊີແລນ ໃນຄັ້ງທໍາອິດແມ່ນສົກປີ 2015-2016 ແລະ ຄັ້ງທີ 2 ໃນສົກປີ 2017-2018 ເຊີ່ງກິດຈະກໍາໃນໂຄງການແມ່ນການຝຶກອົບຮົມຄູຝຶກ 2 ຄັ້ງ ຄື: ສ້າງຄູຝຶກ TOT ໄລຍະທີ 1 ຈໍານວນ 18 ທ່ານ, ໃນທ້າຍເດືອນພະຈິກ 2017 ແລະ ສ້າງຕູຝຶກ TOT ໄລຍະທີ 2 ຈໍານວນ 28 ທ່ານ ໃນເດືອນມີນາ 2018. ເຊີ່ງໄດ້ຄັດເລຶອກເອົາຕົວແທນ ທີ່ມາຈາກ 6 ແຂວງ ເຊັ່ນ: ແຂວງຫລວງພະບາງ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ ແລະ ນະຄອນຫລວງວຽງຈັນ. ໃນນັ້ນປະກອບມີ 18 ໂຮງຮຽນ. ເປົ້າຫມາຍເພື່ອສ້າງຄູຜູ້ສຶບທອດ ທີ່ຈະມາຖ່າຍທອດຄວາມຮູ້ທາງດ້ານພາສາ, ວັນນະຄະດີ, ສ້າງແຮງບັນດານໃຈ ໃຫ້ຄູອາຈານນໍາໄປເຜີຍແຜ່ ເພື່ອເຮັດໃຫ້ກິດຈະກໍາແບບນີ້ ກາຍເປັນສ່ວນຫນຶ່ງໃນຫລັກສູດຂອງໂຮງຮຽນ ທັງເປັນການສ້າງຖອກາດໃຫ້ນ້ອງນັກຮຽນໄດ້ສໍາຜັດ ແລະ ນໍາໃຊ້ໄດ້ ຢ່າງເປັນຂະບວນການຟົດຟື້ນ. ພ້ອມກັນນີ້ ຍັງເປັນການປູກຝັງຮາກຖານທາງດ້ານພາສາ ແລະ ວັນນະຄະດີ ໃຫ້ເດັກນັກຮຽນ ແຕ່ຍັງນ້ອຍ ກາຍເປັນອາພອນວັດທະນະທໍາປະດັບໂຕ ຢູ່ໃນໂຕຂອງເດັກ ແລະ ເບັ່ງບານຕະຫລອດໄປ
ທ່ານຍັງກ່າວຕື່ມອີກວ່າ: ການຈັດງານບຸນມະໂຫລານ ສັງສິນໄຊ ຍັງເປັນເວທີ ທີ່ຊຸກຍູ້ໃຫ້ລູກຫລານຮຸ້ນສຶບທອດໃຫ້ມີຈິດໃຈມັກຮັກ ແລະ ອະນຸລັກສິນລະປະ-ວັດທະນະທໍາ ອັນເປັນມໍລະດົກຂອງຊາດ ໂດຍສະເພາະ ສັງສິນໄຊ ເປັນຄໍາກອນ ອາຍຸ ເກືອບ 400 ປີ ຂອງນັກປະພັນ ປາງຄໍາ, ການຝຶກອົບຮົມ ທັງໝົດຂອງໂຄງການດັ່ງກ່າວ ແມ່ນຫມົນໃຊ້ປື່ມຄໍາກອນສັງສິນໄຊ ທີ່ ທ່ານ ມະຫາສິລາ ວິຣະວົງ ໄດ້ ລິຈະນາ ອອກມາຈາກຫນັງສືໃບລານບູຮານ ເມື່ອ 70 ປີກ່ອນຫນ້ານີ້.
Editor: ກຳປານາດ ລັດຖະເຮົ້າ