ໃນວັນທີ 26 ມີຖຸນາ 2018 ນີ້ ທີ່ໂຮງຮຽນສີລະປະແຫ່ງຊາດ ໄດ້ຈັດພິທີສະຫລຸບ ການຮຽນ-ການສອນ ປະຈໍາສົກຮຽນ 2017-2018 ຂື້ນຢ່າງເປັນທາງການ ເຊີ່ງພິທີສະຫລຸບຄັ້ງນີ້ ໄດ້ແບ່ງອອກເປັນ 2 ວາລະ ຄື: ວາລະການສະແດງສິລະປະ ແລະ ວາລະການມອບໃບປະກາສະນີຍະບັດ ແກ່ນັກສືກສາ ຊັ້ນກາງ. ໃນພິທີ ໂດຍໄດ້ຮັບກຽດເປັນປະທານ ຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ, ເຂົ້າຮ່ວມ ມີຜູ້ອໍານວຍການ, ຮອງອໍານວຍການ, ຄະນະຄູອາຈານ ແລະ ນັກສຶກສາ ລວມໄປເຖິງຜູ້ປົກຄອງ ເຂົ້າຮ່ວມ ຢ່າງພ້ອມພຽງ. ສໍາລັບວາລະການສະແດງ ຂອງນັກຮຽນ ນັບແຕ່ປີ 1 ເຖິງປີ ທີ 7 ເປັນອີກຫນຶ່ງກິດຈະກໍາ ທີ່ທາງໂຮງຮຽນສິລະປະແຫ່ງຊາດ ໄດ້ຈັດມາແລ້ວ 3 ປີຕິດຕໍ່ກັນ, ເຊີ່ງເປັນການລາຍງານຜົນສໍາເລັດທາງດ້ານການຮຽນ-ການສອນ ພາຍໃນໂຮງຮຽນສີລະປະແຫ່ງຊາດ. ສ່ວນລາຍການສະແດງທັງໝົດ ທີ່ນໍາມາສະແດງ ມີທັງໝົດ 10 ລາຍການສະແດງ ເຊັ່ນ:
1/ ຮ້ອງເພງ ຈໍາປາເມືອງ
2/ ລໍາກອນໂຮງຮຽນຂອງຂ້ອຍ
3/ ຟ້ອນບັນເລ່ ມາໃນເພງ ອາບາຢາແດ
4/ ເຊີ້ງບຸນບັ້ງໄຟ
5/ ເພງ: ແມງພູ່ຕອມດອກ ແລະ ເປົ່າແຄນ
6/ ຮ້ອງເພງ ລາວຊານເຊິງ
7/ ຮ້ອງເພງ ສາຍລົມເຢັນ
8/ ຟ້ອນເມດຂະຫລາ
9/ ຮ້ອງເພງ you Raise me up
10/ ຂັບ-ລໍາ 3 ພາກ
ພາຍຫລັງສໍາເລັດວາລະການສະແດງສີລະປະ ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕີ ກະຊວງ ຖວທ ພ້ອມດ້ວຍຄະນະຜູ້ອໍານວຍການ, ຄູອາຈານ ແລະ ນັກສຶກສາ ໄດ້ຮ່ວມປູກຕົ້ນໄມ້ ທາງດ້ານຫນ້າອາຄານຮຽນ ເພື່ອເປັນສັນຍາລັກອັນດີງາມ ໃນການສະຫລຸບສົກຮຽນປະຈໍາປີນີ້. ຕໍ່ຈາກນັ້ນ ໄດ້ກ້າວເຂົ້າສູ່ພິທີ ມອບ-ຮັບໃບປະກາສະນີຍະບັດ ແກ່ນັກສຶກສາຮຸ້ນທີ 29 ຢ່າງເປັນທາງການ. ໃນພິທີ ທ່ານ ຜູ້ອໍານວຍການໂຮງຮຽນສີລະປະແຫ່ງຊາດ ໄດ້ຂື້ນກ່າວລາຍງານ ໂດຍລວມກ່ຽວກັບການຮຽນ-ການສອນ ຂອງໂຮງຮຽນໃນສົກຮຽນຜ່ານມາ ເຊີ່ງໃນນີ້ ທ່ານໄດ້ຍົກໃຫ້ເຫັນເຖິງພາລະບົດບາດ ຂອງໂຮງຮຽນສິລະປະແຫ່ງຊາດ ແລະ ຫນ້າທີ່ອັນສໍາຄັນຂອງບັນດາຄູອາຈານ. ສໍາລັບສົກຮຽນ 2017-2018 ໂຮງຮຽນສີລະປະແຫ່ງຊາດ ໄດ້ມີຄູອາຈານ ແລະ ບຸກຄະລາກອນພະນັກງານ ລວມທັງໝົດ ປະຈໍາ 119 ຄົນ, ຄູອາຈານຮັບເຊີນພາຍໃນ 27 ທ່ານ, ຄູອາຈານຊ່ຽວຊານ ອາສາສະຫມັກຕ່າງປະເທດ 3 ທ່ານ, ມີພະນັກງານໄປຮຽນຕໍ່ ປະລິນຍາຕີ ຢູ່ປະເທດເພື່ອນບ້ານ 2 ຄົນ
ມີນັກສຶກສາໄປຮຽນທີ່ ສສ ຫວຽດນາມ ຈໍານວນ 30 ນ້ອງ (ສິລະປະ 15 ນ້ອງ ແລະ ກາຍະສິນ 15 ນ້ອງ), ມີນັກຮຽນທີ່ພວມສຶກສາຢູ່ ທັງໝົດ 326 ຄົນ, ສອບເສັງເລື່ອນຊັນ ວິຊາສະເພາະ ໄດ້ 295 ຄົນ, ຍິງ 201 ຄົນ. ນັກສຶກສາຈົບຊັ້ນວິຊາສະເພາະ 45 ຄົນ ມີຫນ້າສອບເສັງຕົວຈິງ 41 ຄົນ, ເສັງໄດ້ 38 ຄົນ ເທົ່າກັບ 92,68 ສ່ວນຮ້ອຍ. ຜົນການສອບເສັງວິຊາສາມັນ ມ4 ເສັງໄດ້ 43 ຄົນ ໃນຈໍານວນ 45 ຄົນ, ເທົ່າກັບ 95,56 ສ່ວນຮ້ອຍ. ສໍາລັບ ມ7 ແມ່ນບໍ່ທັນໄດ້ສອບເສັງເທື່ອ.
ພ້ອມກັນນີ້, ຍັງໄດ້ລາຍງານແຜນການຕໍ່ຫນ້າ ສົກປີ 2018-2019 ເຊີ່ງທາງໂຮງຮຽນສິລະປະແຫ່ງຊາດ ຈະໄດ້ສຶບຕໍ່ສຶກສາອົບຮົມ ນໍາພາທາງດ້ານການເມືອງແນວຄິດ ແກ່ພະນັກງານ-ຄູອາຈານ ຕຶ່ນຕົວເປັນເຈົ້າການໃນການປະຕິບັດຫນ້າທີ່ຂອງຕົນ ເພື່ອໃຫ້ບັນລຸເປົ້າຫມາຍ ການຮຽນ-ການສອນ ໃນສົກປີ 2018-2019. ພ້ອມກັນນັ້ນຍັງຈະໄດ້ເອົາໃຈໃສ່ແນະນໍາ ນັກຮຽນ-ນັກສຶກສາ ຕື່ນໂຕເອົາໃຈໃສ່ສຶກສາຮໍ່າຮຽນ, ການປະຕິບັດລະບຽບວິໄນ ຂອງໂຮງຮຽນ ແລະ ບ້ານເມືອງໃຫ້ຖືກຕ້ອງ. ເຕົ້າໂຮມຄວາມຮັກແພງສາມັກຄີເປັນເອກະພາບພາຍໃນໂຮງຮຽນ, ພະນັກງານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາ ລະຫວ່າງໂຮງຮຽນພື້ນຖານບ້ານ, ບັນດາກົມກອງອ້ອມຂ້າງ ແລະ ສາກົນໃຫ້ດີຂື້ນ. ປັບປຸງການຈັດຕັ້ງການນໍາພາ-ບັນຊາ ໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງ ສາມາດບັນລຸຄາດຫມາຍ ສູ້ຊົນໃນສົກຮຽນ 2018-2019. ສ້າງພະນັກງານຫລັກແຫລ່ງ ຜູ້ທີ່ມີເງື່ອນໄຂເປັນພະນັກງານສຶບທອດ ໄດ້ຮັບການຍົກລະດັບທິດສະດີການເມືອງ-ການປົກຄອງ ພາຍໃນປະເທດ, ສຶບຕໍ່ການຮຽນ-ການສອນ ຕາມຫລັກສູດທີ່ກໍານົດໄວ້ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ສຶບຕໍ່ປັຍປຸງຫລັກສູດວິຊາສະເພາະຊັ້ນກາງ ລະບົບ 4 ປີ ແລະ 7 ປີ ໃຫ້ໄດ້ມາດຕະຖານສາກົນ, ປັບປຸງ ຫລັກສູດຊັ້ນປະລິນຍາຕີ ສີລະປະການສະແດງ ລວມທັງເອກະສານທີ່ກ່ຽວຂ້ອງໃຫ້ຖືກຕ້ອງ ຕາມມາດຕະຖານ ແລະ ເງື່ອນໄຊຂອງການສຶກສາຊັ້ນສູງ ເພື່ອນໍາສະເໜີ ກະຊວງ ຖະແຫລງຂ່າວ-ວັດທະນະທໍາ ແລະ ທ່ອງທ່ຽວ. ກະຊວງສຶກສາທິການ ແລະ ກິລາ, ຂໍອະນຸມັດຍົກຖະນາໂຮງຮຽນສິລະປະແຫ່ງຊາດ ເປັນສະຖາບັນສີລະປະການສະແດງ ແລະ ຂໍອະນຸມັດນໍາໃຊ້ຫລັກສູດຊັ້ນປະລິນຍາຕີ ສີລະປະການສະແດງ ໃນສົກປີ 2019-2020.
Editor: ກຳປານາດ ລັດຖະເຮົ້າ