ບັນຍາກາດຂອງພິທີໄຂການສອບເສັງ ຈົບຊັ້ນມັດທະຍົມສຶກສາຕ້ອນປາຍ ມໍ7 ປະຈໍາສົກປີ 2017 – 2018. ໄດ້ຈັດຂຶ້ນໃນຕ້ອນ ເຊົ້າວັນທີ 19-20 ມິຖຸນາ 2018. ພ້ອມໆກັນກັບບັນດາເມືອງຕ່າງໆພາຍໃນແຂວງບໍລິຄໍາໄຊ ສະເພາະຢູ່ເມືອງ ປາກຊັນ ແມ່ນໄດ້ກໍານົດເອົາສູນສອບເສັງ ມໍປາຍ ປາກຊັນ. ເປັນສະຖານທີໄຂ້ການສອບເສັງ ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນຍູ້ ພົມມະວົງສາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກຊັນ. ທັງເປັນປະທານຊີ້ນໍາ ການຈັດການສອບບເສັງຈົບຊັ້ນ ມັດທະຍົມຂັ້ນເມືອງ. ມີບັນດາຕ່າງໜ້າ ຈາກພະແນກສຶກສາທິການ ແລະ ກິລາແຂວງ ຄະນະກຳມະການຮັບຜິດຊອບການສອບເສັງຕະຫຼອດຮອດຄູ-ອາຈານ ແລະ ນັກສອບເສັງຊັ້ນ ມໍ 7 ເຂົ້າຮ່ວມ.
ໃນພິທິໄດ້ຮັບຟັງການຂຶ້ນຜ່ານ ກົດລະບຽບຂອງການສອບເສັງຈົບຊັ້ນ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ບໍລິຄໍາໄຊ. ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການ ຮັບຜິດຊອບຊີ້-ນໍາການສອບເສັງຈົບຊັ້ນມັດທະຍົມຕອນປາຍສາຍສາມັນສຶກສາ ມໍ7 ປະຈໍາສົກຮຽນ 2017 – 2018. ເມືອງປາກຊັນແບ່ງອອກເປັນ 2 ສູນສອບເສັງ ຄື: ສູນສອບເສັງ ມສ ສີທານາໄຊ ແລະ ມສ ປາກຊັນ, ເຊິ່ງສູນສອບເສັງມໍປາຍ ປາກຊັນ. ປະກອບມີ 2 ໂຮງຮຽນ ຄື: ມໍປາຍ ປາກຊັນ ແລະ ມປ ປາກງຽບ. ມີນັກສອບເສັງທັງໝົດ 376 ຄົນ, ຍິງ 202 ຄົນ, ແບ່ງອອກເປັນ 18 ຫ້ອງ ຫ້ອງລະ 20 – 21 ຄົນ. ສອບເສັງໃນ 4 ວີຊາຄື: ວິຊາພາສາລາວ - ວັນນະຄະດີ. ວິຊາຊິວະສາດ. ວິຊາຄະນິດສາດ ແລະ ວິຊາພູມສາດ ເຊິງຈະເລີມສອບເສັງໃນວັນທີ 19 – 20 ມີຖຸນາ 2018.
ແຫລ່ງຂ່າວ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ