Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ກອງປະຊຸມບໍລິຫານງານການສຶກສາ ແລະ ກິລາ ທົ່ວເມືອງເຊໂປນ ປະຈຳສົກປີ 2017-2018

Details
Category: Education
Hits: 598

ຫ້ອງການສຶກສາທິການ ແລະ ກິລາ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມບໍລິຫານງານການສຶກສາ ແລະ ກິລາທົ່ວເມືອງເຊໂປນ ປະຈຳສົກປີ 2017-2018 ຂື້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງ ທ່ານນາງ ຫຼິງທອງ ແສງຕາວັນ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ພ້ອມຄະນະ, ທ່ານ ຄໍາຫຼ້າ ພົມມີໄຊ ຮອງເຈົ້າເມືອງເຊໂປນ, ມີບັນດາຫົວໜ້າໜ່ວຍງານ, ຫົວໜ້າໝວດໂຮງຮຽນ, ອໍານວຍການໂຮງຮຽນທົ່ວເມືອງ ພ້ອມດ້ວຍຫ້ອງການອ້ອມຂ້າງເມືອງທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 63 ທ່ານ, ຍິງ16 ທ່ານ,

ທ່ານ ຄໍາຫຼ້າ ພົມມີໄຊຮອງ ເຈົ້າເມືອງເຊໂປນ ໄດ້ໃຫ້ກຽດຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ຫຼັງຈາກນັ້ນ ທ່ານ ຄໍາເພັດ ໄຊຍະເທບ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ກໍ່ໄດ້ຂື້ນລາຍງານບົດສະຫຼຸບການ ຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ສົກປີ 2017-2018, ທິດທາງແຜນການສຶກສາສົກ 2018-2019 ແລະ ການຈັດຕັ້ງແຜນພັດທະນາການສຶກສາສົກປີ 2017-2018 ນີ້ໃນການຈັດຕັ້ງການຮຽນ-ການສອນແຕ່ວັນທີ 4/9/2017 ເປັນຕົ້ນມາການກະກຽມໄຂສົກຮຽນໃໝ່ ອຳນາດການປົກຄອງແຕ່ລະຂັ້ນ ກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປຸກລະດົມຊຸກຍູ້ເດັກໃນເກນອາຍຸ ໃຫ້ໄດ້ເຂົ້າຮຽນ ແລະ ໂຮງຮຽນໄດ້ມີການປັບປຸງປົວແປງອາຄານສະຖານທີ່ ຮໍ່າຮຽນເຊິ່ງເປັນການປະກອບສ່ວນເຮັດໃຫ້ການຈັດຕັ້ງປະຕິບັດ ແຜນການສຶກສາເພື່ອທຸກຄົນ, ແຜນຍຸທະສາດເຕີບໂຕ ແລະ ລຶບລ້າງຄວາມທຸກຍາກ ແລະ ປະກົດຜົນເປັນຈິງເທື່ອລະກ້າວ.

ໃນກອງປະຊຸມບັນດາແຂກເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດສະຫຼຸບບັນຫາ ທີ່ຄົງຄ້າງເພື່ອເຮັດໃຫ້ບົດສະຫຼຸບດັ່ງກ່າວຄົບຖ້ວນຊັດເຈນ, ທິດທາງແຜນການ 2018-2019 ແມ່ນປຸກລະດົມໃຫ້ເດັກນ້ອຍເກນອາຍຸ 3-5 ປີ ໄດ້ເຂົ້າໂຮງຮຽນ, ເພີ່ມອັດຕາເຂົ້າໂຮງຮຽນໃນຊັ້ນມັດທະຍົມຕົ້ນໃຫ້ສູງຂື້ນ ໂດຍເລັ່ງໃສ່ເຂດຫ່າງໄກຊອກຫຼີກ ແລະ ວຽກງານດ້ານຕ່າງໆໃຫ້ບັນລຸຕາມແຜນການທີ່ວາງໄວ້ 100 ສ່ວນຮ້ອຍ

ສຸດທ້າຍ ທ່ານນາງ ຫຼິງທອງ ແສງຕາວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ກໍ່ໄດ້ໃຫ້ກຽດມີຄໍາເຫັນ ແລະ ໃຫ້ທິດເຍືອງທາງໃຫ້ບັນດາທ່ານແຂກເຂົ້າຮ່ວມກ່ອນອື່ນທ່ານກໍ່ເຫັນດີເປັນເອກະພາບນຳບົດສະຫຼຸບດັ່ງກ່າວ, ທ່ານຍັງຍ້ອງຍໍຊົມເຊີຍນໍາການນໍາຂັ້ນເມືອງທີ່ຊີ້ນຳການຈັດຕັ້ງວຽກງານວັດທະນະທຳ-ສັງຄົມ ເອົາໃຈໃສ່ໃນວຽກງານການສຶກສາ, ນອກນັ້ນທ່ານຍັງໄດ້ເນັ້ນໜັກການປະລະ, ອັດຕາການເຂົ້າຮຽນ ແລະ ອັດຕາຄ້າງຫ້ອງຍັງຕໍ່າ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງຄູອາຈານ, ຜູ້ປົກຄອງເດັກຢາກໃຫ້ເອົາໃຈໃສ່ຢ່າງໜັກແໜ້ນ ແລະ ເອົາໃຈໃສ່ທາງດ້ານບໍລິຫານ, ທາງດ້ານວິຊາການຊີ້ນໍາກ່ຽວກັບການສຶກສາທາງດ້ານກິດຈະກໍາການຮຽນ, ການສອນ ແລະ ຕ້ອງມີແຜນການ, ປະມວນການຮຽນການສອນໃຫ້ຖືກຕ້ອງຕາມແຜນການທີ່ໄດ້ກໍານົດໄວ້.

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.jpg
  • Click to enlarge image 02new.jpg
  • Click to enlarge image 03.jpg
  • Click to enlarge image 04.jpg
  • Click to enlarge image 05.jpg
  • Click to enlarge image 06.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top