Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດຕັ້ງເຜີຍແຜ່ ແນະນຳຄວາມເຂົ້າໃຈກ່ຽວກັບບັນຫາຊາຍແດນ ລາວ-ກຳປູເຈຍ ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ ໃນວັນທີ 20 ມິຖຸນາ 2018 ນີ້, ໂດຍໃຫ້ການເຜີຍແຜ່ ຂອງທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ, ເລາພັກເມືອງ,ເຈົ້າເມືອງ-ເມືອງປາກລາຍ

Details
ທະວີສັກ ໃບລາສີ
Category: Education
Hits: 649

ພິທີມອບ - ຮັບໂຄງການກໍ່ສ້າງ ແລະ ສ້ອມແປງ ໂຮງຮຽນໃຫ້ 3 ບ້ານ ຂອງເມືອງໂພນໂຮງ ແຂວງວຽງຈັນ ຄື: ບ້ານໂພນທັນ, ບ້ານໂພນສູງ ແລະ ບ້ານແອກຊ້າງ, ເມືອງໂພນໂຮງ ແຂວງວຽງຈັນ ຈັດຂື້ນໃນວັນທີ 22 ມິຖຸນາ 2018 ນີ້ ຢູ່ທີ່ຫ້ອງການ ບ້ານໂພນສູງ ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ອິ່ນຄຳ ພັນດາລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂພນໂຮງ ,ມີ ທ່ານ ດຣ ຈອນ ແດ່ ຮາ, ຊຽ່ວຊານ ປະຈໍາໂຄງການ ແຊມາ ອູນດົງ ປະຈຳແຂວງວຽງຈັນ, ມີ ບັນດາຂະແໜງການຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ 3 ບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການມອບ - ຮັບ ໂຄງການກໍ່ສ້າງ ແລະ ສ້ອມແປງໂຮງຮຽນໃຫ້ 3 ບ້ານຄັ້ງນີ້ ກໍ່ເພື່ອເປັນການຈັດຕັ້ງປະຕິບັດຕາມແຜນການ ຂອງໂຄງການ ແຊມາ ອູນດົງ ທີ່ໄດ້ຈັດຕັ້ງປະຕິບັດແຕ່ປີ 2015 ຢູ່ 3 ບ້ານເປົ້າໜາຍ ແນ່ໃສ່ ເພື່ອປັບປຸງ ແລະ ພັດທະນາ ພື້ນຖານໂຄງລ່າງ, ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ມີຊີວິດທີ່ດີຂື້ນສອດຄອງກັບແນວທາງນະໂຍບາຍຂອງພັກ - ລັດວາງອອກເທື່ອລະກ້າວ.
ໃນການຈັດຕັ້ງປະຕິບັດການກໍ່ສ້າງ ແລະ ສ້ອມແປງໂຮງຮຽນຢູ່ 3 ບ້ານ ປະກອບມີຫນ້າວຽກຄື: ປັບປຸງໂຮງຮຽນອະນຸບານຢູ່ ບ້ານໂພນທັນ, ກໍ່ສ້າງຫ້ອງການຄູ , ຫ້ອງອ່ານ ແລະ ປັບປຸງເດີ່ນໂຮງຢູ່ບ້ານໂພນສູງ, ສ້ອມແປງໂຮງຮຽນປະຖົມ 5 ຫ້ອງ ຢູ່ບ້ານແອກຊ້າງ ມາຮອດ ປະຈຸບັນການກໍ່ສ້າງ ສ້ອມແປງໂຮງຮຽນແມ່ນສຳເລັດ 100% ລວມ ມູນຄ່າການກໍ່ສ້າງ ແລະ ສ້ອມແປງ ທັງໝົດ 600 ກວ່າລ້ານກີບ ໂດຍໄດ້ຮັບການຊ່ວຍເຫຼືອ ລ້າ ຈາກ ອົງການ ຮ່ວມມືສາກົນ ກອຍກາ ປະເທດ ສ ເກົາຫລີ.
ໃຫ້ກຽດກ່າວມອບການກໍ່ສ້າງ ແລະ ສ້ອມແປງໂຮງຮຽນໃຫ້ບ້ານ ໂດຍ ທ່ານ ດຣ ຈອນ ແດ່ ຮາ, ຊຽ່ວຊານປະຈຳໂຄງການ ແຊມາ ອູນດົງ ປະຈຳແຂວງວຽງຈັນ ໄດ້ກ່າວສະແດງຄວາມຊົມຕໍ່ອົງການປົກບ້ານ ກໍ່ຄືການມີສ່ວນຮ່ວມຂອງພໍ່ປະຊາຊົນທັງ 3 ບ້ານ ທີ່ປະຕິບັດແຜນການໂຄງການ ແຊມາ ອູນດົງ ທີ່ມາຊຸກຍູ້ສົ່ງເສີມຢູ່ພາຍໃນບ້ານມີຜົນສຳເລັດຢ່າງຈົບງາມ ແລະ ຮຽກຮ້ອງໃຫ້ອົງການປົກຄອງບ້ານຈົ່ງສືບຕໍ່ພັດທະນາ ບັນດາກິດຈະກຳ ທຸກໂຄງການທີ່ເຄື່ອນໄຫວຢູ່ພາຍໃນບ້ານໃຫ້ໄດ້ຮັບຜົນດີ .
ໃຫ້ກຽດກ່າວຮັບ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ໂຄງການ ທີ່ໄດ້ສຸມທຶນຮອນໃຫ້ການຊຸກຍູ້ສົ່ງເສີມ ແລະ ພັດທະນາບ້ານ ກໍ່ຄືເມືອງໂພນໂຮງ ໃຫ້ມີບາດກ້າວໃໝ່ ໂດຍ ທ່ານ ເຈົ້າເມືອງໆໂພນໂຮງ ພ້ອມນີ້ຍັງ ໄດ້ມອບໃບຍ້ອງຍໍຂັ້ນເມືອງ ໃຫ້ຄະນະ ຜູ້ປະສານງານໂຄງການ ທີ່ມີຜົນງານປະກອບສ່ວນເຂົ້າໃນການພັດທະນາ ຢູ່ ເມືອງໂພນໂຮງ ຢ່າງສົມກຽດ.

Editor: ນັກຂ່າວເມືອງໂພນໂຮງ


  • Click to enlarge image IMG-20180625-WA0000.jpg
  • Click to enlarge image IMG-20180625-WA0006.jpg
  • Click to enlarge image IMG-20180625-WA0007.jpg
  • Click to enlarge image IMG-20180625-WA0009.jpg
  • Click to enlarge image IMG-20180625-WA0010.jpg
  • Click to enlarge image IMG-20180625-WA0011.jpg
  • Click to enlarge image IMG-20180625-WA0013.jpg
  • Click to enlarge image IMG-20180625-WA0014.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top