Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງປາກລາຍ ເຜີຍແຜ່ແນະນຳຄວາມເຂົ້າໃຈກ່ຽວກັບບັນຫາຊາຍແດນ ລາວ - ກຳປູເຈຍ

Details
ທະວີສັກ ໃບລາສີ
Category: Education
Hits: 669

ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດຕັ້ງເຜີຍແຜ່ ແນະນຳຄວາມເຂົ້າໃຈກ່ຽວກັບບັນຫາຊາຍແດນ ລາວ-ກຳປູເຈຍ ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ ໃນວັນທີ 20 ມິຖຸນາ 2018 ນີ້, ໂດຍໃຫ້ການເຜີຍແຜ່ ຂອງທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ, ເລາພັກເມືອງ,ເຈົ້າເມືອງ-ເມືອງປາກລາຍ ເຊິ່ງມີ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມຮັບຟັງ.
ທ່ານ ບຸນລັບ ແສງອາພອນ ໄດ້ຍົກໃຫ້ເຫັນ ປະຫວັດມູນເຊື້ອແຫ່ງການພົວພັນອັນດີງາມຂອງສອງຊາດ ລາວ ແລະ ກຳປູເຈຍ ແຕ່ບູຮານນະການ ກໍຄືໃນການຕໍ່ສູ້ກູ້ຊາດ ໃນໄລຍະຜ່ານມາ, ຕົກມາປີ 1995 ລັດຖະບານສອງປະເທດ ໄດ້ຕົກລົງກັນສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ ໂດຍ ອີງໃສ່ 4 ຫຼັກການພື້ນຖານ ຄື: 1. ບົນພື້ນຖານຮັບຮູ້ເຂດແດນຕິດຕໍ່ກັນ, ເຂດແດນທີ່ມີມາແຕ່ໄລຍະຕົກເປັນຫົວເມືອງຂຶ້ນ, ໂດຍອີງໃສ່ແຜນທີ່ 1 ສ່ວນ 100.000 ແລະ ແຜນທີ່ອື່ນໆທີ່ກ່ຽວຂ້ອງ ພິມອອກແຕ່ປີ 1933-1953 ໂດຍ ພະແນກແຜນທີ່ຂອງອິນດູຈີນ. 2. ບົນພື້ນຖານຫຼັກການຕ່າງໆທີ່ ສາກົນຮັບຮູ້ກ່ຽວກັບເສັ້ນຂີດໝາຍຊາຍແດນ. 3. ບົນພື້ນຖານຄຳນຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງ, ທີ່ສືບທອດກັນມາຫຼາຍເຊັ່ນຄົນແລ້ວ ແລະ 4. ບົນພື້ນຖານຂອງຄວາມສະເໝີພາບ, ທ່ຽງທຳ, ສົມເຫດສົມຜົນ, ຜ່ອນສັ້ນຜ່ອນຍາວໃຫ້ກັນ ແລະ ກັນ, ເຄົາລົບສິດ ແລະ ຜົນປະໂຫຍດ ຂອງກັນ ແລະ ເປັນເອກະພາບ ຢ່າງສົມບູນ. ມາຮອດປີ 2000 ສອງຝ່າຍ ໄດ້ເລີ່ມສຳຫຼວດ ແລະ ປັກຫຼັກ ໝາຍຊາຍແດນຮ່ວມກັນ, ເຖິງປີ 2017 ທັງສອງຝ່າຍໄດ້ສຳຫຼວດເນັ່ງເສັ້ນຊາຍແດນຢູ່ພື້ນທີ່ຕົວຈິງ ສຳເລັດ 465 ກິໂລແມັດ, ເທົ່າກັບ 87%, ປັກຫຼັກໝາຍຊາຍແດນຮ່ວມກັນແລ້ວ 121 ຫຼັກ, ຍັງບໍ່ທັນສຳເລັດ 13% ເຊິ່ງບໍລິເວນດັ່ງກ່າວແມ່ນຍັງບໍ່ທັນໄດ້ສຳຫຼວດ ນັບແຕ່ຫຼັກໝາຍຊາຍແດນ ເລກທີ 078 ລຽບຕາມ ສາຍນໍ້າເຊກອງຂຶ້ນໄປຫາແກ້ງ ຕໍມໍຄອຍ ຫາ ຫ້ວຍຕະເງົາ ມີ ຄວາມຍາວປະມານ 24 ກິໂລ ແມັດ ແລະ ຈາກແກ້ງຕໍມໍຄອຍ ຫາ ແກ້ງກະໂຕມ 16 ກິໂລແມັດ. ຍ້ອນຄວາມຫຍຸ້ງຍາກຂອງບໍລິເວນດັ່ງກ່າວທີ່ບໍ່ສາມາດປັກຫຼັກໝາຍໄດ້ ກໍຍ້ອນວ່າທັດຊະນະ ສອງຝ່າຍແຕກຕ່າງກັນຄື: ຝ່າຍ ລາວແມ່ນອີງໃສ່ 4 ຫຼັກການທີ່ ຕົກລົງກັນ ແລະ ອີງໃສ່ແຜນທີ່-ທີ່ກ່ຽວຂ້ອງ, ສ່ວນກຳປູເຈຍແມ່ນ ອີງໃສ່ແຜນທີ່ 1 ສ່ວນ 100.000 ທີ່ ພິມໃນປີ 1955, ເຊິ່ງມັນຄັດກັບ ຫຼັກການທີໜຶ່ງ ທີ່ໄດ້ຕົກລົງກັນ. ເມື່ອມີຄວາມຫຍຸ້ງຍາກຄືແນວນັ້ນ ນາຍົກລັດຖະມົນຕີທັງສອງ ປະເທດ (ລາວ-ກຳປູເຈຍ) ໄດ້ ເຫັນດີເປັນເອກະພາບກັນໃຫ້ບໍລິເວນນີ້ເປັນ "ຈຸດຄົງຄ້າງມິດຕະພາບ", ຫ້າມບໍ່ໃຫ້ດຳເນີນກິດຈະການໃດໆ, ໃຫ້ຮັກສາສະພາບ ເດີມຢູ່ບໍລິເວນນີ້ຈົນກວ່າຈະມີ ການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນສຳເລັດ.
ການເຜີຍແຜ່ສະພາບການ ດ້ານຊາຍແດນ ລະຫວ່າງ ລາວ ແລະ ກຳປູເຈຍ ຄັ້ງນີ້, ທ່ານ ບຸນລັບ ແສງອາພອນ ຍັງໄດ້ກ່າວເຖິງສະພາບການຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນທີ່ເປັນ ຈຸດຄົງຄ້າງມິດຕະພາບ ດັ່ງກ່າວ, ເຊິ່ງການນຳລາວເຮົາກໍໄດ້ຊອກຫາຊ່ອງທາງ ແກ້ໄຂຢ່າງສັນຕິວິທີຕາມຫຼັກການທີ່ມີຢ່າງສອດຄ່ອງເໝາະສົມ ຕາມແນວທາງນະໂຍບາຍ ຂອງພັກ-ລັດເຮົາ, ເພື່ອປົກປັກ ຮັກສາຜົນປະໂຫຍດຂອງຊາດ, ໂດຍພະຍາຍາມແກ້ໄຂນຳກັນ ຢ່າງສັນຕິວິທີ, ຫຼີກລ້ຽງຈາກ ການປະທະດ້ວຍກຳລັງ, ບໍ່ໃຊ້ຄວາມຮຸນແຮງແຂງກະດ້າງ ທີ່ ຈະພາໃຫ້ເກີດການສູນເສຍຊີວິດ ຊັບສິນຂອງປະຊາຊົນ, ທ່ານ ບຸນລັບ ແສງອາພອນ ຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ເຮັດວຽກງານໂຄສະນາ ສຶກສາອົບຮົມພະນັກງານຫລັກແຫລ່ງ ພ້ອມດ້ວຍພໍ່ແມ່ປະຊາຊົນ ທົ່ວເມືອງໃຫ້ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບຕໍ່ບັນຫາດັ່ງກ່າວ, ປຸກລະດົມນໍ້າໃຈຮັກຊາດ, ເຕົົ້າໂຮມຄວາມສາມັກຄີພາຍໃນຊາດ, ມີສະຕິລະວັງຕົວຕໍ່ກົນອຸຸບາຍທຳລາຍແບ່ງແຍກຂອງພວກຄົນບໍ່ດີ ແລະ ໃຫ້ທຸກຄົນ ຈົ່ງເຊື່ອໝັ້ນວ່າການນຳປະເທດທັງສອງ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງທຸກຝ່າຍ ຈະສືບຕໍ່ຄົ້ນຄວ້າ ຊອກຫາວິທີທາງຮ່ວມມືກັນແກ້ ໄຂຈົນກວ່າຈຸດຄົງຄ້າງມິດຕະ ພາບນີ້ໄດ້ຮັບການສຳຫຼວດ ແລະ ປັກຫຼັກໝາຍຢ່າງເປັນທາງການ ແລະ ຖາວອນໃນທີ່ສຸດ.

Editor: ນັກຂ່າວເມືອງປາກລາຍ


  • Click to enlarge image 2018-06-25_15-03-20.jpg
  • Click to enlarge image 2018-06-25_15-03-57.jpg
  • Click to enlarge image 2018-06-25_15-04-19.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top