Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງຫົງສາ ສອບເສັງຈົບຊັ້ນ ມ 7 ຢ່າງເປັນທາງການ.

Details
Category: Education
Hits: 583

ລະຫວ່າງ ວັນທີ 19-20 ມີຖຸນາ 2018 ນີ້, ນັກຮຽນມັດທະຍົມປາຍປີສຸດທ້າຍ ຫຼື ມໍ 7 ໃນທົ່ວເມືອງໆຫົງສາ ໄດ້ສອບເສັງຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມ ພ້ອມເປີດຫົວບົດສອບເສັງຂອງ ທ່ານນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງ ເມືອງຫົງສາ ປະທານສູນການສອບເສັງຈົບຊັ້ນມັດທະຍົມປາຍ, ມີ ທ່ານ ບຸນຫຼວນ ອິນເຕີ່ມ ຮອງຫົວໜ້າສູນການສຶກສານອໂຮງຮຽນ ພະແນກ ສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ມີຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງຫົງສາ, ຜູ້ອໍານວຍການໂຮງຮຽນມັດທະຍົມພາຍໃນເມືອງ ພ້ອມດ້ວຍຄະນະກໍາມະການທີ່ຖືກແຕ່ງຕັ້ງຍາມຫ້ອງສອບເສັງ ແລະ ນ້ອງນັກຮຽນຊັ້ນ ມ 7 ເຂົ້າຮ່ວມສອບເສັງ.

ການສອບເສັງຈົບຊັ້ນສົກຮຽນປີນີ້, ນັກຮຽນມັດທະຍົມປາຍໃນທົ່ວເມືອງ ແມ່ນເຕັ້ມໄປດ້ວຍບັນຍາກາດອັນຟົດຟື້ນຄຶກຄື້ນພໍສົມຄວນ. ໂດຍສະເພາະ, ບັນດານັກຮຽນໄດ້ມີຄວາມຕັ້ງອົກຕັ້ງໃຈ, ສຸມໃສ່ການສອບເສັງ ເພື່ອຍາດເອົາຄະແນນດີ ແລະ ປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ ຕະຫຼອດຮອດບັນດາຄະນະກຳມະການ ກໍມີຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ ທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງ.

ທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງຫົງສາ ຮອງປະທານສູນການສອບເສັງຈົບຊັ້ນມັດທະຍົມປາຍ ໄດ້ໃຫ້ຮູ້ວ່າ: ການສອບເສັງ ຈົບຊັ້ນ ມ7 ປີນີ້, ຖ້າທຽບໃສ່ປີຜ່ານມາ ເຫັນວ່າມີນັກສອບເສັງ ເພີ່ມຂຶ້ນ 32 ຄົນ ຍິງ 41 ຄົນ ແລະ ໄດ້ນໍາໃຊ້ 4 ວິຊາເຂົ້າໃນການສອບເສັງຈົບຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາຊີວະວິທະຍາ ແລະ ວິຊາພູມສາດ. ເຊິ່ງໃນທົ່ວເມືອງ ມີນັກສອບເສັງຈົບຊັ້ນມັດທະຍົມຕອນປາຍທັງໝົດ 287 ຄົນ, ຍິງ 136 ຄົນ ທີ່ມາຈາກໂຮງຮຽນ 5 ແຫ່ງ ຄື: ໂຮງຮຽນມັດທະຍົມສົມບູນ ຫົງສາ, ໂຮງຮຽນມັດທະຍົມສົມບູນ ນາປຸ່ງ, ໂຮງຮຽນມັດທະຍົມສົມບູນ ຄົກແອກ, ໂຮງຮຽນມັດທະຍົມສົມບູນ ບ້ານຫານ ແລະ ໂຮງຮຽນມັດທະຍົມສົມບູນ ພູແລ້ງ, ຈັດເປັນ 1 ສູນສອບເສັງ ແລະ ແບ່ງອອກເປັນ 14 ຫ້ອງສອບເສັງ, ຫ້ອງໜຶ່ງປະມານ 20-21 ຄົນ.

ທ່ານ ປ່ຽນ ຈິນດາ ຍັງໃຫ້ຮູ້ອີກວ່າ: ນັກສອບເສັງ ແມ່ນມີຄວາມເອົາໃຈໃສ່ຕໍ່ການປະຕິບັດລະບຽບຢ່າງເຂັ້ມງວດ, ເປັນຕົ້ນ. ການນຸ່ງຖື, ປະຕິບັດໂມງເວລາ, ການຫ້າມນໍາໃຊ້ເຄື່ອງເອເລັກໂຕນິກທຸກຊະນິດເຂົ້າໃນຫ້ອງສອບເສັງ. ພ້ອມນີ້ ທຸກພາກສ່ວນໃນສັງຄົມ, ຜູ້ປົກຄອງກໍໃຫ້ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ລູກຫຼານຂອງຕົນ ໃນຄົ້ນຄວ້າຮໍ່າຮຽນ, ຮັກສາສຸຂະພາບ, ສົ່ງລູກຫຼານໄປເຖິງສູນສອບເສັງ ແລະ ຕິດຕາມການເຄື່ອນໄຫວອື່ນໆ. ທີ່ຈະສົ່ງຜົນກະທົບຕໍ່ການສອບເສັງ ຈົບຊັ້ນ ມ7 ໃນຂອບເຂດ ທົ່ວເມືອງບັນລຸຕາມຄາດໝາຍທີ່ວາງໄວ້.ການສອບເສັງໃນຄັ້ງນີ້, ໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງສຳເລັດ

ແຫລ່ງຂ່າວ ທີມຂ່າວເມືອງຫົງສາ

Editor: ກຳປານາດ ລັດຖະເຮົ້າ

 

  • Click to enlarge image 01.jpg
  • Click to enlarge image 02.jpg
  • Click to enlarge image 03.jpg
  • Click to enlarge image 04new.jpg
  • Click to enlarge image 05.jpg
  •  

© 2025 Lao Star TV

  • About Us
  • Services
  • Contact Us
Go Top