Lao Star TV
Menu
  • Homeໜ້າທຳອິດ
  • Programsລາຍການ
      • YouTubeຍູທູປ
          • Cheer Laoເຊຍລາວ
          • Ent-Zoneເອັນໂຊນ
          • Exercise Varietyເອັກເຊີຊາຍ ວາໄລຕີ້
          • Heyha Lukthungເຮຮາລູກທົ່ງ
          • Inside Aseanອິນໄຊດ໌ ອາຊຽນ
          • Kinoy Heyhaກິນ້ອຍເຮຮາ
          • Lao Tiew Laoລາວທ່ຽວລາວ
          • Meung Lao Wanneeເມືອງລາວວັນນີ້
          • Xivit Lae Sukkaparbຊີວິດ ແລະສຸຂະພາບ
          • Music Boomມິວຊິກບູມ
          • Paeng Baan Kerdແພງບ້ານເກີດ
          • Pun Leung Meung Laoພັນເລື່ອງເມືອງລາວ
          • Sabaidee Meung Laoສະບາຍດີເມືອງລາວ
          • Samosone Xao Baanສະໂມສອນຊາວບ້ານ
          • Sathuthamສາທຸທັມ
          • Teenee Meung Laoທີ່ນີ້ເມືອງລາວ
          • Thumkin You Thin Laoທໍາກິນຢູ່ຖິ່ນລາວ
          • Women Todayຜູ້ຍິງລາວຍຸກໃໝ່
          • Lao Tech TVລາວເທັກ ທີວີ
          • Lao Tech News Updateລາວເທັກ ນິວສ໌ ອັບເດດ
          • Music Z Oneມິວສິກ ແຊດ ວັນ
          • Let's Stay Navigatorເລດສເຕ ເນວິເກເຕີ້
          • Menu Ded Tid Daoເມນູເດັດຕິດດາວ
          • Health & Beautyເຮວແອນບິວຕີ້
      • Proposalລາຍລະອຽດລາຍການ
      • Previous Programsລາວສຕາຣ໌
          • Proposalລາຍລະອຽດລາຍການ
          • YouTubeຍູທູປ
              • Khuk Soudຄັກສຸດ
              • Heon Lao Yook Maiເຮືອນລາວຍຸກໃໝ່
              • Amata Peng Laoອະມະຕະເພງລາວ
              • Sabaidee Meung Lao (Weekend)ສະບາຍດີສຸດສັບປະດາ
              • Maen Laewແມ່ນແລ້ວ
              • Menu Todayເມນູທູເດ
      • Directory
          • Chart Boom
  • Newsຂ່າວ
      • Accidentອຸບັດຕິເຫດ
      • Agricultureການກະເສດ
      • Arts & Culturesສິນລະປະ ວັດທະນະທຳ
      • Economy and Societyເສດຖະກິດ ສັງຄົມ
      • Educationການສຶກສາ
      • Entertainmentບັນເທິງ
      • Politicການເມືອງ
      • Health & Beautyສຸກຂະພາບ ຄວາມງາມ
      • Technologyເຕັກໂນໂລຊີ
      • Travel & Sportທ່ອງທຽ່ວ
  • Teamworkທີມງານ
      • MC
      • MC (Former)
  • About usກຽ່ວກັບເຮົາ
      • Site Mapແຜນທີ່
  • Contact usຕິດຕໍ່ເຮົາ
      • ຕິດຕໍ່ສອບຖາມຂໍ້ມູນທົ່ວໄປGeneral Contact
      • ຕິດຕໍ່ໜ່ວຍງານອື່ນContact other department
  • Loginເຂົ້າສູ່່ລະບົບ
      • Login Form
        • Forgot your username?
        • Forgot your password?
  • Home /
  • News /
  • Education
Follow @laostartv_la

ເມືອງປາກລາຍ ຈັດຕັ້ງການສອບເສັງຈົບ ຊັ້ນ ມ7 ສົກປີ 2017-2018

Details
ທະວີສັກ ໃບລາສີ
Category: Education
Hits: 670

ເມືອງປາກລາຍ ແຂວງໄຊຍະບູລີ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2017-2018 ຂື້ນຢ່າງເປັນທາງການໃນລະຫວ່າງວັນທີ 19-20 ມິຖຸນາ 2018 ນີ້ ທີ່ໂຮງຮຽນ ມໍປາຍ ປາກລາຍ ໂດຍການເຂົ້າຂອງ ທ່ານ ບຸນລັບ ແສງອາພອນ ເລຂາພັກເມືອງ ເຈົ້າເມືອງ ເມືອງປາກລາຍ ມີທ່ານ ໄພລັດ ສີວິໄລ ຮອງຫົວໜ້າຫ້ອງການສືກສາທິການ ແລະ ກິລາເມືອງ ມີຄະນະຊີ້ນຳ-ກຳມະການ ຜູ້ຕ່າງໜ້າຈາກພະແນກສຶກສາແຂວງໄຊຍະບູລີ ມີ ຄູ-ອາຈານ, ນ້ອງນັກຮຽນພ້ອມດ້ວຍຂະແໜງການທີ່ກຽ່ວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ບຸນລັບ ແສງອາພອນ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ເມືອງປາກລາຍ ກໍ່ໄດ້ເປີດຫົວບົດສອບເສັງ ພາຍໃນຫ້ອງສອບເສັງ ເຊີ່ງແມ່ນວິຊາພາສາລາວ-ວັນນະຄະດີ ເປັນວິຊາທໍາອິດໃນການສອບເສັງ, ຊຶ່ງລວມທັງໝົດມີ 4 ວິຊາສອບເສັງ ຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຟີຊິກສາດ,ຄະນິດສາດ ແລະ ວິຊາປະຫວັດສາດ ແບ່ງອອກເປັນ 2 ສູນສອບເສັງ ຄື: ສູນສອບເສັງຢູ່ມໍຕົ້ນປາກລາຍ ແລະ ສູນສອບເສັງຢູ່ ມໍປາຍ ປາກລາຍ ມີທັງໝົດ 38 ຫ້ອງ ມີນັກຮຽນເຂົ້າສອບເສັງທັງໝົດ 844 ຄົນ,ຍິງ 447 ຄົນ ເຊີ່ງມາຈາກໂຮງຮຽນ ມສ ແລະ ມໍປາຍ ທັງໝົດ 8 ແຫ່ງ ໃນທົ່ວເມືອງ ຄື: ມໍປາຍ ປາກລາຍ, ມສ ນ້ໍາຊົງ, ມສ ນ້ໍາພູນ,ມສ ບ້ານມ່ວງ, ມສ ເມືອງປາ, ມສ ເມືອງວາ, ມສ ບວມເລົາ ແລະ ມສ ປ່າໄລ່ .
ຈາກນັ້ນ ທ່ານ ບຸນລັບ ແສງອາພອນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງປາກລາຍ ກໍ່ໄດ້ກ່າວເປີດການສອບເສັງຈົບຊັ້ນມັດທະຍົມຕອນປາຍ ປະຈຳສົກຮຽນ 2017-2018 ຢ່າງເປັນທາງການ ພ້ອມທັງ ຮຽກຮ້ອງໃຫ້ນັກສອບເສັງ ຈົ່ງໄດ້ເອົາໃຈໃສ່ນຳເອົາບົດຮຽນ ທີ່ໄດ້ຮໍ່າຮຽນມາ ສຸມໃສ່ໃນການສອບເສັງ ຄັ້ງນີ້ ໃຫ້ໄດ້ຮັບຜົນດີ ຮັກສາຄວາມສະຫງົບພາຍໃນຫ້ອງເສັງໃນເວລາສອບເສັງ ການສອບເສັງຈົບຊັ້ນມັດທະຍົມຕອນປາຍທົ່ວເມືອງປາກລາຍໃນຄັ້ງນີ້ ແມ່ນໃຊ້ເວລາ 2 ວັນ ຈື່ງຈະສໍາເລັດ.

Editor: ເມືອງປາກລາຍ


  • Click to enlarge image 2018-06-21_10-51-57.jpg
  • Click to enlarge image 2018-06-21_10-52-29.jpg
  • Click to enlarge image 2018-06-21_10-52-51.jpg
  •  

 

© 2025 Lao Star TV

  • About Us
  • Services
  • Contact Us
Go Top